ພິທີວາງສີລາລຶກ ທີ່ວິທະຍາໄລປາກເຊ ໂຮງແຮມຝຶກປະຕິບັດແຫ່ງໃໝ່ ດ້ວຍທຶນຊ່ວຍເຫຼືອລ້າ 2 ລ້ານ ຢູໂຣ

ຜົນສຳເລັດຂອງ ໂຮງແຮມຝຶກປະຕິບັດຢູ່ວັງວຽງ ສະແດງໃຫ້ເຫັນວ່າ ນະຄອນປາກເຊ ກໍສາມາດເປັນສະຖານທີ່ ທີ່ເໝາະສົມສຳລັບການຝຶກອົບຮົມການບໍລິການແບບຕົວຈິງໄດ້ ເພື່ອສະໜອງທັກສະ ໃຫ້ແກ່ໄວໜຸ່ມທ້ອງຖິ່ນ ແລະ ເປີດເສັ້ນທາງອາຊີບໃໝ່ດ້ານການທ່ອງທ່ຽວ ເຊິ່ງເປັນເສດຖະກິດສຳຄັນຂອງປະເທດ.
ໃນພິທີວາງສີລາລຶກ ວັນທີ 3 ມິຖຸນາ 2026 ທີ່ຜ່ານມາ, ທ່ານ ພົມພອນ ພັນດານຸວົງ, ຮອງປະທານຄະນະກຳມະການບໍລິຫານແຂວງຈຳປາສັກ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງວຽກງານດັ່ງກ່າວວ່າ: “ໂຮງແຮມຝຶກປະຕິບັດປາກເຊແຫ່ງນີ້ ເປັນການລົງທຶນໃນຊຸມຊົນຂອງເຮົາ ທີ່ຈະສ້າງໂອກາດສຳຄັນ ໃຫ້ແກ່ນັກສຶກສາທົ່ວແຂວງຈຳປາສັກ ແລະ ແຂວງອື່ນໆອີກ”
ທ່ານ ໂຣເບີດ ເດິ ວາຮາ, ຜູ້ຕາງໜ້າປະຈຳການ ຫ້ອງການ LuxDev ອາຊີ, ໄດ້ສະແດງເຖິງຄວາມມຸ່ງໝັ້ນໃນໄລຍະຍາວຂອງ LuxDev ໃນການພັດທະນາທັກສະວິຊາຊີບໃນ ສປປ ລາວ ແລະ ໄດ້ກ່າວວ່າ “ເຖິງວ່າຈະມີສິ່ງທ້າທາຍຢ່າງຕໍ່ເນື່ອງ ໃນຂະແໜງການສຶກສາກຳລັງພົບພໍ້ຢູ່, ແຕ່ການລົງທຶນໃນພື້ນຖານໂຄງລ່າງແມ່ນມີຄວາມຈຳເປັນ ເພື່ອຈະຮັກສາ ແລະ ເພີ່ມແຮງຈູງໃຈສຳລັບທັງຄູອາຈານ ແລະ ນ້ອງນັກຮຽນ”.
ໂຮງແຮມຝຶກປະຕິບັດປາກເຊ ຈະເປັນໂອກາດດີແກ່ນັກຮຽນໃນການຮຽນຮູ້ແບບຄົບວົງຈອນ, ເຊິ່ງຈະໄດ້ຝຶກຝົນທັກສະ ພາຍໃຕ້ການຊີ້ນຳຂອງຄູອາຈານທີ່ມີປະສົບການ ໃນການຜະລິດອາຫານ, ການບໍລິການອາຫານ ແລະ ເຄື່ອງດື່ມ. ພ້ອມດ້ວຍສິ່ງອຳນວຍຄວາມສະດວກ 10 ຫ້ອງນອນ, ມີຫ້ອງປະຊຸມ, ຫ້ອງອາຫານແບບຄົບວົງຈອນ, ຮ້ານກາເຟ, ແລະ ຫ້ອງຄົວສຳລັບການສອນ, ການຜະລິດ ແລະ ຮ້ານເບເກີລີ້.
ການກໍ່ສ້າງ, ການຕົກແຕ່ງ ແລະ ສິ່ງອຳນວຍຄວາມສະດວກຂອງສະຖານທີ່ດັ່ງກ່າວ ຄາດວ່າຈະໃຊ້ງົບປະມານ 2 ລ້ານຢູໂຣ ແລະ ຈະສຳເລັດໃນເດືອນກໍລະກົດ 2027 ແລະ ຈະເປີດໃຫ້ບໍລິການໃນເດືອນຕຸລານີ້ ໂດຍໄດ້ຮັບການສະໜັບສະໜູນຈາກ ແຜນງານທັກສະດ້ານການທ່ອງທ່ຽວ, ກະສິກຳ ແລະ ປ່າໄມ້ (STAF), ເຊິ່ງຈັດຕັ້ງປະຕິບັດໂດຍກົມການສຶກສາ ແລະ ຝຶກອົບຮົມດ້ານວິຊາການ ແລະ ວິຊາຊີບ (DTVET), ກະຊວງສຶກສາທິການ ແລະ ກິລາ, LuxDev, ອົງການ ຮ່ວມມືເພື່ອການພັດທະນາ ລຸກຊຳບວກ,ໂດຍໄດ້ຮັບທຶນສະໜັບສະໜູນຈາກ ຣາຊະອານາຈັກ ລຸກຊຳບວກ, ອົງການເພື່ອການພັດທະນາ ແລະ ການຮ່ວມມືສະວິດເຊີແລນ (SDC) ແລະ ສະຫະພາບເອີຣົບ (EU).