ຈັບໄດ້ແລ້ວຊາຍກໍ່ເຫດຕິດຄິວອາໂຄດ ຕາມປໍ້ານໍ້າມັນ ແລະຕະຫຼາດຂອບເຂດ

ຈັບໄດ້ແລ້ວຊາຍກໍ່ເຫດຕິດຄິວອາໂຄດທັບຄິວອາແທ້ ຕາມປໍ້ານໍ້າມັນ ແລະຕະຫຼາດຂອບເຂດ ເມືອງສີໂຄດຕະບອງ ເມືອງໄຊທານີ ແລະ ເມືອງໄຊເສດຖາ.
 
ໃນໄລຍະເດືອນພຶດສະພາ 2026, ໄດ້ມີຄົນຮ້າຍເຄື່ອນໄຫວເລາະຕິດຄິວອາໂຄດ (QR Code) ສະແກນຈ່າຍ-ຮັບເງິນ ບັນຊີທະນາຄານ ຂອງຕົນເອງທັບໃສ່ QR code ຂອງບັນດາຫ້າງຮ້ານ, ຫົວໜ່ວຍທຸລະກິດ ຢູ່ຕາມປໍ້ານຳມັນ ແລະ ຕະຫຼາດ ໃນຂອບເຂດເມືອງ ສີໂຄດຕະບອງ, ເມືອງ ໄຊທານີ ແລະ ເມືອງ ໄຊເສດຖາ.
ຜ່ານການເຄື່ອນໄຫວປະຕິບັດໜ້າທີ່ຂອງກົມຕຳຫຼວດສືບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງ, ຕົກມາຮອດເວລາ 18:00 ໂມງຂອງວັນທີ 2 ມີຖຸນາ 2026 ເຈົ້າໜ້າທີ່ສາມາດກັກຕົວຜູ້ກໍ່ເຫດຊື່ ທ້າວ ທອງພັນ ອາຍຸ 35 ປີ, ອາຊີບ ກຳມະກອນ ປະຈຸບັນຢູ່ບ້ານ ໜອງປີງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ເຊິ່ງປະຈຸບັນນີ້ ເຈົ້າໜ້າທີ່ກົມຕຳຫຼວດສືບສວນ-ສອບສວນ ກໍາລັງດຳເນີນການສືບສວນ-ສອບສວນຕາມຂັ້ນຕອນຂອງກົດໜາຍ.
ຂ່າວ: ຄວາມສະຫງົບ