ກອງປະຊຸມວິຊາການ ດ້ານການແພດ ສາຂານາລີເວດ-ສູຕິສາດ ທົ່ວປະເທດຄັ້ງທີ 17

“ການ​ເສີມສ້າງ​ຄວາມ​ເຂັ້ມ​ແຂງ​ໃນ​ວຽກ​ງານ​ການ​ປ້ອງ​ກັນ ແລະ ການ​ປິ່ນ​ປົວ​ທີ່​ມີ​ຄຸນ​ນະ​ພາບ​ທາງ​ດ້ານປະສູດ-ພະຍາດຍິງ“ ໄດ້ຈັດຂຶ້ນໃນວັນທີ 3-4 ມິ​ຖຸ​ນາ 2026, ທີ່ສູນປະຊຸມ ICTC ຫຼັກ 5, ນະຄອນຫຼວງວຽງຈັນ.
 
ໂດຍການເປັນປະທານຂອງທ່ານ ສຈ. ດຣ. ມາຍຟອງ ມາຍຊາຍ ອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ທ່ານ ດຣ ນ. ແກ້ວເກດທອງ ພົງສະຫັວນ ປະທານສະມາຄົມການແພດ ນາລີເວດ-ສູຕິສາດລາວ ແລະ ແພດປະສູດ-ພະຍາດຍິງ ຈາກທົ່ວປະເທດ ກໍເຂົ້າຮ່ວມ.
 
ຈຸດປະສົງໃນການຈັດກອງປະຊຸມແມ່ນເພື່ອໃຫ້ແພດ​ນາ​ລີ​ເວດ-ສູ​ຕິ​ສາດ ຈະ​ໄດ້​ຍົກ​ລະ​ດັບ​ຄວາມ​ຮູ້​ຢ່າງ​ຕໍ່​ເນືອງ ເພື່ອ​ໃຫ້​ບັນ​ລຸຢຸດ​ທະ​ສາດ 2030 ແລະ ນັກ​ສຳ​ມະ​ນາ​ກອນ​ຈະ​ໄດ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ໃນ​ການ​ບົ່ງ​ມະ​ຕິ ແລະ ແກ້​ໄຂ​ບັນ​ຫາ, ເຊັນ​ອາ​ການ​ສົນ​ໃນ​ເວ​ລາ​ຖື​ພາ, ການ​ຕິດ​ຕາມ​ການ​ເກີດ​ລູກ​ທີ່​ປອດ​ໄພ, ການ​ຜ່າ​ເກີດ​ລູກ​ທີ່ບໍ່​ສົມ​ເຫດ​ສົມ​ຜົນ, ການ​ເບີ່ງ​ເດັກເ​ກີດກ່ອນ​ກຳ​ນົດ, ການ​ວາງ​ແຜນ​ຄອບ​ຄົວ.
 
ໃນກອງປະຊຸມຂອງສະມາຄົມການແພດ ນາລີເວດ-ສູຕິສາດ ລາວ ມີເປົ້າໝາຍເພື່ອດູແລ ແມ່ຍິງຖືພາ ແລະ ແມ່ຍິງລາວ ໃຫ້ມີສຸຂະພາບທີ ່ ສົມບູນ ດ້ວຍການປິ່ນປົວທີ່ມີຄຸນນະພາບຕາມມາດຕະຖານສາກົນ ເພື່ອຊ່ວຍຫຸດຜ່ອນການເຈັບເປັນ ແລະ ເສຍຊິວິດຂອງແມ່ ແລະ ຍັງເປັນ ບ່ອນທີ ່ ເພີ່ມພູນຄວາມຮູ ້ຄວາມສາມາດໃຫ້ແກ່ທ່ານໝ ທີ ່ ເຮັດ ໜ້າທີ ່ ປິ່ນປົວປະສູດ-ພະຍາດຍິງ ໄດ້ ແລກ ປ່ຽນຄວາມຮູ້, ຖອດຖອນບົດຮຽນເຊີ່ງກັນ ແລະ ກັນ ພ້ອມທັງປະສົບການຕ່າງໆທີ ່ ພົບໃນ ແຕ່ລະໂຮງໝໍ ໃນທົ່ວປະເທດ. ເນື່ອງຈາກການເສຍຊິວິດຂອງແມ່ຍັງເປັນໜຶ່ງເງື່ອນໄຂ ທີ່ຈະເຮັດ ໃຫ້ປະເທດລາວ ຫຼຸດພົ້ນອອກຈາກຄວາມທຸກຍາກໃນ ປີ 2030 ທີ່ລັດຖະບານໄດ້ວາງໄວ້,