ຢູ່ທ່າມກາງພູຜາສູງຊັນຂອງຕາແສງປ້ານໂພເມືອງລຸ້ຍຊຸ່ນແຂວງຢຸນນານຂອງຈີນ, ການປ່ຽນແປງຂອງເສັ້ນທາງໄປສະນີສາຍໜຶ່ງເປັນການຢືນຢັນທີ່ມີຊີວິດຊີວາເຊິ່ງສະແດງໃຫ້ເຫັນເຖິງທາດແທ້ດ້ານຊີວິດການເປັນຢູ່ຂອງປະຊາຊົນທີ່ອົບອຸ່ນທີ່ສຸດໃນກໍາລັງການຜະລິດທີ່ມີຄຸນນະພາບໃໝ່ຂອງຈີນ. ຕາແສງດັ່ງກ່າວຕັ້ງຢູ່ ພູດອຍເຂດຊາຍແດນ, ມີລະດັບສູງກວ່າໜ້ານ້ຳທະເລ 1.000 ກວ່າແມັດ, ມີປ່າໄມ້ດົກໜາທີ່ເຕັມໄປດ້ວຍງູ ແລະ ແມງໄມ້ນານາຊະນິດ, ໃນເມື່ອກ່ອນບຸລຸດໄປສະນີໄດ້ສັນຈອນໄປມາເພື່ອສົ່ງໄປສະນີພັນ, ຖ້ຽວໜຶ່ງຕ້ອງໃຊ້ເວລາ 3 ຊົ່ວໂມງເຕັມໆ. ເມື່ອຮອດຍາມຝົນມັກພົບກັບດິນພູເຈື່ອນ ແລະ ທາງເປ່ເພເປັນເລື່ອງທໍາມະດາ, ເຮັດໃຫ້ການສົ່ງເຄື່ອງຊັກຊ້າເລື້ອຍໆ, ໃນນັ້ນ, ສິ່ງຂອງບາງອັນທີ່ສໍາຄັນເຊັ່ນ: ໃບແຈ້ງຮັບເຂົ້າຮຽນຂອງມະຫາວິທະຍາໄລ ແລະ ສະຖາບັນການສຶກສາຊັ້ນສູງທີ່ ແບກຮັບຄວາມຫວັງຂອງເຫຼົ່ານັກຮຽນ ແລະ ຢາສຸກເສີນທີ່ກ່ຽວຂ້ອງກັບຄວາມປອດໄພດ້ານຊີວິດຂອງປະຊາຊົນມັກຈະພາດເວລາ ແລະ ເສຍປະສິດທິຜົນດີທີ່ສຸດເນື່ອງຈາກການຂົນສົ່ງຜ່ານເສັ້ນທາງຕາມພູດອຍທີ່ຕ້ອງໃຊ້ເວລາດົນນານ, ຂະນະທີ່ການເຊື່ອມໂຍງກັບພາຍນອກຂອງປະຊາຊົນທີ່ອາໄສຢູ່ໃນເຂດພູດອຍຖືກຈໍາກັດຍ້ອນພູມສັນຖານທີ່ທຸລະກັນດານມາໂດຍຕະຫຼອດ.
ຢ່າງໃດກໍຕາມ, ປັດຈຸບັນ, ນະວັດຕະກໍາດ້ານວິທະຍາສາດເຕັກໂນໂລຊີໄດ້ທັບມ້າງສິ່ງກີດຂວາງຈາກສາຍພູ, ເສັ້ນທາງການບິນດ້ວຍເຮືອບິນບໍ່ມີຄົນຂັບ ຫຼື ໂດຣນທີ່ໃຊ້ເວລາພຽງ 15 ນາທີເທົ່ານັ້ນໄດ້ປ່ຽນຊາຕາກໍາຂອງເສັ້ນທາງໄປສະນີຕາມຊາຍແດນສາຍນີ້ຢ່າງສິ້ນເຊີງ. ເສັ້ນທາງອັນຕະລາຍທີ່ຄົນທັງຫຼາຍຕ່າງກໍຢ້ານກົວນັ້ນໄດ້ກາຍເປັນເສັ້ນທາງອາກາດທີ່ຮາບພຽງບໍ່ມີສິ່ງກີດຂວາງ ແລະ ຄວາມຫຍຸ້ງຍາກສິ່ງທ້າທາຍທີ່ເກີດຈາກພູມສັນຖານ ແລະ ດິນຟ້າອາກາດໄດ້ຮັບການແກ້ໄຂເທື່ອລະກ້າວ, ເຮັດໃຫ້ເສັ້ນທາງການເຊື່ອມໂຍງກັບພາຍນອກຂອງບ້ານທີ່ຕັ້ງຢູ່ໃນເຂດພູດອຍມີປະສິດທິພາບສູງ, ມີຄວາມໝັ້ນທ່ຽງ ແລະ ສະດວກສະບາຍ. ນັບມາຮອດປັດຈຸບັນ, ເຮືອບິນບໍ່ມີຄົນຂັບຢູ່ຕາແສງປ້ານໂພໄດ້ສໍາເລັດໜ້າທີ່ການບິນ 300 ກວ່າຖ້ຽວລວມໄລຍະທາງການບິນ 2.500 ກິໂລແມັດ, ໄດ້ສໍາເລັດການຈັດສົ່ງໄປສະນີພັນຕ່າງໆ ເຊັ່ນ: ໜັງສືພິມ, ວາລະສານ, ກະເປົາສິນຄ້າ ແລະ ເຄື່ອງຈັດສົ່ງດ່ວນ ເປັນຕົ້ນ ທັງໝົດ 300 ກວ່າຄັ້ງ ເຊິ່ງເປັນການທະລຸເສັ້ນທາງ “ໜຶ່ງກິໂລແມັດສຸດທ້າຍ” ຂອງການບໍລິການດ້ານຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດພູດອຍໃຫ້ລຸໂລ່ງໄປດ້ວຍດີດ້ວຍວິທະຍາສາດເຕັກໂນໂລຊີ.
ການປ່ຽນແປງຢູ່ຕາແສງນ້ອຍໆແບບນີ້ສາມາດເຜີຍໃຫ້ເຫັນສະພາບລວມທັງໝົດໄດ້. ການປະຕິຮູບເສັ້ນທາງໄປສະນີຢູ່ເຂດພູດອຍຕາມຊາຍແດນແຂວງຢຸນນານ ເປັນພາບສະທ້ອນທີ່ມີຊີວິດຊີວາຂອງເສດຖະກິດການບິນລະດັບຕໍ່າຂອງຈີນເພີ່ມປະສິດທິພາບໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນ. ປັດຈຸບັນ, ເຮືອບິນບໍ່ມີຄົນຂັບໃນຖານະຕົວຂັບເຄື່ອນກໍາລັງການຜະລິດໃນຄຸນນະພາບໃໝ່ ໄດ້ຮັບການນໍາໃຊ້ຢ່າງແຜ່ຫຼາຍໃນທ້ອງຖິ່ນຕ່າງໆທົ່ວປະເທດຈີນ ແລະ ໃຫ້ບໍລິການແກ່ປະຊາຊົນຢ່າງກວ້າງຂວາງມາແຕ່ດົນແລ້ວ. ຢູ່ນະຄອນເສິນເຈິ້ນຂອງຈີນ, ເຮືອບິນບໍ່ມີຄົນຂັບສາມາດສົ່ງເຄື່ອງກະຕຸ້ນຫົວໃຈໄຟຟ້າອັດຕະໂນມັດ ຫຼື AED ເຊິ່ງເປັນອຸປະກອນການແພດສຸກເສີນໄປເຖິງສະຖານທີ່ ພາຍໃນເວລາ 4 ນາທີເຊິ່ງສາມາດຍາດແຍ່ງເວລາການປິ່ນປົວທີ່ສໍາຄັນທີ່ສຸດໃຫ້ແກ່ຄົນເຈັບທີ່ມີອາການກະທັນຫັນ; ຢູ່ກໍາແພງນະຄອນຊຽງໄຮ້, ເຮືອບິນບໍ່ມີຄົນຂັບໄດ້ກາຍເປັນຜູ້ຊ່ວຍການຄຸ້ມຄອງການຈໍລະຈອນເທິງອາກາດທີ່ສາມາດຖ່າຍພາບເກັບຫຼັກຖານໃນເວລາເກີດອຸບັດເຫດໄດ້ຢ່າງວ່ອງໄວ ເຊິ່ງໄດ້ຍົກສູງປະສິດທິພາບດ້ານການທົດແທນຕາມການປະກັນໄພຢ່າງຫຼວງຫຼາຍ; ຢູ່ເທິງແຜ່ນດິນທີ່ກວ້າງໃຫຍ່ໄພສານ, ເຮືອບິນບໍ່ມີຄົນຂັບກໍໄດ້ຮັບການປະຍຸກໃຊ້ຢ່າງກວ້າງຂວາງໃນດ້ານຕ່າງໆ ເຊັ່ນ: ການດູແລຮັກສາພືດກະເສດ ແລະ ປ່າໄມ້, ການກວດສອບລະບົບໄຟຟ້າ, ການຊ່ວຍເຫຼືອກູ້ໄພສຸກເສີນ ແລະ ການຈັດສົ່ງວັດສະດຸ ເປັນຕົ້ນ, ໝາຍຄວາມວ່າການປະຍຸກໃຊ້ເຮືອບິນບໍ່ມີຄົນຂັບໄດ້ເຊື່ອມໂຍງເຂົ້າໃນດ້ານຕ່າງໆຂອງການຜະລິດ ແລະ ການດໍາລົງຊີວິດຂອງຄົນຈີນ.
ຢູ່ເບື້ອງຫຼັງຂອງການພັດທະນາອຸດສາຫະກໍາຢ່າງຄຶກຄື້ນນີ້ແມ່ນການຮັບປະກັນຢ່າງແມ່ນຢໍາຂອງນະໂຍບາຍແຫ່ງລັດທີ່ໄດ້ກໍານົດທິດທາງການພັດທະນາ ແລະ ເພີ່ມປະສິດທິພາບໃຫ້ແກ່ການພັດທະນາເສດຖະກິດການບິນລະດັບຕໍ່າທີ່ມີຄຸນນະພາບສູງ. ນັບແຕ່ເສດຖະກິດການບິນລະດັບຕໍ່າຖືກບັນຈຸເຂົ້າໃນບົດລາຍງານການເມືອງຂອງລັດຖະບານຈີນຄັ້ງທໍາອິດໃນປີ 2024, ຮອດເສດຖະກິດດັ່ງກ່າວກາຍເປັນອຸດສາຫະກໍາເສົາຄໍ້າຈະເລີນໃໝ່ຂອງເສດຖະກິດແຫ່ງຊາດ, ຕະຫຼອດຮອດຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນວາງແຜນກ່ຽວກັບທິດທາງການພັດທະນາເສດຖະກິດການບິນລະດັບຕໍ່າຢ່າງເປັນລະບົບໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 15, ການປັບປຸງຢ່າງຕໍ່ເນື່ອງຂອງການອອກແບບລະດັບສູງສຸດໄດ້ເຮັດໃຫ້ຊ່ອງທາງການແຂ່ງຂັນຂອງເສດຖະກິດການບິນລະດັບຕໍ່າຂອງຈີນນັບມື້ນັບຈະແຈ້ງກວ່າເກົ່າ ແລະ ນັບມື້ນັບມີບາດກ້າວການພັດທະນາທີ່ໝັ້ນທ່ຽງກວ່າເກົ່າ. ຕົວເລກຂໍ້ມູນໄດ້ເປັນສັກຂີພິຍານຂອງການພັດທະນາແບບກ້າວກະໂດດໃນຂະແໜງການດັ່ງກ່າວ: ນັບມາຮອດທ້າຍປີ 2025, ຂະແໜງການຕ່າງໆຂອງຈີນໄດ້ລົງທະບຽນເຮືອບິນບໍ່ມີຄົນຂັບ 3.287.000 ລໍາ ເພີ່ມຂຶ້ນ 51% ເມື່ອທຽບໃສ່ທ້າຍປີ 2024; ເວລາການບິນຂອງເຮືອບິນບໍ່ມີຄົນຂັບໃນຕະຫຼອດປີມີເຖິງ 45.302.900 ຊົ່ວໂມງ, ເພີ່ມຂຶ້ນ 69,89% ເມື່ອທຽບໃສ່ປີ 2024; ຂະນະທີ່ທົ່ວປະເທດໄດ້ສ້າງເປັນຈຸດບໍລິການການບິນລະດັບຕໍ່າ 46 ແຫ່ງກວມເອົາ 23 ແຂວງ (ລວມທັງເຂດປົກຄອງຕົນເອງ ແລະ ກໍາແພງນະຄອນ) ໃນທົ່ວປະເທດ, ເຮັດໃຫ້ອຸດສາຫະກໍາເສດຖະກິດການບິນລະດັບຕໍ່າມີຂະໜາດນັບມື້ນັບໃຫຍ່ກວ່າເກົ່າ ແລະ ມີໂອກາດການປະຍຸກໃຊ້ນັບມື້ນັບເປີດກວ້າງກວ່າເກົ່າ.
ການນໍາໃຊ້ວິທະຍາສາດເຕັກໂນໂລຊີໃນທາງທີ່ສ້າງສັນ ແລະ ການພັດທະນາເພື່ອປະຊາຊົນ ເປັນອຸດົມການແຕ່ຫົວທີທີ່ບໍ່ປ່ຽນແປງຂອງການພັດທະນາໃນຍຸກສະໄໝ. ການຫັນປ່ຽນເສັ້ນທາງໄປສະນີຢູ່ເຂດພູດອຍ ແລະ ການຍົກລະດັບວິທີການຈັດສົ່ງໄປສະນີພັນ ໄດ້ຢືນຢັນໃຫ້ເຫັນຢ່າງເລິກເຊິ່ງເຖິງເນື້ອໃນແກນກາງຂອງການພັດທະນາຂອງຈີນ ຄື: ເປົ້າໝາຍສຸດທ້າຍຂອງການພັດທະນາແມ່ນການເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນກວ່າເກົ່າມາໂດຍຕະຫຼອດ. ຄຸນຄ່າຂອງກໍາລັງການຜະລິດໃນຄຸນນະພາບໃໝ່ບໍ່ໄດ້ຈໍາກັດຢູ່ພຽງການຍົກລະດັບອຸດສາຫະກໍາ ແລະ ການເພີ່ມປະສິດທິພາບໃຫ້ແກ່ເສດຖະກິດເທົ່ານັ້ນ, ຍິ່ງສະແດງໃຫ້ເຫັນຢູ່ບ່ອນວ່າ: ມັນສາມາດເພີ່ມປະສິດທິພາບໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນດ້ວຍເຕັກໂນໂລຊີ ແລະ ສາມາດປັບປຸງຈຸດບົກພ່ອງໃຫ້ເຂັ້ມແຂງດ້ວຍຊັບພະຍາກອນທີ່ມີຄຸນນະພາບສູງ. ປັດຈຸບັນ, ເມື່ອວິທະຍາສາດເຕັກໂນໂລຊີທີ່ກ້າວໜ້າໄດ້ຖືກນໍາໃຊ້ຢູ່ຕາມທົ່ງໄຮ່ທົ່ງນາ, ຖະໜົນຫົນທາງ ແລະ ສາຍພູຕາມຊາຍແດນ, ກໍາລັງການຜະລິດໃນຄຸນນະພາບໃໝ່ບໍ່ໄດ້ເປັນພຽງມະໂນພາບຂອງອຸດສາຫະກໍາທີ່ບໍ່ມີຕົວຕົນອີກ, ຫາກໄດ້ກາຍເປັນຜົນປະໂຫຍດຂອງປະຊາຊົນທີ່ສາມາດເບິ່ງເຫັນ ແລະ ຈັບຕ້ອງໄດ້.
ທີ່ມາ: CMG