ແຂວງສະຫວັນນະເຂດ ບຸກທຳລາຍ! ຢາງ ແລະ ອຸປະກອນລົດໄຖນາປອມ ມູນຄ່າເຄິ່ງຕື້

ພະແນກອຸດສາຫະກຳ ແລະການຄ້າແຂວງສະຫວັນນະເຂດ ຈັດພິທີທຳລາຍສິນຄ້າທີ່ລະເມີດຊັບສິນທາງປັນຍາ ປະເພດເຄື່ອງໝາຍການຄ້າຍີ່ຫໍ້ "ປືນໃຫຍ່ຄູ່" ຂຶ້ນໃນວັນທີ 3 ມິຖຸນາ 2026, ທີ່ບໍລິເວນເດີ່ນພະແນກການດັ່ງກ່າວ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ສຸກສະເຫວີຍ ແກ້ວປະເສີດ ຮອງຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງ, ມີທ່ານ ພາທິດ ວຸດທິພົງມະນີ ຕາງໜ້າບໍລິສັດເຈສະຫຍາຍອິນດັສທຣີຈຳກັດ (J.Thaisiam Industry Co., LTD ) ທີ່ເປັນເຈົ້າຂອງເຄື່ອງໝາຍການຄ້າກາປືນໃຫຍ່ຄູ່, ຫົວໜ້າ-ຮອງຫົວໜ້າຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະວັດແທກ ພ້ອມດ້ວຍຂະແໜງການອ້ອມຂ້າງພະແນກ, ແຂກຖືກເຊີນ ຕະຫຼອດເຖິງເຈົ້າໜ້າທີ່ ແລະວິຊາການກ່ຽວຂ້ອງເຂົ້າຮ່ວມ.
 
ໂອກາດນີ້, ທ່ານ ນາງ ຄູນມີ ນາມປັນຍາ ຮອງຫົວໜ້າຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະວັດແທກ ໄດ້ລາຍງານໃຫ້ຮູ້ວ່າ: ຈຸດປະສົງຂອງພິທີໃນຄັ້ງນີ້ ແມ່ນເພື່ອຈັດພິທີທໍາລາຍສິນຄ້າທີ່ລະເມີດຊັບສິນທາງປັນຍາ ປະເພດເຄື່ອງໝາຍການຄ້າຍີ່ຫໍ້ "ປືນໃຫຍ່ຄູ່" ຊຶ່ງເປັນປະເພດຢາງຕີນລົດໄຖນາ ແລະອຸປະກອນການກະເສດຂອງບໍລິສັດ J.Thaisiam Industry Co., LTD, ມີຈຳນວນທັງໝົດ 944 ຊີ້ນ, ປະກອບມີ: ຢາງໜ້າລົດໄຖ ຈຳ ນວນ 124 ເສັ້ນ, ຢາງຫຼັງລົດໄຖ 107 ເສັ້ນ, ໂຄງພານໃບໄຖສີສົ້ມ 42 ຊິ້ນ, ເພົາຫຼັງລົດໄຖສີສົ້ມ-ຂາວ 70 ຊິ້ນ, ເພົາຫຼັງລົດໄຖສີສົ້ມ-ຂ້ຽວ 5 ຊິ້ນ, ເພົາຫຼັງລົດໄຖນາສີດຳ 102 ຊິ້ນ, ລໍ້ລາກລົດໄຖສີດຳ167 ຊິ້ນ, ຄໍລາກລົດໄຖສີສົ້ມ 156 ຊິ້ນ, ຊັງລົດໄຖສີສົ້ມ 109 ຊິ້ນ, ຄານໃບໄຖສີຟ້າອີກຈຳນວນ 62 ຊິ້ນ, ລວມເປັນມູນຄ່າ 510 ລ້ານກວ່າກີບ, ທີ່ຢຶດໄດ້ຈາກບ້ານໄຊຍະມຸງຄຸນ, ເມືອງອຸທຸມພອນ ໃນວັນທີ 5 ພຶດສະພາ 2026, ໂດຍຂະແໜງການ ແລະເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ເຮັດບົດບັນທຶກ ພອມທັງສຶກສາອົບຮົມເຈົ້່າຂອງຮ້ານທີ່ຂາຍອຸປະກອນດັ່ງກ່າວ ແລະຖ້າມີຄັ້ງຕໍ່ໄປ ແມ່ນຈະປະຕິບັດຕາມມາດຕະການຢ່າງເຂັ້ມງວດ ໂດຍຈະໄດ້ອາຍັດສິນຄ້າ ແລະປັບໃໝຜູ້ທີ່ກະທຳຜິດຕາມລະບຽບກົດໝາຍ.
 
ພິທີທຳລາຍໃນຄັ້ງນີ້ ແມ່ນເຫດການສໍາຄັນທີ່ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະການຮ່ວມມືຂອງທຸກຂະແໜງການທີ່ກ່ຽວຂ້ອງໃນການປົກປ້ອງສິດທາງຊັບສິນທາງປັນຍາ, ການລະເມີດເຄື່ອງໝາຍການຄ້າ, ການປອມແປງ ແລະລອກຮຽນແບບສິນຄ້າ, ຊຶ່ງບໍ່ພຽງແຕ່ສົ່ງຜົນກະທົບຕໍ່ເຈົ້າຂອງສິດທາງຊັບສິນທາງປັນຍາເທົ່ານັ້ນ, ແຕ່ຍັງແມ່ນການແຂ່ງຂັນທາງທຸລະກິດທີ່ບໍ່ເປັນທຳ, ໂດຍມັນໄດ້ສົ່ງຜົນກະທົບຕໍ່ຄວາມໝັ້ນໃຈຂອງຜູ້ບໍລິໂພກ ແລະເຮັດໃຫ້ຊາວກະສິກອນ ມີຄວາມສ່ຽງຕໍ່ການນຳໃຊ້ເຄື່ອງມືທີ່ບໍ່ໄດ້ມາດຕະຖານນຳອີກ.
 
ວາລະດັ່ງກ່າວ, ທ່ານປະທານ ພ້ອມດ້ວຍທຸກພາກສ່ວນທີ່ເຂົ້າຮ່ວມ ກໍ່ໄດ້ຮ່ວມກັນທຳລາຍສິນຄ້າດັ່ງກ່າວຖິ້ມໂດຍປະຕິບັດຕາມຫຼັກວິຊາການ, ໃນນີ້ ສຳລັບຂັ້ນຕອນການທຳລາຍປະເພດເຫຼັກ ແມ່ນນຳໃຊ້ອົກຊີເຜົາ, ນຳໃຊ້ໄຟເບີຕັດຊິ້ນສ່ວນທີ່ເປັນເຫຼັກບາງ; ສ່ວນຕີນລົດໄຖນາ ແມ່ນໃຊ້ມີດປາດ ຫຼື ເຜົາດ້ວຍອົກຊີ.