ຊາວສວນຢາງພາລາ ຢູ່ແຂວງບໍ່ແກ້ວ ຂຸ້ນຂຽວເກັບກູ້ຜົນຜະລິດ

ປະຊາຊົນບັນດາເຜົ່າ ຜູ້ປະກອບອາຊີບປູກຢາງພາລາ ພາຍໃນແຂວງບໍ່ແກ້ວ ພວມສຸມໃສ່ຂຸ້ນຂຽວເກັບກູ້ຜົນຜະລິດ (ຂີດຢາງ) ຢ່າງເປັນຂະບວນຟົດຟື້ນ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ທ່າມກາງບັນຍາກາດທີ່ລາຄາຊື້-ຂາຍໃນທ້ອງຕະຫຼາດມີທ່າອ່ຽງປັບຕົວສູງຂຶ້ນຢ່າງຈະແຈ້ງ ເຊິ່ງໄດ້ກາຍເປັນແຮງຈູງໃຈ ແລະ ສ້າງຄວາມດີອົກດີໃຈໃຫ້ແກ່ຊາວສວນຢ່າງຫຼວງຫຼາຍ.
 
ໃນປີນີ້, ລາຄາຊື້-ຂາຍນ້ຳຢາງພາລາ (ຢາງຖ້ວຍ) ຢູ່ພາຍໃນແຂວງແມ່ນມີລາຄາສູງ ໂດຍຊາວສວນສາມາດນຳຜົນຜະລິດໄປຈຳໜ່າຍໃຫ້ແກ່ໂຮງງານ ຫຼື ຜູ້ຮັບຊື້ໃນລາຄາສະເລ່ຍ 18,000 ຫາ 19,000 ກີບຕໍ່ກິໂລກຣາມ ຫຼື ຫຼາຍກວ່ານັ້ນ (ຂຶ້ນກັບຄຸນນະພາບຂອງຢາງ, ກົນໄກຕະຫຼາດ ແລະ ສະຖານທີ່ຮັບຊື້). ລາຄາດັ່ງກ່າວ ສາມາດຊ່ວຍສ້າງລາຍຮັບທີ່ໝັ້ນຄົງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໃນສະພາບເສດຖະກິດປັດຈຸບັນ.
ເຖິງຢ່າງໃດກໍຕາມ, ການເກັບກູ້ຜົນຜະລິດໃນໄລຍະນີ້ ຍັງພົບອຸປະສັກທາງດ້ານສະພາບດິນຟ້າອາກາດ ເນື່ອງຈາກການຂີດຢາງຕ້ອງຂຶ້ນກັບທຳມະຊາດເປັນຫຼັກ. ໃນມື້ທີ່ມີແສງແດດດີ ຊາວສວນຈະສາມາດເກັບກູ້ນ້ຳຢາງໄດ້ເຕັມເມັດເຕັມໜ່ວຍ ແລະ ໄດ້ປະລິມານຫຼາຍ; ແຕ່ຫາກມື້ໃດມີຝົນຕົກ ຈະບໍ່ສາມາດຂີດຢາງໄດ້ ເຊິ່ງເຮັດໃຫ້ເສຍເວລາ ແລະ ເສຍໂອກາດໃນການເກັບກູ້ຜົນຜະລິດ.
 
ຂໍ້ມູນຈາກພາກສ່ວນກ່ຽວຂ້ອງໃຫ້ຮູ້ວ່າ: ໃນທົ່ວແຂວງບໍ່ແກ້ວມີເນື້ອທີ່ປູກຢາງພາລາທີ່ສາມາດຂີດເກັບກູ້ຜົນຜະລິດໄດ້ແລ້ວທັງໝົດ 25,220 ເຮັກຕາ. ສໍາລັບຜົນຜະລິດທີ່ເກັບກູ້ໄດ້ ແມ່ນໄດ້ນຳມາຈຳໜ່າຍໃຫ້ແກ່ບັນດາບໍລິສັດຜູ້ນຳເຂົ້າ-ສົ່ງອອກ ແລະ ໂຮງງານປຸງແຕ່ງພາຍໃນແຂວງ ເປັນຕົ້ນແມ່ນ: ບໍລິສັດ ຈິງເສີນ ຢາງພາລາ ຈຳກັດ, ໂຮງງານ ຢາງພາລາ ລາວ-ຈີນ ເຊີນຊິງ ຈຳກັດຜູ້ດຽວ, ບໍລິສັດ ຈາຟົງ ບໍ່ແກ້ວ ພັດທະນາກະສິກຳ, ບໍລິສັດ ຄອມໂພດຢອິ ຈຳກັດຜູ້ດຽວ ແລະ ບໍລິສັດອື່ນໆ ທີ່ເຂົ້າມາຕັ້ງຖານການຜະລິດ ແລະ ຮັບຊື້ໃນພື້ນທີ່.
ໂດຍ: ເງິນຫຼົງ ຈິດພູວົງ