ແກ່ນທ້າວ ສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ ປະຈຳ 5 ເດືອນ ຕົ້ນປີ 2026 ໃນ​ວັນ​ທີ 4 ມິ​ຖຸ​ນາ​ນີ້ ທີ່ ເມືອງ​ແກ່ນ​ທ້າວ ໂດຍການເປັນປະທານຂອງ ທ່ານ ສົມສີ ຊາວພິລາ ຮອງປະທານຄະນະກໍາມະການປົກຄອງເມືອງ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳລວມການຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວຂັ້ນເມືອງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ທ່ານ ສັນຕິພາບ ປັນຍາສີ ຫົວໜ້າຫ້ອງວ່າການເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳ 5 ເດືອນ ຜ່ານມາ ໃຫ້ຮູ້ວ່າ: ໜ່ວຍງານບໍລິການຜ່ານປະຕູດຽວປະຈຳເມືອງແກ່ນທ້າວ ປະກອບມີ 10 ຫ້ອງການທີ່ກ່ຽວຂ້ອງ. ໄລຍະຜ່ານມາ, ໜ່ວຍງານໄດ້ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດ ໂດຍສະເພາະແມ່ນການຫຼຸດຜ່ອນຂັ້ນຕອນການບໍລິການດ້ານເອກະສານໃຫ້ແກ່ນັກທຸລະກິດ, ຜູ້ປະກອບການ ແລະ ປະຊາຊົນ; ປັບປຸງກົນໄກການພົວພັນລະຫວ່າງອົງການບໍລິຫານລັດກັບສັງຄົມໃຫ້ສອດຄ່ອງຕາມລະບຽບຫຼັກການ. ພ້ອມກັນນັ້ນ, ກໍໄດ້ຊຸກຍູ້ຕິດຕາມການປະກອບເອກະສານເຄື່ອນຍ້າຍສິນຄ້າ, ຕິດຕາມຄຸ້ມຄອງລາຍຮັບ-ລາຍຈ່າຍ ຈາກຄ່າແບບພິມ ແລະ ຄ່າບໍລິການຕ່າງໆ ເພື່ອມອບເຂົ້າງົບປະມານຢ່າງຖືກຕ້ອງ ເຊິ່ງສາມາດສ້າງລາຍຮັບໄດ້ທັງໝົດ 2,858,753,000 ກີບ.ໃນນັ້ນ, ຄ່າທຳນຽມເກັບໄດ້ 35,165,000 ກີບ, ຄ່າບໍລິການເກັບໄດ້ 240,516,000 ກີບ ແລະ ລາຍ​ຮັບ​ຈາກສ່ວຍ​ສາ​ອາ​ກອນ​ (ອາກອນເຄື່ອນຍ້າຍ) 2,583,072,000 ກີບ.
ໃນກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 86/ນຍ ວ່າດ້ວຍການຈັດຕັ້ງປະຕິບັດກົນໄກການບໍລິການຜ່ານປະຕູດຽວ ຢູ່ອົງການບໍລິຫານລັດ, ຄໍາສັ່ງ ສະບັບເລກທີ 09/ນຍ ວ່າດ້ວຍການເພີ່ມທະວີການຈັດຕັ້ງປະຕິບັດກົນໄກຜ່ານປະຕູດຽວໃນຂອບເຂດທົ່ວປະເທດ ແລະ ດຳລັດ ສະບັບເລກທີ 302/ນຍ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ຍຸດທະສາດແຫ່ງຊາດ ວ່າດ້ວຍການບໍລິການຂອງລັດ ຜ່ານກົກໄກປະຕູດຽວ ຮອດປີ 2023.
ທ່ານ ສົມສີ ຊາວພິລາ ໄດ້ມີຄໍາເຫັນຊີ້ນໍາໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ຄະນະຮັບຜິດຊອບ ເອົາໃຈໃສ່ເຄື່ອນໄຫວວຽກງານບໍລິການຜ່ານປະຕູດຽວໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ, ເລັ່ງປັບປຸງຂອດການປະສານງານ, ຫຼຸດຜ່ອນຂັ້ນຕອນທີ່ຫຍຸ້ງຍາກສັບສົນ ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ ແລະ ຜູ້ມາໃຊ້ບໍລິການໃຫ້ມີຄວາມສະດວກ, ວ່ອງໄວຂຶ້ນກວ່າເກົ່າ ແນໃສ່ຍົກສູງຄວາມສັກສິດ ແລະ ປະສິດທິພາບຂອງການຄຸ້ມຄອງບໍລິຫານລັດໃຫ້ດີຂຶ້ນເລື່ອຍໆ.
ຂ່າວ: ແກ່ນທ້າວ