ສຳເລັດກອງປະຊຸມແນະແນວ ແລະ ຝຶກອົບຮົມວຽກງານ ຄພສບ ແລະ ການສ້າງໂຮງຮຽນ

ສຳເລັດກອງປະຊຸມແນະແນວ ແລະ ຝຶກອົບຮົມວຽກງານ ຄພສບ ແລະ ການສ້າງໂຮງຮຽນ ໃຫ້ບັນລຸ 3 ຂໍ້ແຂ່ງຂັນ ເພື່ອຫຼຸດຜ່ອນອັດຕາປະລະ ເພີ່ມອັດຕາເຂົ້າໂຮງຮຽນໃໝ່.
.
ໃນວັນທີ 2 ມີຖຸນາ 2026 ນີ້, ຢູ່ສະໂມສອນ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມແນະແນວ ແລະ ຝຶກຮົມວຽກງານ ຄະນະພັດທະນາການສຶກສາຂັ້ນບ້ານ (ຄພສບ) ແລະ ການກໍ່ສ້າງໂຮງຮຽນໃຫ້ບັນລຸ 3 ຂໍ້ແຂ່ງຂັນ ເພື່ອຫຼຸດຜ່ອນອັດຕາປະລະ ເພີ່ມອັດຕາເຂົ້າໂຮງຮຽນໃໝ່ ໄດ້ຈັດຂື້ນຢ່າງເປັນທາງການ, ໂດຍພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ທ່ານນາງ ກອງສະໄໝ ແວງຈະເລີນ ຮອງຄະນະປະທານກຳມະການປົກຄອງເມືອງເຊໂປນ, ທ່ານນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ, ທ່ານ ນວນທອງ ພິລາວັນ ຫົວໜ້າຫ້ອງການ ສຶກສາທິການ ແລະກິລາເມືອງເຊໂປນ, ມີບັນດາທ່ານຕາງໜ້າສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງເຊໂປນ, ບັນດາທ່ານຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ອຳນາດການປົກຄອງບ້ານ, ອຳນວຍການໂຮງຮຽນ ພ້ອມດ້ວຍຄູ-ອາຈານທົ່ວເມືອງເຊໂປນເຂົ້າຮ່ວມ.
ໃນພິທີທ່ານ ນວນທອງ ພິລາວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງເຊໂປນ ກໍ່ໄດ້ຜ່ານບົດລາຍງານສະພາບການສຶກສາທົ່ວເມືອງເຊໂປນຄື: ໂຮງຮຽນທົ່ວເມືອງມີ: 140 ແຫ່ງ(ອບມີ 20ໂຮງຮຽນ,ເອກະຊົນມີ1, ປຖ 109ໂຮງຮຽນ,ເອກະຊົນມີ1 ໂຮງຮຽນ, ມຕ 7, ມສ 4) ເມື່ອທຽບໃສ່ປີຜ່ານມາເທົ່າເດີມ, ຫ້ອງຮຽນມີ: 420 ຫ້ອງ (ປຖ ກວມເອົາ:286 ຫ້ອງ,ຫ້ອງຄວບ: 178 ກວມເອົາ 63,23%) ທຽບໃສ່ປີຜ່ານມາເພີ່ມຂື້ນ 12 ຫ້ອງ, ນັກຮຽນມີ: 12,697 ຄົນ, ຍິງ 6,250 ຄົນ(ທຽບໃສ່ປີຜ່ານມາເພີ່ມຂື້ນ 381 ຄົນ) ພະນັກງານ, ລັດຖະກອນຄູ ແລະ ອັດຕາຈ້າງທົ່ວເມືອງມີ: 426 ຄົນ, ຍິງ 266 ຄົນ(ລັດຖະກອນຄູມີ: 377 ຄົນ, ຍິງ 247 ຄົນ, ຕົວເລກທະຫານ: 38 ຄົນ, ຍິງ 27 ຄົນ, ຄູອັດຕາຈ້າງແຂວງ 21 ຄົນ, ຍິງ 18 ຄົນ) ຫຼັງຈາກນັ້ນບັນດາແຂກເຂົ້າຮ່ວມກໍ່ໄດ້ຮັບຟັງນິຕິກຳລຸ່ມກົດໝາຍ ເລກທີ535/ຈຂ ລົງວັນທີ 1 ມີນາ 2024 ວ່າດ້ວຍການມີສ່ວນຮ່ວມຂອງສັງຄົມຕໍ່ວຽກງານການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ, ວ່າດ້ວຍການສະກັດກັ້ນ ແລະ ການແກ້ໄຂບັນຫາຢາເສບຕິດ ໃນສະຖານການສຶກສາທົ່ວເມືອງເຊໂປນ ເລກທີ 1736/ຈຂ ລົງວັນທີ 26 ສິງຫາ 2025, ຮັບຟັງກ່ຽວກັບບົດບາດຂອງຄະນະພັດທະນາການສຶກສາຂັ້ນບ້ານໂຄງປະກອບການຈັດຕັ້ງ, ການປຸກລະດົມໃຫ້ຊຸມຊົນມີສ່ວນຮ່ວມໃນການພັດທະນາສຶກສາ, ການຄຸ້ມຄອງ ແລະ ການນຳໃຊ້ງົບປະມານເງິນບໍລິຫານສະຖານການສຶກສາ, ການມີສ່ວນຮ່ວມໃນການປົກປັກຮັກສາໂຮງຮຽນ ແລະ ການວາງແຜນພັດທະນາການສຶກສາຂັ້ນບ້ານ, ຈາກນັ້ນບັນດາແຂກເຂົ້າຮ່ວມກໍ່ໄດ້ພັດປ່ຽນກັນປະກອບຄຳຄິດຄຳເຫັນແລກປ່ຽນບັນຫາທີ່ຍັງຄົງຄ້າງ ແລະ ພ້ອມກັນແກ້ໄຂບັນຫາດັ່ງກ່າວໃຫ້ຖືກຕ້ອງຕ້ອງຊັດເຈນ ແລະ ກົງໄປກົງມາ, ໃນນັ້ນບ້ານບາງບ້ານກໍ່ໄດ້ສະເໜີເຊັ່ນ: ບ້ານເຟືອງສະເໜີຂໍຄູອະນຸບານ, ບ້ານແກ້ງຄຳສະເໜີຂໍຄູປະຖົມ ແລະ ບ້ານອາສິງສະເໜີຂໍຂະຫຍາຍຫ້ອງຮຽນເພີ່ມ ຍ້ອນເດັກນັກຮຽນມີຈຳນວນຫລາຍ ແລະ ໂຕະຕັ່ງນັກຮຽນຍັງບໍ່ພຽງພໍ.
ສຸດທ້າຍປະທານກໍ່ໄດ້ພັດປ່ຽນກັນມີຄຳເຫັນໂອ້ລົມໃນທີ່ປະຊຸມວ່າ: ໂດຍທ່ານໄດ້ເນັ້ນການປະຕິບັດໜ້າທີ່ຂອງຄູການຄຸ້ມຄອງງົບປະມານ ແລະ ການສ້າງໂຮງຮຽນ 3 ຂໍ້ແຂ່ງຂັນ, ເນັ້ນໃຫ້ຊຸມຊົນເປັນເຈົ້າການໃນການປຸກລະດົມ ຊຸກຍູ້ລູກຫຼານເຂົ້າຮຽນຢ່າງທົ່ວເຖິງ ແລະ ເປັນເຈົ້າການປົກປັກຮັກສາອາຄານສະຖານທີ່ໃນໂຮງຮຽນໃຫ້ຄູ - ອາຈານຕ້ອງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດໃນການຕ້ານ ແລະສະກັດກັ້ນປະກົດກຫຍໍ້ທໍ້ໃນສັງຄົມເວົ້າລວມ ເວົ້າສະເພາະກໍ່ຄືຂະແໜງການສຶກສາ ເພື່ອບໍ່ໃຫ້ມີປະກົດການຫຍໍ້ທໍ້ເກີດຂື້ນພາຍໃນໂຮງຮຽນ.