ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ລົງຕິດຕາມກວດກາ ຕຶກອາຄານ ຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ.

ໃນວັນທີ 29 ພຶດສະພາ 2026, ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຮ່ວມກັບ ຫ້ອງການຮັກສາຄວາມປອດໄພ ນຳໂດຍ ທ່ານ ພັອ ວິພາກອນ ສິງຈັນທາ ຮອງຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເຄື່ອນໄຫວຕິດຕາມກວດກາ ຕຶກອາຄານບັນດາຄຸ້ມ ຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ໂດຍໄດ້ແບ່ງອອກເປັນ 4 ໂຊນຄື: ໂຊນ A ປະກອບມີ 19 ຄຸ້ມ, ໂຊນ B ປະກອບມີ 18 ຄຸ້ມ, ໂຊນ C ປະກອບມີ 3 ຄຸ້ມ ແລະ ໂຊນ D ປະກອບມີ 08 ຄຸ້ມ.
ຜ່ານການລົງຕິດຕາມກວດກາຕົວຈິງແມ່ນບໍ່ພົບເຫັນກຸ່ມຄົນທີ່ເຄືອນໄຫວອາດຊະຍາກໍາສໍ້ໂກງຊັບທາງໂທລະຄົມ, ມີພຽງແຕ່ຄົນສັນຊາດມຽນມາຈຳນວນໜຶ່ງ ທີ່ອາໄສຢູ່ເປັນຄອບຄົວ ແລະ ເປັນຜູ້ດູແລປົກປັກຮັກສາຕຶກອາຄານ, ສ່ວນສະຖານທີ່ໂຮງແຮມ ແລະ ອາພາດເມັ້ນແມ່ນມີຄົນສັນຊາດຈີນຈຳນວນໜຶ່ງໄດ້ອາໄສພັກເຊົາຢູ່.
ສໍາລັບແຜນການໃນຕໍ່ໜ້າ ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ຈະສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ດຳເນີນການຕິດຕາມເຝົ້າລະວັງ ແລະ ລົງກວດກາແຕ່ລະໂຊນເປັນປົກກະຕິປະຈຳອາທິດ ຖ້າຫາກມີຂໍ້ມູນແຫຼ່ງຂ່າວທີ່ມີມູນຄວາມຈິງແທ້ ວ່າມີການເຄື່ອນໄຫວສໍ້ໂກງຊັບທາງໂທລະຄົມ ແມ່ນຈະໄດ້ດຳເນີນການແກ້ໄຂຕາມລະບຽບກົດໝາຍ.
.