ຄະນະນໍາເມືອງລອງ ຕິດຕາມໂຄງການພັດທະນາພື້ນຖານໂຄງລ່າງ 3 ບ້ານ ທີ່ໄດ້ຮັບທຶນຊ່ວຍເຫຼືອລ້າ

ໃນວັນທີ 29 ພຶດສະພາ 2026 ຜ່ານມານີ້, ຄະນະນໍາເມືອງລອງ ແຂວງຫຼວງນໍ້າທາ ໄດ້ລົງຕິດຕາມ ແລະ ກວດກາໂຄງການພັດທະນາພື້ນຖານໂຄງລ່າງຢູ່ບັນດາບ້ານ ທີ່ໄດ້ຮັບທຶນຊ່ວຍເຫຼືອຈາກ ບໍລິສັດ ລາວໂຈງຫວງບໍ່ແຮ່ ຈຳກັດ, ຊຶ່ງນໍາໂດຍ ທ່ານ ສຸລະສິດ ດວງມະໂນ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ກ້ຽວ ດວງມີໄຊ ປະທານປົກຄອງຕາແສງໂພຄຳ, ມີຄະນະກຳມະການຮັບຜິດຊອບຂັ້ນເມືອງ, ຜູ້ຕາງໜ້າຈາກບໍລິສັດຜູ້ໃຫ້ທຶນ, ເຖົ້າແກ່ແນວໂຮມ ຕະຫຼອດຮອດອຳນາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
 
ໃນການລົງກວດກາຄັ້ງນີ້, ທາງຄະນໍາເມືອງພ້ອມຄະນະໄດ້ຮັບຟັງການຜ່ານບົດລາຍງານຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການພັດທະນາພື້ນຖານໂຄງລ່າງໃນໄລຍະຜ່ານມາ ເຊິ່ງໄດ້ຮັບທຶນອຸປະຖຳຊ່ວຍເຫຼືອຈາກ ບໍລິສັດ ລາວໂຈງຫວງບໍ່ແຮ່ ຈຳກັດ ແລະ ການມີສ່ວນຮ່ວມຂອງປະຊາຊົນ ເຊິ່ງລວມມີ 3 ບ້ານຄື: ບ້ານແດນກາງໄດ້ດຳເນີນການປັບປຸງເສັ້ນທາງຊອຍພາຍໃນບ້ານ ຈຳນວນ 2 ເສັ້ນ, ລວມມູນຄ່າການກໍ່ສ້າງທັງໝົດ 13,770,000 ກີບ; ບ້ານຫ້ວຍໝໍ້ ໄດ້ດໍາເນີນການກໍ່ສ້າງຫ້ອງນ້ຳ ຈຳນວນ 2 ຫ້ອງ (ຂະໜາດ ຍາວ 3 ແມັດ, ກວ້າງ 2 ແມັດ, ສູງ 2,5 ແມັດ)ພ້ອມທັງຕິດຕັ້ງລະບົບໄຟຟ້າເຂົ້າສະໂມສອນບ້ານ, ລວມມູນຄ່າ 52,800,000 ກີບ (ໃນນີ້ ມີມູນຄ່າອຸປະກອນ ແລະ ແຮງງານສົມທົບຈາກພາຍໃນບ້ານມູນຄ່າ 21,330,000 ກີບ; ບ້ານສີວີໄລ ໄດ້ດໍາເນີນການກໍ່ສ້າງອ່າງເກັບນ້ຳ ແລະ ປັບປຸງທໍ່ນ້ຳລິນ (ຂະໜາດ ຍາວ 3 ແມັດ, ກວ້າງ 2.5 ແມັດ, ສູງ 2.2 ແມັດ) ພ້ອມທັງຕິດຕັ້ງທໍ່ຈຳນວນ 3 ໂຄ້ງ, ລວມມູນຄ່າ 47,695,000 ກີບ (ໃນນີ້ ມີຄ່າອຸປະກອນ ແລະ ແຮງງານສົມທົບຈາກບ້ານ ຈຳນວນ 11,175,000 ກີບ), ໂດຍໃຊ້ໄລຍະເວລາການກໍ່ສ້າງ ເດືອນກວ່າຈິ່ງສໍາເລັດ; ຈາກນັ້ນ ທາງທິມງານກໍໄດ້ຜັດປ່ຽນກັນປະກອບຄຳເຫັນ ແລະ ສະເໜີແລກປ່ຽນບາງບັນຫາ ຕໍ່ຄະນະນໍາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດງານໃນຕໍ່ໜ້າມີຄວາມສະດວກ ແລະ ສອດຄ່ອງ.
ໂອກາດນີ້, ທ່ານ ສຸລະສິດ ດວງມະໂນ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ກ່ອນອື່ນທ່ານ ໄດ້ສະແດງຄວາມຂອບໃຈຢ່າງສູງ ມາຍັງ ບໍລິສັດ ລາວໂຈງຫວງບໍ່ແຮ່ ຈຳກັດ ທີ່ໄດ້ມອບທຶນຊ່ວຍເຫຼືອເຂົ້າໃນການພັດທະນາພື້ນຖານໂຄງລ່າງໃນຄັ້ງນີ້, ພ້ອມທັງຍ້ອງຍໍຊົມເຊີຍມາຍັງອຳນາດການປົກຄອງບ້ານ ແລະ ປະຊາຊົນທຸກພາກສ່ວນທີ່ໄດ້ໃຫ້ການຮ່ວມມືໂດຍການສະຫຼະເຫື່ອແຮງ, ວັດຖຸອຸປະກອນສົມທົບເຂົ້າໃນການກໍ່ສ້າງຈົນສາມາດບັນລຸໄດ້ຕາມແຜນການທີ່ວາງໄວ້, ທ່ານຍັງໄດ້ເນັ້ນໜັກໃຫ້ອຳນາດການປົກຄອງບ້ານ ແລະປະຊາຊົນແຕ່ລະບ້ານຈົ່ງພ້ອມກັນປົກປັກຮັກສາ ແລະຊ້ອມແຊມບັນດາສິ່ງປຸກສ້າງເຫຼົ່ານີ້ ເພື່ອໃຫ້ສາມາດນຳໃຊ້ໄດ້ຢ່າງຍາວນານ ແລະເກີດປະໂຫຍດສູງສຸດແກ່ຊຸມຊົນຕະຫຼອດໄປ.
ຂ່າວ: ແດງ ແກ້ວອ່ອນຄໍ