ຊົມເຊີຍ! ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາ

ແລ່ນເພື່ອລົມຫາຍໃຈ ແລ່ນເພື່ອຄືນຕົ້ນໄມ້ໃຫ້ປ່າ ກັບມະຫາກຳງານແລ່ນ "Run For Our Forest: Now For Climate"ສະບາຍດີ ທຸກທ່ານທີ່ຮັກແພງ, ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ປີ 2026 ນີ້ ໃນນາມລາຍການ PhaTalk ພາຍໃຕ້ການນຳພາຂອງ ປະທານ ພຶດສະພາ ພູມມະສັກ ກຸ່ມບໍລິສັດ AIDC ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ເປັນສ່ວນໜຶ່ງໃນການສ້າງປະຫວັດສາດໜ້າໃໝ່ໃຫ້ກັບປະເທດຊາດ.
ງານແລ່ນມອນຣາທອນ Run For Our Forest ໃນຄັ້ງນີ້ ບໍ່ໄດ້ເປັນພຽງແຕ່ການອອກກຳລັງກາຍ, ແຕ່ເປັນການສົ່ງຂໍ້ຄວາມອັນຊົງພະລັງເຖິງຄົນທົ່ວໂລກວ່າ ປະຊາຊົນລາວກຳລັງເອົາຈິງເອົາຈັງໃນການຮັກສາສິ່ງແວດລ້ອມ ແລະ ແກ້ໄຂບັນຫາມົນລະພິດ PM 2.5 ທີ່ພວກເຮົາກຳລັງປະເຊີນ.
ນີ້ຄືການລົງທຶນທີ່ຍືນຍົງເພື່ອອະນາຄົດຂອງເດັກນ້ອຍ ແລະ ເຍົາວະຊົນລາວ.
ງານຄັ້ງນີ້ຍັງໄດ້ສ້າງປະຫວັດສາດໜ້າໃໝ່ ໂດຍທຸກທ່ານຈະໄດ້ພົບກັບການເຂົ້າຮ່ວມແລ່ນຂອງ "ຫຸ່ນຍົນອັດສະລິຍະ (Humanoid)" ເຊິ່ງເປັນຄັ້ງທີ 2 ຂອງໂລກ ແລະ ເປັນຄັ້ງທຳອິດທີ່ນຳເຂົ້າມາຈາກປະເທດຈີນ. ນອກຈາກນີ້ ຍັງມີກິດຈະກຳ 1 ຄົນ 1 ຕົ້ນໄມ້ ໂດຍນັກແລ່ນທຸກຄົນທີ່ເຂົ້າຮອດເສັ້ນໄຊຈະໄດ້ຮັບຕົ້ນໄມ້ກັບບ້ານຄົນລະ 1 ຕົ້ນ ເພື່ອຮ່ວມກັນສ້າງພື້ນທີ່ສີຂຽວໃຫ້ກັບປະເທດຂອງເຮົາ. ພິເສດໄປກວ່ານັ້ນ ຍັງໄດ້ລຸ້ນຮັບລາງວັນໃຫຍ່ ຈາກປ້າຍແລ່ນ (Bib) ເລກລະຫັດ 5 ໂຕຂອງທ່ານ ທີ່ປຽບເໝືອນປີ້ລຸ້ນໂຊກຮັບລາງວັນມູນຄ່າເກືອບ 1 ຕື້ກີບ! ອີກທັງຍັງມີ ໂຊນກິດຈະກຳສຸດອະລັງການ ຕັ້ງແຕ່ໂຊນສະທ້ອນບັນຫາໄຟປ່າ (Endangered Zones), ໂຊນອະນາຄົດຂອງເດັກນ້ອຍ, ໂຊນຍ້ອນເວລາຫາອະດີດ (Time Machines) ພ້ອມສິລະປະດົນຕີ-ມວຍລາວ, ໄປຈົນເຖິງໂຊນໄດໂນເສົາ ແລະ ປະຕູສູ່ນ້ຳຕົກຕາດທຳມະຊາດ (Jungle Gate).
ບັນຫາສິ່ງແວດລ້ອມ ບໍ່ແມ່ນໜ້າທີ່ຂອງລັດຖະບານພຽງຜູ້ດຽວ, ແຕ່ເປັນໜ້າທີ່ຂອງພວກເຮົາທຸກຄົນ ທັງພາກລັດ, ພາກທຸລະກິດ ແລະ ປະຊາຊົນທົ່ວປະເທດ ທີ່ຕ້ອງຮ່ວມມືກັນ.
ສຸດທ້າຍນີ້, ຕາງໜ້າໃຫ້ຄະນະຈັດງານ ປະທານ ພຶດສະພາ ພູມມະສັກ ກຸ່ມບໍລິສັດ AIDC ຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງ ມາຍັງທີມງານທຸກພາກສ່ວນ, ອາສາສະໝັກ ແລະ ຜູ້ທີ່ມີສ່ວນຮ່ວມທຸກທ່ານ ທີ່ທຸ່ມເທເຫື່ອແຮງກາຍ ແລະ ແຮງໃຈ ເຮັດໃຫ້ງານຄັ້ງນີ້ເກີດຂຶ້ນໄດ້ຢ່າງຈົບງາມ.
ພ້ອມດຽວກັນນີ້, ຂໍຂອບໃຈເປັນພິເສດມາຍັງບັນດາຜູ້ສະໜັບສະໜູນຫຼັກທຸກພາກສ່ວນ ທີ່ເຫັນຄວາມສຳຄັນ ແລະ ປະກອບສ່ວນຊຸກຍູ້ໃຫ້ງານແລ່ນ Run For Our Forest ປະສົບຜົນສຳເລັດ ປະກອບມີ: Sokxay Group, AIF Group, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL), ທະນາຄານສົ່ງເສີມກະສິກຳ (APB), ທະນາຄານຄຳລາວ (LBB), ໄປສະນີລາວ (Lao Post), ທະນາຄານ ລາວ-ຫວຽດ (LaoViet Bank), ລັດວິສາຫະກິດໄຟຟ້າລາວ (EDL), ທະນາຄານຮ່ວມພັດທະນາ (JDB), Bitqik, PetroTrade, Best Telecom, ກຸ່ມບໍລິສັດ ຕັ່ງຈະເລີນ (TCR), ລາວໂທລະຄົມ (Lao Telecom), ທະນາຄານ ເອັສທີ (STB), ເບຍລາວ (Beerlao), ທະນາຄານ ບີໄອຊີ (BIC Bank), OneX, Sacombank ແລະ ໂຮງໝໍກະເສມຣາດ ອິນເຕີເນຊັນແນລ ວຽງຈັນ.
ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງປະຊາຊົນ, ເຈົ້າຂອງບ້ານເຮືອນ ແລະ ວັດວາອາຣາມຕ່າງໆ ທີ່ໄດ້ເສຍສະຫຼະຄວາມສະດວກສະບາຍສ່ວນຕົວ ເພື່ອໃຫ້ງານໃນຄັ້ງນີ້ເກີດຂຶ້ນໄດ້ຢ່າງສົມບູນ. ພ້ອມດຽວກັນນີ້, ຂໍຂອບໃຈມວນຊົນ ແລະ ຜູ້ຂັບຂີ່ທຸກທ່ານທີ່ເຂົ້າໃຈ, ໃຫ້ການຮ່ວມມືໃນການຫຼີກລ່ຽງເສັ້ນທາງ, ຍອມຂັບລົດອ້ອມໄກຂຶ້ນ ແລະ ອົດທົນລໍຖ້າໄຟແດງດົນກວ່າປົກກະຕິ (20 - 30 ນາທີ) ເພື່ອຮັບປະກັນຄວາມປອດໄພສູງສຸດໃຫ້ແກ່ນັກແລ່ນທຸກຄົນ. ທາງຄະນະຈັດງານຕ້ອງຂໍອະໄພໃນຄວາມບໍ່ສະດວກມານະໂອກາດນີ້ດ້ວຍ.