ເພີ່ມຄວາມຮູ້ກ່ຽວກັບການຄຸ້ມຄອງໄຟປ່າຂ້າມແດນ ແລະ ຄຸນນະພາບອາກາດ

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດສຳມະນາ ກ່ຽວກັບການຄຸ້ມຄອງໄຟປ່າຂ້າມແດນ ແລະ ຄຸນນະພາບອາກາດ ໃນວັນທີ 26 ພຶດສະພາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້, ຜູ້ຕາງໜ້າຈາກສະຖາບັນຂໍ້ມູນຂ່າວສານອຸທົກກະສາດ (HII), ມະຫາວິທະຍາໄລ ຄິງຄໍເລຈ ລອນດອນ (King’s College London), ຈາກລາຊະອານາຈັກໄທ, ມະຫາວິທະຍາໄລແຫ່ງຊາດລາວ, ບັນດາຊ່ຽວຊານ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ຊຸດສຳມະນາໃນຄັ້ງນີ້, ໄດ້ຮຽນຮູ້ ແລະ ປຶກສາຫາລືກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນ, ຂອບການຄຸ້ມຄອງລະດັບສາກົນ, ເຄືອຂ່າຍອາສາສະໝັກຊຸມຊົນ ແລະ ກົນໄກການຮ່ວມມື ລະຫວ່າງ ລາວ-ໄທ ຈະຊ່ວຍຮັດແໜ້ນການຮ່ວມມືລະດັບພາກພື້ນໃນໄລຍະຍາວ ແລະ ສ້າງລະບົບການຄຸ້ມຄອງພູມສັນຖານໃຫ້ມີຄວາມທົນທານຫລາຍຂຶ້ນ. ທັງນີ້, ແນໃສ່ຍົກສູງຄວາມສຳຄັນຢ່າງຍິ່ງຕໍ່ກັບວຽກງານການຄຸ້ມຄອງ, ການຫັນການຄຸ້ມຄອງລົງສູ່ທ້ອງຖິ່ນ, ການມີສ່ວນຮ່ວມຂອງຊຸມຊົນ ແລະ ການຮ່ວມມືຂ້າມແດນ.
ທ່ານ ສົມຫວັງ ພິມມະວົງ ໄດ້ກ່າວວ່າ: ສຳລັບ ສປປ ລາວ, ການປົກປັກຮັກສາປ່າໄມ້ຍັງເປັນບຸລິມະສິດລະດັບຊາດ ແລະ ເປັນການລົງທຶນຍຸດທະສາດໄລຍະຍາວ ເພື່ອການພັດທະນາແບບຍືນຍົງ, ພາຍໃຕ້ຂອບນະໂຍບາຍປ່າໄມ້ແຫ່ງຊາດ ສປປ ລາວ ໄດ້ຈັດສັນເນື້ອທີ່ປະມານ 70% ຂອງເນື້ອທີ່ດິນທັງໝົດໃນທົ່ວປະເທດ ໃຫ້ເປັນດິນປ່າໄມ້. ໄຟປ່າ ແລະ ມົນລະພິດໝອກຄວັນຂ້າມແດນ ໄດ້ກາຍເປັນສິ່ງທ້າທາຍທີ່ນັບມື້ນັບມີຄວາມຊັບຊ້ອນ ສົ່ງຜົນກະທົບຕໍ່ປ່າໄມ້, ຊີວະນາໆພັນ, ສຸຂະພາບຂອງມວນຊົນ, ວິຖີຊີວິດການເປັນຢູ່ ແລະ ຄວາມທົນທານຕໍ່ສະພາບອາກາດ ໃນທົ່ວພາກພື້ນຂອງພວກເຮົາ. ສິ່ງທ້າທາຍເຫລົ່ານີ້ບໍ່ສາມາດແກ້ໄຂໄດ້ໂດຍປະເທດໃດປະເທດໜຶ່ງພຽງລຳພັງ. ການຮ່ວມມືທີ່ເຂັ້ມແຂງ, ການແບ່ງປັນຂໍ້ມູນຢ່າງທັນການ, ການຕິດຕາມທາງດ້ານວິທະຍາສາດ, ລະບົບເຕືອນໄພລ່ວງໜ້າ ແລະ ກົນໄກການຕອບໂຕ້ທີ່ປະສານງານກັນຢ່າງເປັນລະບົບ ແມ່ນມີຄວາມສຳຄັນຢ່າງຍິ່ງ.
ຂໍ້ມູນ-ພາບ: ຂ່າວສານກະສິກຳ