ເບື້ອງຫຼັງຄວາມສະຫຼາດຂອງ “ເອໄອ” ມີລາຄາທີ່ສິ່ງແວດລ້ອມ ຕ້ອງຈ່າຍ

ໃນຍຸກທີ່ ປັນຍາປະດິດ ຫຼືທີ່ເຮົາເອີ້ນກັນວ່າ ເອໄອ (AI) ກາຍເປັນສ່ວນໜຶ່ງຂອງຊີວິດປະຈຳວັນ ບໍ່ວ່າຈະເປັນການຮຽນ, ການເຮັດວຽກ ຫຼື ຄວາມບັນເທີງ ໂດຍສະເພາະ Generative AI ທີ່ເອົາໄວ້ໃຊ້ໃນການສ້າງສັນສິ່ງໃໝ່ ຫຼື ເປັນຕົວຊ່ວຍໃນການປະມວນຜົນຂໍ້ມູນ ເພື່ອຕອບຄຳຖາມໃນເວລາສັ້ນໆ. ແຕ່ທຸກຄົນຮູ້ຫຼືບໍ່ວ່າ ເບື້ອງຫລັງການຕອບຄຳຖາມ ຫຼື ການໄດ້ມາເຊິ່ງຮູບພາບຈາກ AI ທີ່ທ່ານຕ້ອງການນັ້ນ ຕ້ອງແລກກັບການໃຊ້ໄຟຟ້າ ແລະ ນ້ຳຢ່າງມະຫາສານ.
ຫຼາຍຄົນອາດຈະຄິດວ່າ ເອໄອ ເປັນພຽງລະບົບໃນຄອມພິວເຕີ ບໍ່ໄດ້ປ່ອຍຄວັນພິດຄືໂຮງງານອຸດສາຫະກຳ. ແຕ່ໃນຄວາມເປັນຈິງ, ການເຮັດວຽກຂອງ ເອໄອ ແມ່ນໃຊ້ ສູນຂໍ້ມູນຂະຫນາດໃຫຍ່ (Data Center) ທີ່ມີເຊີບເວີນັບລ້ານເຄື່ອງ ເຮັດວຽກຕະຫຼອດ 24 ຊົ່ວໂມງ ບໍ່ມີມື້ພັກ ແລະ ເມື່ອເຮັດວຽກຫນັກ ກໍຈະເກີດຄວາມຮ້ອນສູງ. ດັ່ງນັ້ນ, ເພື່ອຮັກສາບໍ່ໃຫ້ລະບົບພັງ ສູນຂໍ້ມູນ ຕ້ອງໃຊ້ພະລັງງານລົມ ແລະ ນ້ຳຈຳນວນມະຫາສານ ໃນການລະບາຍຄວາມຮ້ອນ.
ເຮົາບໍ່ສາມາດເວົ້າຕົວເລກທີ່ຊັດເຈນໄດ້ວ່າ ການຖາມຄຳຖາມ ຫຼື ການສ້າງຮູບພາບໜຶ່ງເທື່ອ ໃຊ້ພະລັງງານເທົ່າໃດ ເນື່ອງຈາກຂຶ້ນກັບຄວາມສັບຊ້ອນຂອງຄຳສັ່ງ.
ອົງການພະລັງງານສາກົນ ຫຼື IEA ໃຫ້ຂໍ້ມູນປຽບທຽບວ່າ ການຖາມຄຳຖາມກັບ AI ຕົວຢ່າງຄື ChatGPT ພຽງ 1 ຄຳຖາມ ຈະໃຊ້ໄຟຟ້າຫຼາຍກວ່າການຄົ້ນຫາຜ່ານ Google ທຳມະດາເຖິງ 10 ເທົ່າ ແລະ ການຂໍໃຫ້ AI gen ຮູບພາບງາມໆໃຫ້ 1 ຮູບ, ລະບົບຈະໃຊ້ພະລັງງານໄຟຟ້າເທົ່າກັບ ການສາກແບັດໂທລະສັບມືຖື ຈົນເຕັມ 1 ໜ່ວຍ ແລະ ໃຊ້ນ້ຳໃນການລະບາຍຄວາມຮ້ອນເທົ່າກັບ ນ້ຳດື່ມ 1 ຕຸກ ທີ່ມີປະລິມານ 500 ມິລີລິດ (ml). ທ່ານລອງຄິດເບິ່ງວ່າ ຖ້າຄົນທົ່ວໂລກໃຊ້ AI ພ້ອມກັນພັນລ້ານເຄື່ອງຕໍ່ມື້ ມັນຈະກິນພະລັງງານຫຼາຍເທົ່າໃດ?
ໃນບົດລາຍງານຄວາມຍືນຍົງ (Sustainability Report) ປະຈຳປີ 2024 ຂອງ Google ເປີດເຜີຍວ່າ ການປ່ອຍທາດອາຍເຮືອນແກ້ວຂອງບໍລິສັດ ເພີ່ມຂຶ້ນເຖິງ 48% ເມື່ອທຽບໃສ່ປີ 2019 ເຊິ່ງສາເຫດຫຼັກທີ່ເຮັດໃຫ້ການປ່ອຍກາກບອນເພີ່ມຂຶ້ນສູງ ຈົນກະທົບຕໍ່ເປົ້າໝາຍການປ່ອຍທາດອາຍເຮືອນແກ້ວເປັນສູນ (Net Zero Emission) ນັ້ນ ກໍຍ້ອນມີການເລັ່ງພັດທະນາ ແລະ ຕິດຕັ້ງລະບົບ AI ໃນສູນຂໍ້ມູນຂອງຕົນ.
ສຳລັບ ສປປ ລາວ, ເຖິງວ່າພວກເຮົາຈະບໍ່ແມ່ນປະເທດຜູ້ພັດທະນາ AI ຂະໜາດໃຫຍ່, ແຕ່ພວກເຮົາເປັນ ຜູ້ຊົມໃຊ້. ການຂະຫຍາຍຕົວຂອງ AI ໃນປັດຈຸບັນ ບໍ່ໄດ້ສົ່ງຜົນກະທົບຕໍ່ຊັບພະຍາກອນພາຍໃນປະເທດເຮົາໂດຍກົງ. ແຕ່ໃນໄລຍະຍາວ, ຫາກອຸດສາຫະກຳ AI ທົ່ວໂລກ ຍັງບໍ່ສາມາດຄວບຄຸມການປ່ອຍທາດອາຍເຮືອນແກ້ວ ແລະ ການໃຊ້ນ້ຳໄດ້ ຈຶ່ງມີຄວາມເປັນໄປໄດ້ວ່າ ສປປ ລາວ ຈະເປັນໜຶ່ງໃນປະເທດ ທີ່ໄດ້ຮັບຜົນກະທົບ ຈາກການປ່ຽນແປງສະພາບອາກາດ ເຊັ່ນ: ບັນຫາໄພແລ້ງ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ຂະແໜງກະສິກຳ.
ເຖິງແນວໃດກໍຕາມ, ພວກເຮົາກໍບໍ່ສາມາດປະຕິເສດໄດ້ວ່າ AI ມີປະໂຫຍດຕໍ່ການເຮັດວຽກ ແລະ ການດຳລົງຊີວິດຂອງຄົນເຮົາຫຼາຍ. ສະນັ້ນ, ຈຶ່ງຕ້ອງໄດ້ມີການຕິດຕາມ ແລະ ປັບໂຕໃຫ້ເທົ່າທັນກັບເຕັກໂນໂລຊີ ຄວບຄູ່ໄປກັບການຮຽກຮ້ອງໃຫ້ມີການພັດທະນາທີ່ຍືນຍົງໃນລະດັບສາກົນ ເພາະຄຳຖາມທີ່ສຳຄັນກວ່າ ບໍ່ແມ່ນ “ການໃຊ້ AI ຫຼື ບໍ່” ແຕ່ແມ່ນ “ການໃຊ້ AI ແນວໃດ ໃຫ້ມີຄວາມຮັບຜິດຊອບຕໍ່ໂລກ”