ເຈົ້າໜ້າທີ່ບຸກຈັບແກ້ງສະແກມເມີ ສັນຊາດຈີນ 24 ຄົນ ຢູ່ບ້ານຂຸດສາມບາດ ເມືອງໄຊທານີ

ວັນທີ 3 ມິຖຸນາ 2026 ເຈົ້າໜ້າທີ່ກົມຕຳຫລວດເສດຖະກິດ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ມີກຸ່ມຄົນຕ່າງປະເທດໄດ້ເຊົ່າເຮືອນວິນລາໜຶ່ງຫລັງ ພາຍໃນເຮືອນແມ່ນມີການເຄື່ອນໄຫວຕະຫລອດ 24 ຊົ່ວໂມງ. ດັ່ງນັ້ນ, ເຈົ້າໜ້າທີ່ກົມຕຳຫລວດເສດຖະກິດ ສົມທົບກັບເຈົ້າໜ້າທີ່ວິຊາສະເພາະກອງບັນຊາການປ້ອງກັນເຄື່ອນທີ່ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າກວດຄົ້ນເຮືອນທີ່ເປັນເປົ້າໝາຍ ໃນເຂດ ບ້ານຂຸດສາມບາດ #ເມືອງໄຊທານີ ນະຄອນຫລວງວຽງຈັນ. ສາມາດຈັບຕົວພວກເຄື່ອນໄຫວ #ສໍ້ໂກງຊັບທາງໂທລະຄົມ ຫລື ແກ້ງສະແກມເມີ #ເປັນຄົນສັນຊາດຈີນ ທັງໝົດຈໍານວນ 24 ຄົນ ແລະ ພົບເຫັນອຸປະກອນ ຄອມພິວເຕີ ຕັ້ງໂຕະ ແລະ ໂທລະສັບມືຖືຈໍານວນຫລາຍເຄື່ອງ ທີ່ນໍາໃຊ້ເຂົ້າໃນການກະທຳຜິດ.
 
ປັດຈຸບັນ, ເຈົ້າໜ້າທີ່ພວມສືບສວນ-ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງຮ່ວມຂະບວນການ ແລະ ບຸກຄົນທີ່ມີສ່ວນກ່ຽວພົວພັນມາດໍາເນີນຕາມຂັ້ນຕອນຂອງກົດໝາຍ.
ຂ່າວ: ປກສ