ປກສ ແຂວງຈຳປາສັກ ສົ່ງຕົວ 15 ຄົນສັນຊາດຫວຽດນາມ ກັບຄືນປະເທດ ຫຼັງພົບຂໍ້ຫາເຂົ້າເມືອງຜິດກົດໝາຍ

ໃນວັນທີ 28 ພຶດສະພາ2026 ຢູ່ທີ່ດ່ານ ສາກົນແດນສະຫວັນ-ລາວບາວ ແຂວງສະຫວັນນາເຂດ ໄດ້ຈັດພິທີ ນຳສົ່ງຜູ້ຖືກຫາສັນຊາດຫວຽດນາມ, ເຊີ່ງເຈົ້າໜ້າທີ່ພະແນກຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ປກສ ແຂວງຈຳປາສັກ ສົມທົບກັບ ເຈົ້າໜ້າທີ່ພະແນກຕຳຫຼວດກວດຄົນເຂົ້າ - ອອກເມືອງ ປະຈຳດ່ານສາກົນແດນສະຫັວນ-ລາວບາວ ແຂວງສະຫັວນນະເຂດ ມອບສົ່ງຜູ້ຖືກຫາໃຫ້ເຈົ້າໜ້າທີ ທີ່ກ່ຽວຂ້ອງ ແຫ່ງ ສສ ຫວຽດນາມ ຢ່າງເປັນທາງການ,ໂດຍຊ້ອງໜ້າເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ .
ຝ່າຍລາວ ມີທ່ານ ພັທ ຄຳພູຄອນ ບົວທິພັນຮອງຫ້ອງສັນຕິບານ ປກສ ແຂວງຈຳປາສັກ ພັທ ວິລະສັນ ຮອງພະແນກຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ປກສ ແຂວງ ຈຳປາສັກ ມີທ່ານຮອ ຄຳພູ ອິນທິລາດ ວີຊາການ ປະຈຳດ່ານ ສາກົນ ແດນສະຫັວນ-ລາວບາວ ແຂວງສະຫັວນນະເຂດ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ,ຝ່າຍ ຫວຽດນາມ ນຳໂດຍ ທ່ານ ຫວຽນ ວັນຮຶງ ຕ່າງໜ້າກົງສູນໃຫຍ່ແຫ່ງ ສສຫວຽດນາມ ປະຈຳນະຄອນປາກເຊ ແຂວງຈຳປາສັກ ມີທ່ານ ຫວຽນ ດິງຟຸງ ຫົວໜ້າທະຫານຊາຍແດນ ດ່ານສາກົນ ລາວບາວ ແຂວງກວາງຈິ ພ້ອມຄະນະ ,ໄດ້ຮ່ວມກັນສ້າງບົດບັນທຶກ ມອບ - ຮັບ ຜູ້ຖືກຫາຈໍານວນ 15 ຄົນ; ຍິງ 04 ຄົນ ໃຫ້ເຈົ້າໜ້າທີ່ ສສ ຫວຽດນາມ ເພື່ອນຳຕົວກັບຄືນປະເທດ, ໃນສະຖານຄວາມຜິດ ເຂົ້າອອກເມືອງ ບໍ່ຖືກຕ້ອງ ຕາມກົດໝາຍ ໃນນັ້ນ:
1. ທ້າວ ເຕີນ ງ໋ອກຕ໋ານ ອາຍຸ 24 ປິ ,ອາຊີບກຳມະກອນ ເຊື້ອຊາດ - ສັນຊາດ ຫວຽດນາມ, ເມືອງລາວກາຍ, ແຂວງລາວກາຍ( ປະເທດຫວຽດນາມ )
2. ນາງ ເລຫງຽນ ມີຮັງ , ອາຍຸ 35 ປີ, ອາຊີບກຳມະກອນ, ເຊື້ອຊາດ - ສັນຊາດ ຫວຽດນາມ, ເມືອງ ເລ ກວາງເຟືອງ ແຂວງ ໂຮ່ຈິມີນ( ປະເທດຫວຽດນາມ ).
3. ທ້າວ ຫວຽນ ຮຸຍຮວງ, ອາຍຸ 36 ປີ, ອາຊີບກຳມະກອນ, ເຊື້ອຊາດ - ສັນຊາດ ຫວຽດນາມ, ເມືອງເລເລ໋ຍ ,ແຂວງບັກດິງ ( ປະເທດຫວຽດນາມ).
4. ນາງ ຫຽງນ ທິຈາງ , ອຍຸ 20 ປີ, ອາຊີບກຳມະກອນ, ເຊື້ອຊາດ - ສັນຊາດ ຫວຽດນາມ, ເມືອງເຮື່ອງທຸຍ, ແຂວງເງະອານ ( ປະເທດຫວຽດນາມ).
5. ທ້າວ ເລເເມັງເຈືອງ ອາຍຸ 23 ປີ, ອາຊີບ ກຳມະກອນ, ເຊື້ອຊາດ-ສັນຊາດ ຫວຽດນາມ, ແຂວງ ຟູ໋ທໍ້, (ປະເທດ ຫວຽດນາມ).
6. ທ້າວ ວໍວັນກວາງ ອາຍຸ 25 ປີ ອາຊີບ ກຳມະກອນ, ເຊື້ອຊາດ-ສັນຊາດ ຫວຽດນາມ, ເມືອງ ຊຸຍຕຽນ ແຂວງ ຮ່ານາ (ປະເທດ ຫວຽດນາມ).
7. ນາງ ບຸຍທິຖາຍຢີ ອາຍຸ 18 ປີ, ອາຊີບກຳມະກອນ, ເຊື້ອຊາດ-ສັນຊາດ ຫວຽດນາມ, ແຂວງ ບິງເຟືອກ,( ປະເທດ ຫວຽດນາມ).
8. ນາງ ຫງຽນ ຮ່ວງກິມ ອາຍຸ 33 ປີ, ອາຊີບ ກຳມະກອນ, ເຊື້ອຊາດ-ສັນຊາດ ຫວຽດນາມ, ແຂວງ ເຕີຍນິງ, (ປະເທດ ຫວຽດນາມ).
9. ທ້າວ ຢາເຍິດ ອາຍຸ 23 ປີ ອາຊີບ ກຳມະກອນ, ເຊື້ອຊາດ-ສັນຊາດ ຫວຽດນາມ, ເມືອງ ເຕິນດິນ, ແຂວງ ບິງທວນ ( ປະເທດຫວຽດນາມ).
10. ທ້າວ ດິງວັນດຶກ ອາຍຸ 20 ປີ ອາຊີບ ກຳມະກອນ, ເຊື້ອຊາດ-ສັນຊາດ ຫວຽດນາມ ເມືອງ ໂຮ່ຈີມິນ, ແຂວງ ໂຮ່ຈີມິນ, (ປະເທດ ຫວຽດນາມ).
11. ທ້າວ ທັດບິງ ອາຍຸ 21 ປີ, ອາຊີບ ກຳມະກອນ, ເຊື້ອຊາດ-ສັນຊາດ ຫວຽດນາມ, ແຂວງຈາບິງ, (ປະເທດ ຫວຽດນາມ).
12. ທ້າວ ຟາມ ຈິບາວ ອາຍຸ 28 ປີ, ອາຊີບ ກາມະກອນ, ເຊື້ອຊາດ-ສັນຊາດ ຫວຽດນາມ, ເມືອງ ຮອບເບິ, ແຂວງ ຍະລາຍ, (ປະເທດ ຫວຽດນາມ).
13. ທ້າວ ຫງຽນກວກທໍາ ອາຍຸ 31 ປີ, ອາຊີບກາມະກອນ, ເຊື້ອຊາດ-ສັນຊາດ ຫວຽດນາມ, ເມືອງ ລອງອານ, ແຂວງ ໂຮ່ຈິມິນ, (ປະເທດ ຫວຽດນາມ).
14. ທ້າວ ແທວດິງເກືອງ ອາຍຸ 33 ປີ, ອາຊີບກາມະກອນ, ເຊື້ອຊາດ-ສັນຊາດ ຫວຽດນາມ, ເມືອງ ຈ້ຽນເຊິນ, ແຂວງ ແທງຮົວ,( ປະເທດ ຫວຽດນາມ).
15. ທ້າວ ຫງຽນຫຼິງ ອາຍຸ 26 ປີ, ອາຊີບກາມະກອນ, ເຊື້ອຊາດ-ສັນຊາດຫວຽດນາມ, ແຂວງ ລອງອານ, (ປະເທດ ຫວຽດນາມ).
ສຳລັບການເຄື່ອນໄຫວທີ່ຜິດຕໍ່ລະບຽບກົດໝາຍທີ່ກ່າວມາຂ້າງເທິງນັ້ນ ທາງເຈົ້າໜ້າທີ່ໄດ້ປະຕິບັດ ຕາມຂັ້ນຕອນຂອງລະບຽບການເປັນທີ່ຮຽບຮ້ອຍແລ້ວ ຈາກນັ້ນ, ກໍ່ໄດ້ຮ່ວມກັນເຊັນບົດບັນທຶກ ໄວ້ເພື່ອເປັນຫຼັກຖານ ໂດຍຊ້ອງໜ້າກັບເຈົ້າໜ້າທີ່ທັງສອງຝ່າຍ, ເພື່ອເປັນສັກຂີພິຍານ. ກ່າວມອບໂດຍ ,ທ່ານ ພັທ ຄຳພູຄອນ ບົວທິພັນ ຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງຈຳປາສັກ ພ້ອມຄະນະ ແລະ ກ່າວຮັບໂດຍ, ທ່ານ ຫວຽນ ວັນຮຶງ ຕ່າງໜ້າກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳ ນະຄອນປາກເຊ ແຂວງຈຳປາສັກ ມີທ່ານ ຫວຽນ ດິງຟຸງ ຫົວໜ້າທະຫານຊາຍແດນ ດ່ານສາກົນ-ລາວບາວ ແຂວງກວາງຈິ ພ້ອມຄະນະ.