ເປີດຕົວບົດລາຍງານສະບັບໃໝ່ ສົ່ງເສີມການປະຕິຮູບພາກທຸລະກິດ ແລະ ການພັດທະນາ SME ໃນ ສປປ ລາວ

ທະນາຄານພັດທະນາອາຊີ (ADB) ຮ່ວມກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ນຳສະເໜີບົດລາຍງານສະບັບໃໝ່ ເພື່ອສົ່ງເສີມການປະຕິຮູບພາກທຸລະກິດ ແລະ ການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ໃນ ສປປ ລາວ ໃນວັນທີ 2 ມິຖຸນາ 2026 ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ແຊນນີ ແຄັມເບວ ຫົວໜ້າຫ້ອງການ ADB ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ໃຫ້ຮູ້ວ່າ: ບົດລາຍງານເພື່ອສົ່ງເສີມການປະຕິຮູບພາກທຸລະກິດ ແລະ ການພັດທະນາ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນ ສປປ ລາວ (ProFIT) ສາມາດຊ່ວຍສົ່ງເສີມການສົນທະນາ ປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກເອກະຊົນໃຫ້ເຂັ້ມແຂງຂຶ້ນ, ພ້ອມທັງການດໍາເນີນການທີ່ມີປະສິດທິພາບຍິ່ງຂຶ້ນ ເພື່ອຫລຸດຕົ້ນທຶນ ໃນການດໍາເນີນທຸລະກິດ, ເພີ່ມຄວາມເຊື່ອໝັ້ນ ແລະ ສົ່ງເສີມການພັດທະນາວິສາຫະກິດ. ບົດລາຍງານສະບັບນີ້, ອີງໃສ່ການສໍາຫລວດວິສາຫະກິດຈໍານວນ 1.386 ແຫ່ງໃນ 17 ແຂວງ ແລະ ນະຄອນຫລວງວຽງຈັນ. ພ້ອມນີ້, ບົດລາຍງານໄດ້ປະເມີນປະສົບການຂອງພາກທຸລະກິດຕໍ່ລະບຽບການ ແລະ ການໃຫ້ບໍລິການພາກລັດໃນຂັ້ນທ້ອງຖິ່ນ ລວມທັງປະເດັນສໍາຄັນເຊັ່ນ: ການເລີ່ມຕົ້ນທຸລະກິດ, ຄວາມໂປ່ງໃສ ແລະ ການເຂົ້າເຖິງຂໍ້ມູນຂ່າວສານ, ພາລະດ້ານລະບຽບການ, ຄ່າໃຊ້ຈ່າຍນອກລະບົບ, ຄວາມສອດຄ່ອງໃນການນໍາໃຊ້ນະໂຍບາຍ ແລະ ຄວາມເປັນມິດຕໍ່ທຸລະກິດ ຂອງການຄຸ້ມຄອງຂັ້ນແຂວງ.
ທ່ານ ນາງ ແຊນນີ ແຄັມເບລ ໄດ້ກ່າວວ່າ: ບົດລາຍງານສະບັບນີ້ ໄດ້ນໍາສະເໜີແນວທາງທີ່ເປັນຮູບປະທໍາ ແລະ ອີງໃສ່ຫລັກຖານຂໍ້ມູນ ໃຫ້ແກ່ການປັບປຸງສະພາບແວດລ້ອມ ຂອງການດຳເນີນທຸລະກິດໃນ ສປປ ລາວ ເຮັດໃຫ້ຂັ້ນຕອນງ່າຍຂຶ້ນ, ການໃຫ້ບໍລິການທີ່ໂປ່ງໃສຫລາຍຂຶ້ນ ແລະ ການເຂົ້າເຖິງແຫລ່ງທຶນໄດ້ດີຂຶ້ນ ສາມາດຊ່ວຍໃຫ້ວິສາຫະກິດເຕີບໂຕ, ສ້າງວຽກເຮັດງານທຳ ແລະ ເພີ່ມໂອກາດໃຫ້ຜູ້ປະກອບການ ລວມທັງຜູ້ປະກອບການແມ່ຍິງ. ຜົນການສຶກສາຊີ້ໃຫ້ເຫັນວ່າ ມີຄວາມຄືບໜ້າໃນລະດັບໜຶ່ງດ້ານຄວາມໂປ່ງໃສ, ຄວາມສອດຄ່ອງໃນການນໍາໃຊ້ນະໂຍບາຍ, ແລະ ການຫລຸດຜ່ອນຄ່າໃຊ້ຈ່າຍນອກລະບົບ. ແນວໃດກໍຕາມ, ວິສາຫະກິດຍັງຄົງຜະເຊີນກັບອຸປະສັກສໍາຄັນ ໃນການເລີ່ມຕົ້ນທຸລະກິດ, ການປະຕິບັດຕາມກົດລະບຽບ ແລະ ການເຂົ້າເຖິງແຫລ່ງທຶນ ໂດຍມີຄວາມແຕກຕ່າງກັນຢ່າງຫລວງຫລາຍໃນແຕ່ລະແຂວງ, ຊຶ່ງຊີ້ໃຫ້ເຫັນເຖິງການດຳເນີນການປະຕິຮູບ ໃນລະດັບຊາດ ຍັງບໍ່ສະເໝີພາບກັນ. SME ມີບົດບາດສໍາຄັນຕໍ່ເສດຖະກິດຂອງ ສປປ ລາວ, ຊຶ່ງກວມເອົາປະມານ 99% ຂອງວິສາຫະກິດ ທີ່ຈົດທະບຽນຢ່າງເປັນທາງການທັງໝົດ ແລະ ກວມເອົາປະມານ 94% ຂອງການຈ້າງງານໃນລະບົບ. ແນວໃດກໍຕາມ, ຫລາຍໆວິສາຫະກິດຍັງຄົງປະສົບກັບຕົ້ນທຶນການດໍາເນີນທຸລະກໍາທີ່ສູງ, ພາລະດ້ານການບໍລິຫານ ແລະ ການເຂົ້າເຖິງແຫລ່ງທຶນຢ່າງເປັນທາງການທີ່ຈຳກັດ, ຊຶ່ງກີດຂວາງການລົງທຶນ, ການເພີ່ມຜະລິດຕະພາບ ແລະ ການສ້າງວຽກເຮັດງານທໍາ. ວິສາຫະກິດທີ່ນໍາໜ້າໂດຍແມ່ຍິງມັກຜະເຊີນກັບອຸປະສັກເພີ່ມຕື່ມ ໃນການຈົດທະບຽນວິສາຫະກິດ, ການເຂົ້າເຖິງຂໍ້ມູນຂ່າວສານທາງການ ແລະ ການເຂົ້າເຖິງແຫລ່ງທຶນ ຊຶ່ງຕອກຢ້ຳເຖິງຄວາມສໍາຄັນ ຂອງການປະຕິຮູບຢ່າງທົ່ວເຖິງ.
ບົດລາຍງານສະບັບນີ້, ຍັງໄດ້ຮຽກຮ້ອງໃຫ້ມີການປັບປຸງຂັ້ນຕອນ ການຈົດທະບຽນທຸລະກິດ ແລະ ການຄຸ້ມຄອງສ່ວຍສາອາກອນໃຫ້ງ່າຍຂຶ້ນ ແລະ ນໍາໃຊ້ລະບົບດີຈິຕອນຫລາຍຂຶ້ນ, ພ້ອມທັງເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ສະຖາບັນຂັ້ນແຂວງ ຜ່ານລະບົບການປົກຄອງບໍລິຫານແບບເອເລັກໂຕຣນິກ (e-governance) ແລະ ເພີ່ມການລົງທຶນໃຫ້ຫລາຍຍິ່ງຂຶ້ນໃນດ້ານສີມືແຮງງານ ແລະ ພື້ນຖານໂຄງລ່າງ ແລະ ບົດລາຍງານຍັງມີຈຸດປະສົງ ເພື່ອສະໜັບສະໜູນການສົນທະນາ ດ້ານນະໂຍບາຍ ແລະ ການປະຕິຮູບທີ່ຊ່ວຍສ້າງຄວາມເຂັ້ມແຂງ ໃຫ້ແກ່ການພັດທະນາພາກເອກະຊົນ ແລະ ສົ່ງເສີມການເຕີບໂຕທາງເສດຖະກິດຢ່າງທົ່ວເຖິງໃນ ສປປ ລາວ.