ລາວ-ອິນເດຍ ຮັດແໜ້ນສາຍພົວພັນການທູດ ຄົບຮອບ 70 ປີ ພ້ອມລົງນາມເອກະສານຮ່ວມມື 3 ສະບັບ

 

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ສຸບຣາມານຍຳ ໃຈຊັງກາ (H. E. Dr. Subrahmanyam Jaishankar), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສ. ອິນເດຍ ຢ່າງເປັນທາງການ ​ແລະ ເປັນປະທານກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ອິນເດຍ ຄັ້ງທີ 10 ໃນລະຫວ່າງ ​ວັນທີ 01-03 ມິຖຸນາ 2026 ທີ່ ນະຄອນຫຼວງນິວເເດນລີ, ປະເທດອິນເດຍ.

ການພົບປະຫາລືຢ່າງເປັນທາງການສອງຝ່າຍ ແລະ ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ອິນເດຍ ຄັ້ງທີ 10 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 3 ມິຖຸນາ 2026, ໂດຍການເປັນປະທານຮ່ວມຂອງສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ອິນເດຍ. ໃນກອງປະຊຸມ, ທ່ານ ສຸບຣາມານຍຳ ໃຈຊັງກາ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ອິນເດຍ ຢ່າງເປັນທາງການ ຂອງ ຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ ກໍຄືການປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ.ອິນເດຍ ໃນປີ 2026 ນີ້ ໃຫ້ມີເນື້ອໃນ ແລະ ຄວາມໝາຍຄວາມສໍາຄັນ ແລະ ເລິກເຊິ່ງຍີ່ງຂື້ນ. ໃນ ໂອກາດດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ຕີລາຄາສູງຕໍ່ການຮ່ວມມືອັນມີຜົນສຳເລັດໃນດ້ານຕ່າງໆ ລະຫວ່າງ ສອງປະເທດ ທີ່ໄດ້ເຕີບໃຫ່ຍຂະຫຍາຍຕົວ ຕະຫຼອດ 7 ທົດສະຫວັດຜ່ານມາ ພ້ອມທັງໄດ້ເຊື້ອເຊີນ ທ່ານ ສຸບຣາມານຍຳ ໃຈຊັງກາ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາອັນເໝາະສົມ.

ນອກນັ້ນ, ສອງຝ່າຍ ໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມືໃນດ້ານຕ່າງໆ ໃນໄລຍະຜ່ານມາ ພາຍຫຼັງກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ອິນເດຍ ຄັ້ງທີ 9 ໄດ້ຈັດຂຶ້ນໃນປີ 2018, ເປັນຕົ້ນແມ່ນການຮ່ວມມືທາງດ້ານການເມືອງ, ເສດຖະກິດ, ການຄ້າ ແລະ ການລົງທຶນ, ສາທາລະນະສຸກ, ການທ່ອງທ່ຽວ, ການເຊື່ອມໂຍງດ້ານດິຈິຕອນ, ການພັດທະນາຊັບພະຍາກອນມະນຸດ, ການຮ່ວມມືດ້ານວັດທະນະທໍາ, ວຽກງານປ້ອງກັນຊາດ ແລະ ອື່ນໆ, ລວມທັງການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ລາວ ແລະ ອິນເດຍ ພ້ອມທັງເຫັນດີສືບຕໍ່ເສີມຂະຫຍາຍການຮ່ວມມືດັ່ງກ່າວໃຫ້ຂະຫຍາຍຕົວຂື້ນກວ່າເກົ່າ. ນອກຈາກນີ້, ສອງຝ່າຍ ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ສືບຕໍ່ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ ເຊິ່ງສະແດງອອກໃນການແລກປ່ຽນການພົບປະຢ້ຽມຢາມ ຂອງຄະນະຜູ້ແທນສອງປະເທດ ຢ່າງເປັນປົກກະຕິ, ໂດຍສະເພາະແມ່ນການຢ້ຽມຢາມ ສປປ ລາວ ຂອງ ທ່ານ ນາຍົກລັດຖະມົນຕີ ນາເຣນດຣາ ໂມດີ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອິນເດຍ ໃນເດືອນຕຸລາ 2024 ທີ່ຜ່ານມາ. ພ້ອມນີ້, ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບການຍົກລະດັບສາຍພົວພັນລະຫວ່າງສອງປະເທດຂື້ນເປັນຄູ່ຮ່ວມມືຮອບດ້ານໃນອະນາຄົດ ເພື່ອໃຫ້ສອດຄ່ອງກັບການພົວພັນຮ່ວມມືທີ່ໃກ້ຊິດ ແລະ ການຂະຫຍາຍຕົວໃນປະຈຸບັນ ແລະ ເຫັນດີຈະສືບຕໍ່ເຮັດວຽກຮ່ວມກັນເພື່ອກະກຽມໃຫ້ແກ່ການຍົກລະດັບດັ່ງກ່າວ. ນອກນີ້, ຍັງເຫັນດີສືບຕໍ່ຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນຂອບການຮ່ວມມື ອາຊຽນ-ອິນເດຍ, ແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ອົງການ ສປຊ ແລະ ອື່ນໆ. ນອກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການຂອງພາກພື້ນ ແລະ ສາກົນ ຈໍານວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໂອກາດດຽວກັນນີ້, ສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ອິນເດຍ ຍັງໄດ້ຮ່ວມກັນລົງນາມຮັບຮອງເອົາບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ອິນເດຍ ຄັ້ງທີ10 ເຊິ່ງເປັນເອກະສານສໍາຄັນ ໃນຜົນສຳເລັດຂອງການຢ້ຽມຢາມຄັ້ງນີ້ ເພື່ອເປັນບ່ອນອີງໃຫ້ແກ່ສອງກະຊວງການຕ່າງປະເທດ ກໍ່ຄື ຂະແໜງການກ່ຽວຂ້ອງຂອງສອງຝ່າຍ ສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການຮ່ວມມືໃນຂະ     ແໜງການທີ່ສອງປະເທດມີທ່າແຮງ ອີງຕາມຂົງເຂດທີ່ໄດ້ກຳນົດໃນເນື້ອໃນຂອງບົດບັນທຶກສະບັບດັ່ງກ່າວ.

ພາຍຫຼັງສໍາເລັດກອງປະຊຸມ, ສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ອິນເດຍ ໄດ້ຮ່ວມກັນເປັນສັກຂິພິຍານການແລກປ່ຽນເອກະສານຮ່ວມມື ຈໍານວນ 3 ສະບັບ ຄື: 1). ສັນຍາໂຄງການແລກປ່ຽນວັດທະນະທຳ; 2). ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືວຽກງານສາທາລະນະສຸກ ກ່ຽວກັບ ການຄຸ້ມຄອງຢາ; ແລະ 3). ອານຸສັນຍາ ວ່າດ້ວຍ ການຮ່ວມມື ແລະ ຄຸ້ມຄອງຄູສອນ ປະຈຳຢູ່ ວິທຍາຄານ ໄກສອນ ພົມວິຫານ.

ສອງຝ່າຍ ຍັງໄດ້ຮ່ວມກັນເປີດກາສັນຍາລັກສະເຫຼີມສະຫຼອງ ຄົບຮອບ 70 ປີ (2 ກຸມພາ 1956 – 2 ກຸມພາ 2026) ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ອິນເດຍ ຢ່າງເປັນທາງການ.

  ໃນໂອກາດຢ້ຽມຢາມ ສ. ອິນເດຍ ຢ່າງເປັນທາງການໃນຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມສະຖານ ທີ່ທາງດ້ານປະຫວັດສາດ ແລະ ວັດທະນະທຳອັນເກົ່າແກ່ ຂອງ ອິນເດຍ, ເຂົ້າຮ່ວມເປັນແຂກກິດຕິມະສັກໃນກອງປະຊຸມພົບປະພາກທຸລະກິດ ລາວ-ອິນເດຍ ຄັ້ງທີ 2; ຕ້ອນຮັບການຢ້ຽມຂໍ່ານັບຂອງ ທ່ານ ຣາຈູ ເສດຖາ, ກົງສູນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາປະເທດເນປານ ແລະ ທ່ານ Sanjay Kirloskar, ປະທານບໍລິສັດ Kirloskar. ນອກນີ້, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ໃຫ້ສຳພາດຕໍ່ສຳນັກຂ່າວຂອງອິນເດຍຈຳນວນໜຶ່ງ ກ່ຽວກັບຜົນສຳເລັດການເດີນທາງຢ້ຽມຢາມທາງການ ແລະ ຈັດກອງປະຊຸມໃນຄັ້ງນີ້. 

ເພື່ອປະກອບສ່ວນສະເຫຼີມສະຫຼອງ 70 ປີແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ອິນເດຍ, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານລາວ ເຂົ້າພິທີເປີດງານວາງສະແດງຮູບພາບລາວ-ອິນເດຍ ຢູ່ ນະຄອນຫຼວງນິວເເດນລີ ຮ່ວມກັບເຈົ້າໜ້າທີ່ຂັ້ນສູງກະຊວງການຕ່າງປະເທດອິນເດຍ

ທີ່ມາ: ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ