ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ປະທານາທິບໍດີ ແຫ່ງ ສ. ອິນເດຍ

ໃນວັນທີ 3 ມິຖຸນາ 2026, ທີ່ ນະຄອນຫຼວງນິວແດນລີ, ສາທາລະນະລັດ ອິນເດຍ, ທ່ານ ທອງສະຫວັນ ພົມວິ ຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ນາງ ດຣໍປາດີ ເມີມູ (H.E. Droupadi Murmu), ປະທານາທິບໍດີ ແຫ່ງ ສ. ອິນເດຍ ໃນໂອກາດເດີນທາງຢ້ຽມຢາມ ສ. ອິນເດຍ ຢ່າງເປັນທາງການ ແລະ ເປັນປະ ທານຮ່ວມກອງປະຊຸມ ຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ອິນເດຍ ຄັ້ງທີ 10 ໃນລະ ຫວ່າງ ວັນທີ 1-3 ມິຖຸນາ 2026.
ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ທອງສະ ຫວັນ ພົມວິຫານ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ຈາກ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ເຖິງ ພະນະທ່ານ ປະທານາທິບໍດີ ນາງ ດຣໍປາດີ ເມີມູ; ເເຈ້ງໃຫ້ຊາບຈຸດປະສົງການຢ້ຽມຢາມທາງການ ສ. ອິນ ເດຍ ໃນຄັ້ງນີ້; ລາຍງານໂດຍຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ນອກ ຈາກນີ້, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການສະໜັບ ສະໜູນ ແລະ ຊ່ວຍເຫຼືອຂອງລັດຖະບານອິນເດຍ ຕະ ຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນການສະໜອງທຶນຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ ໃນດ້ານຕ່າງໆ ໃຫ້ແກ່ ສປປ ລາວ, ການຍົກລະດັບດ້ານພາສາອັງກິດ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ພະລັງ ງານ, ກະສິກຳ ແລະ ວຽກງານປ້ອງກັນຊາດ ແລະ ດ້ານອື່ນໆ, ລວມເຖິງການຊ່ວຍເຫຼືອໂຄງການບູລະນະ ວັດພູຈຳປາສັກ ຂອງ ສປປ ລາວ ໄລຍະປີ 2018-2028 ແລະ ການສະໜອງເງິນກູ້ດອກເບ້ຍຕໍ່າ ເພື່ອການພັດທະນາໃຫ້ແກ່ ສປປ ລາວ.
ໃນໂອກາດດຽວກັນ, ພະນະທ່ານ ປະທານາທິບໍດີ ນາງ ດຣໍປາດີ ເມີມູ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ສ. ອິນເດຍ ຢ່າງເປັນທາງການຂອງ ຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການຮັດແໜ້ນສາຍພົວພັນຮ່ວມມືຂອງສອງປະເທດ ໃຫ້ນັບມື້ເຂົ້າສູ່ລວງເລິກ ພ້ອມທັງໄດ້ຝາກຄວາມຢື້ຢາມຖາມຂ່າວ ເຖິງ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ.
ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ-ສ. ອິນເດຍ ທີ່ສືບຕໍ່ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໃນຕະຫຼອດໄລຍະ 70 ປີຜ່ານມາ ເຊິ່ງສະແດງອອກໃນການແລກປ່ຽນການພົບປະຢ້ຽມຢາມ ຂອງຄະນະຜູ້ແທນສອງປະເທດ ຢ່າງເປັນປົກກະຕິ, ໂດຍສະເພາະແມ່ນການຢ້ຽມຢາມ ສປປ ລາວ ຂອງ ພະນະທ່ານ ນາຍົກລັດຖະມົນ ຕີ ນາເຣນດຣາ ໂມດີ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອິນເດຍ ໃນເດືອນຕຸລາ 2024 ທີ່ຜ່ານມາ. ພ້ອມນີ້, ສອງຝ່າຍຍັງໄດ້ສະແດງຄວາມຊົມເຊີຍ ໃນໂອ ກາດຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການ ທູດລະຫວ່າງສອງປະເທດ ໃນປີ 2026 ນີ້ ແລະ ເຫັນດີຈັດກິດຈະກໍາຮ່ວມກັນເພື່ອສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ໃຫ້ມີເນື້ອໃນ ແລະ ຄວາມໝາຍຄວາມສໍາຄັນ. ນອກນີ້, ຍັງເຫັນດີສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີຢູ່ແລ້ວຂອງສອງປະເທດ ໃຫ້ຈະເລີນງອກງາມ ແລະ ໄດ້ຮັບການພັດທະນາຍິ່ງຂຶ້ນ ລວມທັງການສະ ໜັບສະໜູນເຊິ່ງກັນ ແລະ ກັນໃນຂອບພາກພື້ນ ແລະ ສາກົນ ເປັນຕົ້ນ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ອາຊຽນ-ອິນເດຍ, ອົງການ ສປຊ ແລະ ອື່ນໆ.