ແຂວງບໍລິຄຳໄຊ ທໍາລາຍຊິ້ນສ່ວນສັດປ່າທີ່ຍຶດໄດ້

ໃນຕອນບ່າຍວັນທີ 3 ມິຖຸນາ 2026 ນີ້ ຢູ່ທີ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງບໍລິຄໍາໄຊ ກອງກວດກາຊັບພະຍາກອບທໍາມະຊາດ ແລະ ສິ່ງແວດລ້ອມ ກຸ່ມວຽກກວດກາ ສັດນໍ້າ - ສັດປ່າ ໄດ້ຈັດພິທີທໍາລາຍສັດປ່າ, ຊິ້ນສວ່ນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້. ໃຫ້ກຽດເຂົ້າຮ່ວມພິທີທໍາລາຍໃນຄັ້ງນີ້ມີ ທ່ານ ພັນລອນ ແກ້ວວິເສດ ຮອງຫົວໜ້າ ພະແນກ ກະສິກໍາ ແລະ ສິ່ງແວດລ້ອມແຂວງ. ມີບັນດາ ຄະນະກອງກວດກາປ່າໄມ້ ພະນັກງານຫລັກແຫລ່ງ ໜ່ວຍງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
 
ໃນພີທີ ທ່ານ ພູປະເສີດ ອິນສີຊຽງໃໝ່ ຫົວຫນ້າກຸ່ມ ກວດກາ ສັດນໍ້າ-ສັດປ່າ ໄດ້ລາຍງານ ຫຍໍ້ກ່ຽວກັບການຕິດຕາມກວດກາຕົວຈິງ ຂອງເຈົ້າຫນ້າທີ ກອງກວດກາຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມ ຄັ້ງວັນທີ 5 ພຶດສະພາ 2026 ແລະ ຄັງວັນທີ 28ພຶດສະພາ 2026 ຢູ່ເຂດ ເມືອງ ບໍລິຄັນ ແລະ ເມືອງ ປາກກະດີງ ສາມາຢຶດສັດນໍ້າ -ສັດປ່າຄື: ເມືອງ ປາກກະດິງ ຍຶດແລນ ຍັງມີຊີວີດຈໍານວນ 3 ໂຕ ນໍ້າຫນັກ 5,8 ກິໂລ ຢຶດຊິ້ນແລນແຫ້ງ ນໍ້າຫນັກ 2,1 ກິໂລ.ຍຶດຊີ້ນສ່ວນແລນ ນໍ້າຫນັກ 5,3 ກິໂລ. ເມືອງບໍລິຄັນ ຍຶດແລນຍັງມີຊີວິດ ຈໍານວນ 2 ໂຕ ນໍ້າຫນັກ 2,5 ກິໂລ. ຢຶດເຕົ່າ ຍັງມີຊີວິດ ຈໍານວນ 2 ໂຕ ນໍ້າຫນັກ 1,6 ກິໂລ ຢືດກະຮອກຕາຍ ຈໍານວນ 13 ໂຕ ນໍ້າຫນັກ 3,5 ກິໂລ.ຢືດຊິ້ນສ່ວນຫມູປ່າ 17 ກິໂລ.ຢຶດເຫັງນຕາຍຈໍານວນ 3 ໂຕ ນໍ້າຫນັກ 7 ກິໂລ.
 
ການທໍາລາຍສີ້ນສ່ວນທີ່ເຈົ້າໜ້າທີ່ຢຶດໄດ້ໃນຄັ້ງນີ້ ປະກອບມີ. ກະຮອກຕາຍ ຈໍານວນ 13 ໂຕ, ນໍ້າໜັກ 3,5 ກິໂລ, ເຫງັນ ຕາຍ ຈໍານວນ 3 ໂຕ ນໍາໜັກ 7 ກິໂລ. ສິ້ນສວນໝູປ່າ ຈໍານວນ 17 ກິໂລ. ຊີ້ນ ແລນແຫ້ງ ນໍ້າໜັກ 2,1 ກິໂລ. ສິ້ນສວນແລນ ນໍ້າໜັກ 5,3 ກິໂລ. ສັດທີ່ຍັງມີຊີວິດ ເຕົ້າ 2 ໂຕ ນໍ້າໜັກ 1,6 ກິໂລ, ແລນ ນໍານວນ 5 ໂຕ ນໍ້າໜັກ 8,3 ກິໂລ ແມ່ນໄດ້ນໍາໄປປ່ອຍຄືນສູ່ທຳມະຊາດ. ສໍາລັບຜູ້ຄ້າຂາຍສັດປ່າ ແມ່ນໄດ້ສ້າງບົດບັນທຶກ ພ້ອມທັງສຶກສາອົບຮົມ ໂດຍຊ່ອງຫນ້າ ພາກສ່ວນຈັດສັນຕະຫລາດເພຶ່ອເປັນຫລັກຖານ ດຳເນີນຄະດີຕາມລະບຽບກົດໝາຍ ສັດປ່າ ສະປັບເລກທີ່ 42/ສພຊ, ລົງວັນທີ່ 17 ກໍລະ ກົດ 2023, ໃນມາດຕາ 18,19,61,80, ເຊິງໄດ້ລຸບຸວ່າ ມາດຕະການຕໍ່ຜູ້ລະເມີດ, ການຄ້າຂາຍສັດປ່າ, ການເຄື່ອນ ຍ້າຍສັດປ່າ, ບຸກຄົນ, ນິຕິບຸກຄົນ, ຫຼື ການຈັດຕັ້ງ, ທີ່ໄດ້ລະເມີດກົດໝາຍສະບັບນີ້, ຈະຖືກສຶກສາອົບຮົມ, ລົງວິໃນ ປັບໃໝ, ໄຊ້ແທນຄ່າເສຍຫາຍທາງແພ່ງ ທີ່ຕົນໄດ້ກໍ່ຂື້ນ ຫຼື ຖືກລົງໂທດທາງອາຍາຕາມກົດໝາຍ ຊິ້ນສວນສັດປ່າ ທີ ກອງກວດກາ ຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ວມກວດ ຢືດໄດ້ໃນຄັ້ງນີ້ ແມ່ນໄດ້ຈັດພິທີທໍາລາຍ ໂດຍການຂຸດຂຸມຝັງດິນ.
ຂ່າວ ສຸກທະວີ. ພາບ ຄຳຟອງ