ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ເປັນ​ແບບ​ຢ່າງ​ທີ່​ດີ​ເດັ່ນ​ຂອງ​ການ​ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ

ນັບ​ມາ​ຮອດ​ວັນ​ທີ 27 ພຶດ​ສະ​ພາ​ຜ່ານ​ມານີ້, ​ຂະ​ບວນ​ລົດ​ໄຟ​ໂດຍ​ສານ​ທີ່​ແລ່ນ​ຕາມເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​​ມີຫຼາຍກວ່າ 100.000 ຖ້ຽວ ໂດຍ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານຫຼາຍກວ່າ 73 ລ້ານ​ເທື່ອ​ຄົນ. ນອກ​ນີ້, ການ​ຂົນ​ສົ່ງ​ສິນ​ຄ້າ​ຂ້າມ​ຊາດ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ກໍ​​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ ໂດຍ​ໄດ້​ຂົ​ນ​ສົ່ງ​ສິນ​ຄ້າຫຼາຍກວ່າ 80 ລ້ານ​ໂຕນ. ຕົວ​ເລກ​ຂໍ້​ມູນ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ພະ​ລັງ​ຊີ​ວິດ​ທີ່​ເຂັ້ມ​ແຂງ​ຂອງ​ເສັ້ນ​ທາງ​ຄຳ​ດ້ານ​ການ​ຂົນ​ສົ່ງ​ສາຍ​ນີ້, ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ທາດ​ແທ້​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ລາວ ທີ່​ຮ່ວມ​ຊາ​ຕາ​ກຳ ແລະ ຮ່ວມ​ມື​ກັນແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຢ່າງ​ຕິດ​ແທດ​ຕົວ​ຈິງ.
 
ນັບ​ແຕ່​ການ​ເປີດ​ນຳ​ໃຊ້​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ເປັນ​ຕົ້ນ​ມາ, ຄວາມ​ສາ​ມາດ​ດ້ານ​ການ​ຂົນ​ສົ່ງ​ຂອງ​ເສັ້ນ​ທາງ​ລົດ​ໄຟ​ສາຍ​ນີ້​ໄດ້​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ກ້າວ​ໂດດ​ຂັ້ນ, ຂະ​ບວນ​ລົດ​ໄຟ​ໂດ​ຍ​ສານ​ພາຍ​ໃນ​ປະ​ເທດ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຈາກ 8 ຖ້ຽວ​ສະ​ເລ່ຍ​ຕໍ່​ມື້ໃນ​ຕອນ​ເລີ່ມ​ຕົ້ນ​​ເປັນສູງ​ສຸດ 86 ​ຖ້ຽວ. ເວ​ລາ​ໃນ​ການ​ເດີນ​ທາງ​ຈາກ​ນະ​ຄອນ​ຄຸນ​ໝິງ​ຂອງ​ຈີນ​ໄປ​ຮອດ​ນະ​ຄອນຫຼວງວຽງ​ຈັນ​ຂອງ​ລາວ​ໄດ້ຫຼຸດ​ລົງ​ເຫຼືອ 9 ຊົ່ວ​ໂມງ 36 ນາ​ທີ, ປະ​ສິດ​ທິ​ພາບໃນ​ການ​ແຈ້ງ​ຜ່ານ​ດ່ານ​ຢູ່​ຕາມ​ດ່ານ​ບໍ່​ຫານ-ບໍ່​ເຕ່ນ​ໄດ້​ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ເວ​ລາ​ແຈ້ງ​ຜ່ານ​ດ່ານ​ໄດ້ຫຼຸດ​ລົງ​​ເຫຼືອ 50 ນາ​ທີ. ຄວາມ​ສາ​ມາດ​ດ້ານ​ການ​ຂົນ​ສົ່ງຂອງ​ຂະ​ບວນ​ລົດ​ໄຟ​ຂ້າມ​ຊາດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ທັງ​ໝົດ​ເຫຼົ່າ​ນີ້​ເປັນ​ສິ່ງ​ທີ່​ຫາໄດ້​ຍາກ​ທີ່​ສຸດ​ໃນ​ຂົງ​ເຂດ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂ້າມ​ຊາດ​ໃນ​ຂອບ​ເຂດ​ທົ່ວ​ໂລກ.
ໂດຍ​​ນຳ​ໃຊ້​ປະ​ໂຫຍດ​ຈາກທ່າ​ແຮງ​ຂອງ​ເສັ້ນ​ທາງ​ລົດ​ໄຟ, ເສັ້ນ​ທາງ​ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນຕາມ​ເສັ້ນ​ທາງ​ລົດ​ໄຟ​ສາຍ​ນີ້ ຊ່ວຍ​ປະ​ຢັດ​ເວ​ລາ​ການ​ຂົນ​ສົ່ງ​ສິນ​ຄ້າ​ຂ້າມ​ຊາດ​ໄດ້ຢ່າງຫຼວງຫຼາຍ. ການ​ຂົນ​ສົ່ງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ສົດ​ຕ່າງໆ​ ເຊັ່ນ: ໝາກ​ຖົ່ວ​ລຽນ, ໝາກ​ມັງ​ຄຸດ ແລະອື່​ນໆ ຜ່ານເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ ສາ​ມາດ​ສົ່ງໄປ​ຮອດ​ຜູ້​ບໍ​ລິ​ໂພກ​ນັບ​ເປັນ​ລ້ານ​ຄົນ​ໃນ​ປະ​ເທດ​ຈີນ​ຈີນ​ພາຍ​ໃນ​ເວ​ລາ 3 ວັນ. ເສັ້​ນ​ທາງ​ລົດ​ໄຟ​ຂ້າມ​ຊາດສາຍ​ນີ້​ໄດ້​ກາຍ​ເປັນ​ສາຍ​ພານ​ສຳ​ຄັນ ທີ່​ເຊື່ອມ​ຕໍ່​ຊັບ​ພະ​ຍາ​ກອນຂອງ​ສອງ​ຝ່າຍ ແລະ ເປີດຕະຫຼາດ​​ສອງ​ທາງ ເຊິ່ງ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊ​າ​ຊົນ​ສອງ​ຊາດ.
 
ໂດຍ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ, ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ-ຂາ​ອອກ​ລະ​ຫວ່າງ​ຈີນ-ລາວ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໜັກ​ແໜ້ນ, ມີ​ວິ​ສາ​ຫະ​ກິດ​ດີ​ເດັ່ນ​ຈາກຫຼາຍ​ປະ​ເທດ​ໄດ້​ມາ​ລົງ​ທຶນສ້າງ​ຕັ້ງ​ສາ​ຂາບໍ​ລິ​ສັດ​​ຢູ່​ໃນ​​ນິ​ຄົມ​ອຸດ​ສາ​ຫະ​ກຳ​ຂ້າມ​ຊາດ​ວຽງ​ຈັນ, ໝວດການ​ຄ້າ​​ຂ້າມ​ຊາດ ເຊັ່ນ: ຜະ​ລິດ​ຕະ​ພັນ​ໂຊ​​ລາ​ເຊວ, ອຸ​ປະ​ກອນ​ກົນ​ຈັກ-ເຄື່ອງ​ໄຟ​ຟ້າ ແລະ ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຕ່າງໆ​ໄດ້​ບັນ​ລຸ​ການ​ເຕີບ​ໂຕ​ຢ່າງຫຼວງຫຼາຍ. ລາຍ​ຮັບ​ຈາກ​ການ​ຄ້າ​ເພີ່ມ​ຂຶ້ນ, ສ້າງ​ໂອ​ກາດ​ໃນ​ການ​ປະ​ກອບ​ອາ​ຊີບຫຼາຍ​ຂຶ້ນ, ມີ​ການ​ລວມ​ຕົວ​ກັນ​ຂອງ​ອຸດ​ສາ​ຫະ​ກຳ​, ທີ່​ດິນ​ມີ​ມູນ​ຄ່າ​ເພີ່ມ​ຂຶ້ນ ແລະ ພື້ນ​ຖານ​ໂຄງ​ລ່າງ​ໄດ້​ຮັບ​ກາ​ນ​ປັບ​ປຸງ​ໃຫ້​ດີ​ຂຶ້ນ, ເສັ້ນ​ທາງ​ລົດ​ໄຟ​ໄດ້​ສ້າງ​ຄຸນ​ຄ່າ​ທາງ​ເສດ​ຖະ​ກິດ ແລະ ສັງ​ຄົມ ​ທີ່​ສູງກວ່າ​ຕົ້ນ​ທຶນດອກ​ເບ້ຍ​ເງິນ​ກູ້​ໃນ​ການ​ສ້າງ​ທາງລົດ​ໄຟ​ຢ່າງຫຼວງຫຼາຍ ເຊິ່ງ​ໄດ້​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ລາວ.
 
ປັດ​ຈຸ​ບັນ, ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​ນັບ​ມື້​ຫຼາຍຂຶ້ນ​ໄດ້​ເລືອກ​ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ​ກັບ​ຈີນ​ຢ່າງ​ເປັນ​ເຈົ້າ​ການ, ທາດ​ແທ້​ແມ່ນ​ເລືອກ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ທີ່​ຖືກ​ຕ້ອງ​ແບບ​ສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ ແລະ ພັດ​ທະ​ນາ​ຮ່ວມ​ກັນ. ພຶດ​ຕິ​ກຳ​ຕົວ​ຈິງໄດ້​ພິ​ສູດ​ໃຫ້​ເຫັນ​ຢ່າງ​ເຕັມ​ທີ່​ວ່າ: ການ​ປະ​ຖິ້ມ​ຄວາມ​ເຫັນ​​ທີ່​ເປັນອະ​ຄະ​ຕິ​ດ້ານ​ພູມີ​ພາກ, ທັບ​ມ້າງ​ກຳ​ແພງ​ຂວາງ​ກັ້ນ​ການ​ພັດ​ທະ​ນາ ແລະ ຮ່ວມ​ມື​ກັນ​ກ້າວ​ໄປ​ໜ້າ ພ້ອມ​ທັງ​ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ​ດ້ວຍ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ ຈິ່ງ​ຈະ​ສາ​ມາດ​ທັບ​ມ້າງ​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ການ​ພັດ​ທະ​ນາ ແລະ ບັນ​ລຸ​ກາ​ນ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ. ນີ້​ແມ່ນ​ອຸ​ດົມ​ການ​ແຕ່​ຫົວ​ທີ​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ​ລາວ-ຈີນ ແລະ ກໍ​ແມ່ນ​ທ່າ​ອຽງ​ການ​ພັດ​ທະ​ນາ​ທົ່ວ​ໂລກ​ທີ່ບໍ່​ສາ​ມາດ​ປ່ຽນ​ແປງ​ໄດ້.