
ໂດຍການຕອບສະໜອງຕາມການເຊື້ອເຊີນຂອງ ພະນະ ທ່ານ ເລ ມີງ ຮຶງ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 (3rd ASEAN Future Forum) ພາຍໃຕ້ຄໍາຂວັນ “ການສ້າງອະນາຄົດຮ່ວມກັນ: ສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ປະຊາຊົນເປັນແກນກາງ” (Shaping our future together: Peace, Prosperity, People-Centred), ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 9-10 ມິຖຸນາ 2026 ທີ່ຮ່າໂນ້ຍ, ສສ ຫວຽດນາມ.
ກອງປະຊຸມເວທີອະນາຄົດອາຊຽນ ໄດ້ຈັດຕິດຕໍ່ກັນເປັນປີທີສາມ ເພື່ອສືບຕໍ່ປຶກສາຫາລືບັນຫາພົ້ນເດັ່ນ ທີ່ສົ່ງຜົນກະທົບຕໍ່ ພາກພື້ນ ແລະ ສາກົນ, ລວມເຖິງກະລາໂອກາດ ແລະ ສິ່ງທ້າທາຍທີ່ອາຊຽນ ກຳລັງປະສົບພົບພໍ້ຢູ່ໃນປັດຈຸບັນ, ລະດົມແນວຄວາມຄິດ ແລະ ກິດຈະກຳ ເພື່ອຮັດແໜ້ນ ຄວາມສາມັກຄີ, ຄວາມເຂ້ັມແຂງ ແລະ ຄວາມເປັນແກນກາງຂອງອາຊຽນ, ເຊິ່ງຈະເປັນການປະກອບສ່ວນ ໃນການບັນລຸເປົ້າໝາຍ ວິໄສທັດປະຊາຄົມອາຊຽນ 2045 ແລະ ສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ ໂດຍປີ່ນອ້ອມ ຫົວຂໍ້ຕ່າງໆຄື: ຄວາມເຂັ້ມແຂງ ແລະ ຄວາມສາມັກຄີ ໃນທ່າມກາງການປ່ຽນແປງຂອງໂລກ, ການສົ່ງເສີມຂໍ້ແພຸຝລິເລີ່ມຂອງອາຊຽນ ໃນການຕ້ານຂໍ້ຂັດແຍ່ງ, ແລະ ການນຳໃຊ້ປັນຍາປະດິດໃນອາຊຽນ: ບໍ່ຖິ້ມໃຜໄວ້ທາງຫຼັງ; ຮູບແບບການພັດທະນາ ໃນທ່າມກາງການປ່ຽນແປງຂອງໂລກ ແລະ ເພີ່ມທະວີຄວາມໝັ້ນຄົງດ້ານພະລັງງານ ໃນສະພາບການໃໝ່.
ໃນໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ໄດ້ໃຫ້ກຽດກ່າວຄໍາເຫັນໃນພິທີເປີດຂອງກອງປະຊຸມດັ່ງກ່າວ ຈັດຂຶ້ນໃນຕອນເຊົ້າຂອງວັນທີ 9 ມິຖຸນາ 2026 ຮ່ວມກັບ ນາຍົກລັດຖະມົນຕີຫວຽດນາມ, ນາຍົກລັດຖະມົນຕີ ກຳປູເຈຍ, ນາຍົກລັດຖະມົນຕີ ໄທ, ນາຍົກລັດຖະມົນຕີ ຕີມໍ ແລດສະເຕ ແລະ ເລຂາທິການໃຫຍ່ອາຊຽນ ກ່ຽວກັບ ວິໄສທັດສຳລັບອະນາຄົດຂອງ ປະຊາຄົມອາຊຽນ. ໃນນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນຄວາມຈຳເປັນ ໃນການສືບຕໍ່ຮັກສາຄວາມສາມັກຄີພາຍໃນອາຊຽນ ແລະ ຮັດແໜ້ນຄວາມເປັນແກນກາງຂອງອາຊຽນ ເພື່ອກຽມພ້ອມຮັບມືກັບສິ່ງທ້າທາຍຕ່າງໆ ໃນສະພາບທີ່ຫຼາຍພາກພື້ນໃນໂລກ ຍັງສືບຕໍ່ຜັນແປຢ່າງໄວວາ ອັນໄດ້ສົ່ງຜົນກະທົບຕໍ່ ຄວາມໝັ້ນຄົງດ້ານພະລັງງານ ແລະ ການຮັບປະກັນສະບຽງອາຫານຂອງໂລກ. ຍົກສູງຄວາມເຂັ້ມແຂງຂອງອາຊຽນ ຢ່າງຮອບດ້ານ ໂດຍການພັດທະນາດ້ານເຕັກໂນໂລຊີ, ດີຈີຕອນ, ປັນຍາປະດິດ ໂດຍໝູນໃຊ້ເຂົ້າໃນຂົງເຂດການຮ່ວມມືດ້ານກະສິກຳ ແລະ ການພັດທະນາກະສິກຳອັດສະລິຍະ ເຊິ່ງຈະປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃນອະນາຄົດ. ເພີ່ມທະວີການຮ່ວມມືດ້ານການເຊື່ອມໂຍງ-ເຊື່ອມຈອດຢ່າງຮອບດ້ານ ເພື່ອອຳນວຍຄວາມສະດວກດ້ານການຄ້າ ແລະ ຮັບປະກັນໃຫ້ແກ່ການສະໜອງຕ່ອງໂສ້ການຜະລິດ ແລະ ເພີ່ມທະວີການຮ່ວມມືພາຍໃນອາຊຽນ ໃນການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ.
ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ຢ້ຽມຢາມທາງການ ເພື່ອປຶກສາຫາລືກ່ຽວກັບການຮັດແໜ້ນການຮ່ວມມືສອງຝ່າຍນໍາກັນກັບ ສສ ຫວຽດນາມ.