ອິນໂດເນເຊຍ ສົ່ງເສີມການກວດສຸຂະພາບໂດຍບໍ່ເສຍຄ່າ

ຂ່າວຕ່າງປະເທດລາຍງານໃນວັນທີ 31 ພຶດສະພາ ຜ່ານມາວ່າ: ກະຊວງສາທາລະນະສຸກອິນໂດເນເຊຍໄດ້ເປີດເຜີຍວ່າໄດ້ຂະຫຍາຍໂຄງການກວດສຸຂະພາບໂດຍບໍ່ເສຍຄ່າແຫ່ງຊາດ ລວມທັງການກວດຫາມະເຮັງລຳໄສ້ໃຫຍ່ ແລະ ມະເຮັງຮູທະວານ (colorectal cancer) ສຳລັບກຸ່ມທີ່ມີຄວາມສ່ຽງສູງໃນຜູ້ທີ່ມີອາຍຸ 45 ປີຂຶ້ນໄປ.
 
ທ່ານ ດັນເຕ ແຊັກໂຊໂນ ຮາບູໂວໂນ ຮອງລັດຖະມົນຕີກະຊວງສາທາລະນະສຸກອິນໂດເນເຊຍ ໄດ້ກ່າວກັບສື່ມວນຊົນວ່າ: ວິທີການປະຕິບັດງານຫຼາຍຂັ້ນຕອນເລີ່ມຕົ້ນດ້ວຍການໃຊ້ແບບສອບຖາມການກວດຫາມະເຮັງລຳໄສ້ໃຫຍ່ ແລະຮູທະວານໃນພາກພື້ນອາຊີ-ປາຊີຟິກ, ຕາມດ້ວຍການກວດຮູທະວານດ້ວຍລະບົບດີຈີຕອນ ແລະ ການກວດເລືອດໃນອາຈົມສຳລັບບຸກຄົນທີ່ມີຄວາມສ່ຽງສູງ.
 
ທັງນີ້, ມະເຮັງລຳໄສ້ໃຫຍ່ ແລະຮູທະວານຖືເປັນສິ່ງທ້າທາຍດ້ານສາທາລະນະສຸກຂອງອິນໂດເນເຊຍ, ຍ້ອນວ່າຄົນເຈັບສ່ວນໃຫຍ່ໃນປັດຈຸບັນມັກເຂົ້າມາປິ່ນປົວເມື່ອພະຍາດດັ່ງກ່າວຢູ່ໃນໄລຍະຮຸ່ນແຮງແລ້ວ ແລະ ເປັນມະເຮັງທີ່ພົບຫຼາຍທີ່ສຸດອັນດັບ 4 ໃນອິນໂດເນເຊຍ, ທັງຍັງເປັນສາເຫດອັນດັບທີ 5 ຂອງການເສຍຊີວິດທີ່ກ່ຽວຂ້ອງກັບມະເຮັງ ຂອງອິນໂດເນເຊຍ ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 19,000 ຄົນຕໍ່ປີ.