ພົບຢາໄອສ໌ 4 ເປົາ ນໍ້າໜັກ 128 ກິໂລກຼາມ ຖິ້ມປະໄວ້ໃກ້ຊາຍແດນປກສ ເມືອງແກ່ນທ້າວ

ໃນເວລາ 12 ໂມງ 00 ນາທີ ຂອງວັນທີ 02 ມິຖຸນາ 2026 ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງແກ່ນທ້າວ ໄດ້ຮັບການລາຍງານຈາກເຈົ້າໜ້າທີ່ຕໍາຫຼວດດ່ານສາກົນນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີວ່າ: ໄດ້ພົບເຫັນວັດຖຸທີ່ຕ້ອງສົງໄສ ຈໍານວນ 04 ກະສອບ ຖິ້ມວາງໄວ້ຮ່ອງເໝືອງລະບາຍນໍ້າຈຸດນາໝ້ຽງ ຂອບເຂດຂຶ້ນກັບບ້ານເມືອງໝໍ ເມືອງແກ່ນທ້າວ ຫ່າງຈາກແຄມນໍ້າເຫືອງປະມານ 270 ແມັດ ເຊິ່ງໜ້າກັບທ່າວັດບ້ານນາກະເຊັງ ອໍາເພີທ່າລີ່ ຈັ່ງຫວັດເລີຍ ຣາສະອານາຈັກໄທ, ເມື່ອໄດ້ຮັບການລາຍງານແລ້ວ ຈຶ່ງໄດ້ແຕ່ງຕັ້ງກໍາລັງວິຊາສະເພາະສົມທົບກັບເຈົ້າໜ້າທີ່ຕໍາຫຼວດດ່ານສາກົນນໍ້າເຫືອງ ແລະ ເຈົ້າໜ້າທີ່ທະຫານກອງຮ້ອຍຊາຍແດນ 158 ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງລົງກວດກາສະຖານທີ່ ແລະ ກວດກາວັດຖຸທີ່ຕ້ອງສົງໄສໃນກະສອບຟາງສີຂາວ ຈໍານວນ 04 ກະສອບ.
ຜ່ານການກວດກາຕົວຈິງຂອງເຈົ້າໜ້າທີ່ວິຊາສະເພາະພົບວ່າ: ຢູ່ໃນກະສອບຟາງຂີຂາວ 04 ກະສອບແມ່ນໄດ້ບັນຈຸຢາເສບຕິດປະເພດຢາໄອສ໌ ກະສອບລະ 30 ຫໍ່ ລວມທັງໝົດ 120 ຫໍ່, ນໍ້າໜັກ 128 ກິໂລກຼາມ, ຜ່ານການເກັບກໍາຂໍ້ມູນເບື້ອງຕົ້ນຮູ້ວ່າ: ສະຖານທີ່ພົບເຫັນຢາໄອສ໌ດັ່ງກ່າວ ແມ່ນຢູ່ຂອບເຂດນາຂອງປະຊາຊົນ ບ້ານເມືອງໝໍ ເມືອງແກ່ນທ້າວ ແຂວງໄຊຍະບູລີ, ຈາກນັ້ນທາງເຈົ້າໜ້າທີ່ຈື່ງໄດ້ນໍາຕົວເຈົ້າຂອງນາດັ່ງກ່າວມາທໍາການສືບສວນ-ສອບສວນ.
ຜ່ານການສືບສວນ-ສອບສວນເຫັນວ່າ: ຜູ້ກ່ຽວແມ່ນມີຄວາມຈິງໃຈໃຫ້ການຮ່ວມມືກັບເຈົ້າໜ້າທີ່ໃນການສະໜອງຂໍ້ມູນກ່ຽວກັບການພົບເຫັນຢາໄອສ໌ໃນຄັ້ງນີ້ ແລະ ຜ່ານການກວດກາປະຫວັດເຫັນວ່າ: ຜູ້ກ່ຽວບໍ່ມີສ່ວນພົວພັນກັບການເຄື່ອນໄຫວກະທໍາຜິດໃນຄັ້ງນີ້. ຕໍ່ກັບຢາເສບຕິດປະເພດຢາໄອສ໌ ຈໍານວນ 04 ກະສອບ ເທົ່າກັບ 120 ຫໍ່, ນໍ້າໜັກ 128 ກິໂລກຼາມນັ້ນ ທາງເຈົ້າໜ້າທີ່ພວກເຮົາແມ່ນໄດ້ນໍາມາເກັບຮັກສາໄວ້ ແລະ ພວມເລັ່ງຊອກຫາເປົ້າໝາຍດັ່ງກ່າວມາລົງໂທດຕາມລະບຽບກົດໝາຍ.
ພາບຂ່າວ: ປກສ ເມືອງແກ່ນທ້າວ