ເມືອງມຸນລະປາໂມກ ຈັດແຂ່ງຂັນກິລາມວນຊົນ-ເປຕັງນັກຮຽນ ສ້າງຮອຍຍິ້ມຕ້ອນຮັບ 1 ມິຖຸນາ

ບັນຍາກາດການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ 2026) ຢູ່ເມືອງມຸນລະປາໂມກ ເປັນໄປຢ່າງຟົດຟື້ນ ໂດຍມີການຈັດກິດຈະກຳແຂ່ງຂັນກິລາມວນຊົນ ແລະ ກິລາເປຕັງນັກຮຽນ ຂຶ້ນທີ່ເດີ່ນກິລາຫ້ອງການສະຫະພັນແມ່ຍິງເມືອງ ໂດຍການເຂົ້າຮ່ວມຂອງ ທ່ານ ສົມສັກ ເສົາວະລັດ ເລຂາພັກເມືອງ ແລະ ທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍມວນຊົນທົ່ວເມືອງ.
​ການແຂ່ງຂັນໃນປີນີ້ ເນັ້ນການເປີດໂອກາດໃຫ້ເດັກນ້ອຍທຸກກຸ່ມອາຍຸໄດ້ສະແດງຄວາມສາມາດ ເຊິ່ງແບ່ງອອກເປັນ:
​ກິລາມວນຊົນ: ມີການແຂ່ງຂັນອົມນ້ຳໃສ່ແກ້ວ ແລະ ແລ່ນສາມຂາ ຂອງຊັ້ນອະນຸບານ, ປະຖົມ ແລະ ມັດທະຍົມ. ພິເສດແມ່ນມີຜູ້ປົກຄອງເຂົ້າຮ່ວມແຂ່ງຂັນນຳ ສ້າງບັນຍາກາດໃຫ້ມີຄວາມອົບອຸ່ນ ແລະ ເຕັມໄປດ້ວຍສຽງຫົວ.
​ກິລາເປຕັງ: ເປັນການປະຊັນຝີມືຂອງນັກກິລາຮຸ່ນເຍົາວະຊົນ ຊັ້ນປະຖົມ ແລະ ມັດທະຍົມ ທີ່ໄດ້ໂຊທັກສະການຫຼິ້ນຢ່າງໜ້າຊົມເຊີຍ ພາຍໃຕ້ບັນຍາກາດແຫ່ງມິດຕະພາບ.
​ໂອກາດນີ້, ທ່ານ ເລຂາພັກເມືອງ ໄດ້ເນັ້ນໜັກວ່າ ກິດຈະກຳນີ້ຈັດຂຶ້ນເພື່ອສົ່ງເສີມໃຫ້ເດັກນ້ອຍມີສຸຂະພາບແຂງແຮງ, ຮູ້ຮັກສາມັກຄີ ແລະ ຫັນມາເຄື່ອນໄຫວສິ່ງທີ່ເປັນປະໂຫຍດເພື່ອຫ່າງໄກຈາກສື່ສັງຄົມອອນລາຍ. ງານດັ່ງກ່າວໄດ້ຮັບການສະໜັບສະໜູນເປັນຢ່າງດີ ຈາກບັນດາຜູ້ປະກອບການ ແລະ ຫ້າງຮ້ານຕ່າງໆ ພາຍໃນເມືອງມຸນລະປາໂມກ.
​ພາບ-ຂ່າວ: ສີລິວັນ ທອງຄໍາສະຫວັນ