ລາວ-ຫວຽດນາມ ຮັດແໜ້ນສາຍພົວພັນມິດຕະພາບພິເສດ ແລະ ເປັນສັກຂີພິຍານການລົງນາມເອກະສານຮ່ວມມື 4 ສະບັບ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເລ ມິງ ຮຶງ, ກຳມະການກົມການເມືອງສູນກາງພັກ,ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມ ສສ.ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດ ອາຊຽນ ຄັ້ງ ທີ 3 ໃນລະຫວ່າງວັນທີ 7-9 ມິຖຸນາ 2026, ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ໃນວັນທີ 7 ມິຖຸນາ 2026, ທີ່ ຫ້ອງວ່າການລັດຖະບານ ສສ.ຫວຽດນາມ, ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໂດຍການເຂົ້າຮ່ວມຂອງສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ. ຫຼັງຈາກນັ້ນ, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ແລະ ຄະນະ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ແຈ້ງສະພາບການພາຍໃນປະເທດໃຫ້ກັນຊາບ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ທີ່ສອງຝ່າຍຍາດມາໄດ້ ໃນໄລຍະຜ່ານມາ ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງພັກ, ສອງລັດ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໃນໄລຍະຜ່ານມາ ໂດຍສະເພາະການຮ່ວມມືທາງດ້ານການເມືອງ ສືບຕໍ່ມີຄວາມໄວ້ເນື້ອເຊື່ອໃຈ, ໜັກແໜ້ນ, ໝັ້ນທ່ຽງ ແລະ ນັບມື້ນັບມີຄວາມໃກ້ຊິດສະໜິດສະໜົມ ເຫັນໄດ້ຈາກມີການພົບປະ, ແລກປ່ຽນຄະນະຜູ້ແທນ ແຕ່ຂັ້ນສູນກາງຮອດທ້ອງຖິ່ນຢ່າງເປັນປົກກະຕິ, ອັນພົ້ນເດັ່ນແມ່ນ ສອງເລຂາທິການໃຫຍ່, ປະທານປະເທດ ລາວ-ຫວຽດນາມ ໄດ້ສໍາເລັດການແລກປ່ຽນຢ້ຽມຢາມລັດຖະກິດເຊິ່ງກັນ ແລະ ກັນ ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຊຶ່ງເປັນການຢືນຢັນເຖິງຄວາມສໍາຄັນ ແລະ ບູລິມະສິດຕົ້ນຕໍ ທີ່ມີຕໍ່ສາຍພົວພັນ ແບບພິເສດ ຂອງ ລາວ-ຫວຽດນາມ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້. ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືໃນດ້ານຕ່າງໆ ທີ່ໄດ້ຮັບການພັດທະນາເປັນກ້າວໆມາ ເປັນຕົ້ນແມ່ນ ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ-ການຄ້າ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ, ການສຶກສາ ແລະ ດ້ານອື່ນໆ. ພ້ອມດຽວກັນນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບ ໃນການເພີ່ມທະວີການຮ່ວມມືທາງດ້ານການເມືອງ ໃຫ້ແໜ້ນແຟ້ນ; ເພີ່ມທະວີການຮັດແໜ້ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍແບບໃຫມ່, ສືບຕໍ່ຊຸກຍູ້ຂະແໜງການກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ຕໍ່ບັນດາຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງພັກ, ສອງລັດ ກໍຄື ບົດບັນທຶກການຮ່ວມມືຂອງບັນດາກະຊວງ, ຂະແໜງການຕ່າງໆ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນຜົນຂອງກອງປະຊຸມສອງກົມການເມືອງ ແລະ ຜົນຂອງກອງປະຊຸມ ຄັ້ງທີ 48 ຂອງສອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ປະກົດຜົນເປັນຈິງ; ສືບຕໍ່ອໍານວຍຄວາມສະດວກ ໃຫ້ແກ່ ການຄ້າ ແລະ ການລົງທຶນ; ເພີ່ມທະວີການຮ່ວມມືທາງດ້ານການສຶກສາ ແລະ ການສ້າງບຸກຄະລາກອນທີ່ມີຄຸນນະພາບ ໃຫ້ທ່ວງທັນກັບຍຸກສະໄໝໃໝ່; ສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2027 ທີ່ຈະມາເຖິງນີ້; ພ້ອມທັງສືບຕໍ່ເອົາໃຈໃສ່ ແລະ ເພີ່ມທະວີການໂຄສະນາ, ສຶກສາອົບຮົມ ກ່ຽວກັບ ທາດແທ້, ຄວາມໝາຍ ແລະ ຄວາມສໍາຄັນຂອງສາຍພົວພັນພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ໃຫ້ແກ່ ຖັນແຖວພະນັກງານ ແລະ ປະຊາຊົນ ໂດຍສະເພາະຄົນຮຸ່ນໃໝ່ທີ່ຈະມາສືບທອດພາລະກິດຂອງສອງປະເທດໃນອະນາຄົດ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ເລ ມິງ ຮຶງ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງຢ້ຽມຢາມຄັ້ງນີ້, ຊຶ່ງເປັນຄັ້ງທໍາອິດ ແລະ ປະເທດທຳອິດ ພາຍຫຼັງທີ່ ສະຫາຍ ສອນໄຊ ສີພັນດອນ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕໍາແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອີກວາລະໜຶ່ງ ແລະ ເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການປົກປັກຮັກສາ, ເພີ່ມພູມຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການເປັນຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລະຫວ່າງ ຫວຽດນາມ-ລາວ, ລາວ-ຫວຽດນາມ ອ້າຍນ້ອງ ໃຫ້ນັບມື້ນັບເກີດດອກອອກຜົນ ແລະ ແຫນ້ນແຟ້ນຍິ່ງໆຂຶ້ນ.

ໃນຂະນະດຽວກັນ, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການພົບປະຄັ້ງນີ້ ຊຶ່ງເປັນການສະແດງເຖິງການໃຫ້ຄວາມສໍາຄັນເປັນພິເສດ ແລະ ຖືເປັນບູລິມະສິດສູງສຸດ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ເປັນມໍລະດົກອັນລໍ້າຄ່າ ມີໜຶ່ງບໍ່ມີສອງໃນໂລກ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ. ພ້ອມດຽວກັນນັ້ນ, ສະຫາຍ ສອນໄຊ ສີພັນດອນ ຍັງໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດ ກໍໄດ້ຄຽງບ່າຄຽງໄຫຼ່, ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ແກ່ ສປປ ລາວ ມາໂດຍຕະຫຼອດ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການເປັນເຈົ້າພາບຈັດກອງປະຊຸມເວທີອະນາຄົດ ອາຊຽນ ຂອງຫວຽດນາມ ນັບແຕ່ປີ 2024 ເປັນຕົ້ນມາ ຊຶ່ງປະສົບຜົນສຳເລັດຢ່າງຈົບງາມຕະຫຼອດມາ. ໃນໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ຍັງໄດ້ຖືໂອກາດເຊື້ອເຊີນ ສະຫາຍ ເລ ມິງ ຮຶງ ພ້ອມດ້ວຍພັນລະຍາ ແລະ ຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນໂອກາດທີ່ເໝາະສົມອີກດ້ວຍ.

ພາຍຫຼັງສໍາເລັດການພົບປະ, ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານຮ່ວມມື ຈໍານວນ 4 ສະບັບ ໃນຂົງເຂດ ການເງິນ, ຊົນເຜົ່າ ແລະ ສາສະໜາ, ການສຶກສາ, ຄົມມະນາຄົມ ແລະ ຂົນສົ່ງ.

ໃນວັນດຽວກັນ, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ຍັງໄດ້ໄປວາງພວງມາລາ ທີ່ ອານຸສອນສະຖານ ປະທານ ໂຮ່ຈິມິນ, ອານຸສາວະລີນັກຮົບວິລະຊົນຫວຽດນາມ ແລະ ພ້ອມທັງໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບຢ່າງເປັນທາງການ ເປັນກຽດຈັດໂດຍ ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ.