ລາຄານ້ຳມັນດິບໂລກຫຼຸດລົງຫຼາຍກວ່າ 5%

ຂ່າວຕ່າງປະເທດລາຍງານວ່າ: ລາຄານ້ຳມັນໂລກຫຼຸດລົງຫຼາຍກວ່າ 5% ໃນການຊື້-ຂາຍໃນວັນ 25 ພຶດສະພາ ຜ່ານມາ ຫຼັງຈາກນັກລົງທຶນມີຄວາມຫວັງວ່າ ສະຫະລັດ ອາເມຣິກາ ແລະ ອີຣານ ອາດຈະບັນລຸຂໍ້ຕົກລົງເພື່ອຢຸດຕິຂໍ້ຂັດແຍ່ງໃນຕາເວັນອອກກາງ, ເຖິງວ່າທ່ານ ໂດໂນ ທຣຳ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ສົ່ງສັນຍານວ່າຂໍ້ຕົກລົງຍັງບໍ່ທັນສາມາດບັນລຸໄດ້ໃນໄວໆນີ້.
 
ໃນວັນທີ 25 ພຶດສະພາ ຜ່ານມາ, ອົງການຂ່າວຕ່າງປະເທດລາຍງານວ່າ ລາຄານ້ຳມັນດິບ Brent ຫຼຸດລົງ 5.1% ມາຢູ່ທີ່ 98.22 ໂດລາຕໍ່ບາເຣວ ໃນການຊື້-ຂາຍເວລາປະມານ 23:00 ໂມງຂອງວັນທີ 24 ພຶດສະພາ ຜ່ານມາ. ສ່ວນນ້ຳມັນດິບ West Texas Intermediate (WTI) ຫຼຸດລົງ 5.2% ມາຢູ່ທີ່ 91.57 ໂດລາຕໍ່ບາເຣວ.
 
ແຮງກົດດັນໃນການຂາຍເກີດຂຶ້ນຫຼັງຈາກຕະຫຼາດປະເມີນວ່າ: ຂໍ້ຂັດແຍ່ງລະຫວ່າງສະຫະລັດ ອາເມຣິກາ ແລະ ອີຣານ ອາດຈະໄດ້ຮັບການແກ້ໄຂຜ່ານການເຈລະຈາ ເຖິງແມ່ນວ່າກ່ອນໜ້ານີ້ ທ່ານ ໂດໂນ ທຣຳ ໄດ້ໂພສໃນສື່ສັງຄົມອອນລາຍຫຼຸດຄວາມຄາດຫວັງສຳລັບຂໍ້ຕົກລົງ.
 
ນັກວິເຄາະເຊື່ອວ່າ: ລາຄານ້ຳມັນຈະຍັງຄົງມີຄວາມຜັນຜວນສູງ ຕາມທິດທາງຂອງການເຈລະຈາ ແລະ ສະຖານະການຄວາມໝັ້ນຄົງໃນຕາເວັນອອກກາງ ຊຶ່ງຍັງເປັນປັດໄຈສຳຄັນຕໍ່ສະຖຽນລະພາບດ້ານພະລັງງານທົ່ວໂລກໃນເວລານີ້, ຫຼັງຈາກເກີດຂໍ້ຂັດແຍ່ງໃນວັນທີ 28 ກຸມພາ ຜ່ານມາ ເມື່ອ ສະຫະລັດ ອາເມຣິກາ ແລະ ອິສຣາແອນເປີດການໂຈມຕີອີຣານ, ກ່ອນທີ່ອີຣານຈະຕອບໂຕ້ດ້ວຍການໂຈມຕີດ້ວຍລູກສອນໄຟ ແລະ ການໂຈມຕີດ້ວຍໂດຣນໃສ່ເປົ້າໝາຍຕ່າງໆໃນພາກພື້ນ.