ເປີດຮ້ານຂາຍລົດ 4 ລໍ້ຂຶ້ນໄປ ທຶນຈົດທະບຽນເລີ່ມຕົ້ນ 50 ຕື້ກີບຂຶ້ນໄປ

ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການສະບັບເລກທີ 1860/ຫກ, ລົງວັນທີ 02 ມິຖຸນາ 2026 ເຖິງພະແນກອຸດສາຫະກຳ ແລະ ການຄ້າກຳນົດທຶນຈົດທະບຽນ 50 ຕື້ກີບຂຶ້ນໄປ ສຳລັບຍານພາຫະນະ 4 ລໍ້ຂຶ້ນໄປ ນະຄອນຫຼວງ, ແຂວງ, ເມືອງ ແລະ ນະຄອນ, ພ້ອມດ້ວຍສະມາຄົມຍານພາຫະນະ ແລະ ຫົວໜ່ວຍດຳເນີນທຸລະກິດຈຳໜ່າຍຍານພາຫະນະທາງບົກໃນຂອບເຂດທົ່ວປະເທດ ກ່ຽວກັບ "ການອະນຸຍາດດຳເນີນທຸລະກິດຈຳໜ່າຍຍານພາຫະນະທາງບົກ ຂອບເຂດທົ່ວປະເທດ" ເພື່ອເຮັດໃຫ້ການຄຸ້ມຄອງວຽກງານດັ່ງກ່າວເຂົ້າສູ່ລະບົບ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ.
ໂດຍເນື້ອໃນແຈ້ງການໄດ້ກຳນົດ 5 ມາດຕະການ ແລະ ເງື່ອນໄຂສຳຄັນ ທີ່ຜູ້ປະກອບການຕ້ອງປະຕິບັດຢ່າງເຂັ້ມງວດ ດັ່ງນີ້:

. ການອອກໃບອະນຸຍາດດຳເນີນທຸລະກິດຈຳໜ່າຍຍານພາຫະນະທາງບົກ:

ໃຫ້ຈັດຕັ້ງປະຕິບັດການຄົ້ນຄວ້າອອກໃບອະນຸຍາດ ໂດຍກວມເອົາທັງຫົວໜ່ວຍທີ່ຂຶ້ນທະບຽນກ່ອນມີແຈ້ງການ (ຕາມແຈ້ງການສະບັບເລກທີ 1042/ຫກ) ແລະ ຫົວໜ່ວຍທີ່ຂຶ້ນທະບຽນວິສາຫະກິດໃໝ່.

ຜູ້ປະກອບການຕ້ອງມີເງື່ອນໄຂຄົບຖ້ວນ ແລະ ເຂັ້ມງວດດ້ານທຶນຈົດທະບຽນ ຕາມທີ່ກຳນົດໄວ້ໃນດຳລັດ 470/ລບ (ເຊິ່ງກຳນົດທຶນຈົດທະບຽນ 50 ຕື້ກີບຂຶ້ນໄປ ສຳລັບຍານພາຫະນະ 4 ລໍ້ຂຶ້ນໄປ).

ທຸກການອອກໃບອະນຸຍາດ ຕ້ອງເຮັດເປັນເອກະສານເອເລັກໂຕຣນິກ (ສະແກນ ຫຼື ຣູບຖ່າຍ) ແລ້ວສົ່ງໃຫ້ກົມການຄ້າພາຍໃນ ເພື່ອຕິດຕາມ ແລະ ກວດກາຄືນ.

. ມາດຕະການດ້ານສະຖານທີ່ ແລະ ຮ້ານຈຳໜ່າຍ:

ຕ້ອງມີສະຖານທີ່ຈຳໜ່າຍ, ບ່ອນເກັບຮັກສາຍານພາຫະນະ ທີ່ໄດ້ຮັບອະນຸຍາດປຸກສ້າງ ແລະ/ຫຼື ຢັ້ງຢືນມາດຕະຖານເຕັກນິກຈາກຂະແໜງໂຍທາທິການ ແລະ ຂົນສົ່ງ ຢ່າງຖືກຕ້ອງ.

ຕ້ອງມີສັນຍາເປັນຕົວແທນຈຳໜ່າຍທີ່ຖືກຕ້ອງຕາມກົດໝາຍ ກັບວິສາຫະກິດນຳເຂົ້າ-ສົ່ງອອກ ຫຼື ຜູ້ຜະລິດ/ປະກອບພາຍໃນປະເທດ (ຍົກເວັ້ນຮ້ານຂາຍລົດມືສອງ).

ສຳລັບຮ້ານຂາຍຍານພາຫະນະມືສອງ ຕ້ອງມີສັນຍາຊື້ຂາຍ ແລະ ແຫຼ່ງທີ່ມາແຈ້ງຢ່າງຖືກຕ້ອງ.