ຄຳຖາມ-ຕອບຢູ່ກ້ອງຮົ່ມຕົ້ນຫວຍບູຮານ ທີ່ສ່ອງແສງເຖິງຈິດໃຈເພື່ອປະຊາຊົນ

ການສ້າງ ແລະ ຈັດຕັ້ງປະຕິບັດທັດສະນະອັນຖືກຕ້ອງກ່ຽວກັບຜົນງານການບໍລິຫານ ເປັນຫົວຂໍ້ຄົ້ນຄວ້າຕະຫຼອດຊີວິດສຳລັບພະນັກງານສະມາຊິກພັກຄອມມູນິດຈີນ. ທັດສະນະອັນຖືກຕ້ອງກ່ຽວກັບຜົນງານການບໍລິຫານແມ່ນຫຍັງ? ຄວນສ້າງຜົນງານການບໍລິຫານເພື່ອປະຊາຊົນຄືແນວໃດ? ການຕັ້ງຄຳຖາມກ່ຽວກັບຕົ້ນຫວຍບູຮານຂໍ້ໜຶ່ງໃນຕົ້ນຊຸມປີ 1980 ແມ່ນໄດ້ໃຫ້ຄຳຕອບທຳອິດ.
ຢູ່ໜ້າປະຕູເດີ່ນສຳນັກງານຫ້ອງການຄະນະພັກເມືອງເຈີ້ງຕິ້ງແຂວງເຫີເປີຍ ທາງພາກເໜືອຂອງຈີນ, ມີຕົ້ນຫວຍບູຮານສອງຕົ້ນ. ຄົນທັງຫຼາຍມັກໄປຊົ້ນຮົ່ມຢູ່ກ້ອງຕົ້ນໄມ້ມາແຕ່ເຫິງນານ ແຕ່ບໍ່ເຄີຍມີໃຜສຶກສາຄົ້ນຫາປະຫວັດຄວາມເປັນມາຂອງຕົ້ນໄມ້ສອງຕົ້ນນີ້.
ລະດູໃບໄມ້ປົ່ງປີ 1982, ທ່ານ ສີຈິ້ນຜິງ ຫາກໍດຳລົງຕຳແໜ່ງເປັນຮອງເລຂາພັກເມືອງເຈີ້ງຕິ້ງບໍ່ດົນ ກໍໄດ້ໃສ່ໃຈເຖິງຕົ້ນຫວຍບູຮານສອງຕົ້ນນີ້. ເພິ່ນຖາມຄົນຢູ່ອ້ອມຂ້າງວ່າ: “ ຕົ້ນຫວຍບູຮານສອງຕົ້ນນີ້ປູກມາຕັ້ງແຕ່ຕອນໃດ? ມີອາຍຸຫຼາຍປານໃດ? ” ແຕ່ບໍ່ມີໃຜຕອບໄດ້.
ຕໍ່ມາ ຊ່ຽວຊານຈາກພາກສ່ວນປ່າໄມ້ແຂວງມາວິເຄາະ ແລະ ຢືນຢັນແລ້ວພົບວ່າ ຕົ້ນຫວຍສອງຕົ້ນນີ້ມີອາຍຸຫຼາຍກວ່າ 600 ປີແລ້ວ.
ເມື່ອໄດ້ຮູ້ສະພາບດັ່ງກ່າວແລ້ວ, ທ່ານ ສີຈິ້ນຜິງ ຈຶ່ງໄດ້ຈັດໃຫ້ພະນັກງານຮີບອ້ອມຮົ້ວເຫຼັກ ພ້ອມທັງຕິດປ້າຍອະນຸລັກໃສ່ຕົ້ນຫວຍບູຮານໃນທັນທີ.
ເລີ່ມຈາກຕົ້ນຫວຍບູຮານສອງຕົ້ນນີ້, ເມືອງເຈີ້ງຕິ້ງໄດ້ດຳເນີນການສຳຫຼວດຕົ້ນໄມ້ບູຮານໃນທົ່ວເມືອງເປັນເທື່ອທຳອິດ. ເດືອນພະຈິກປີ 1982, ເມືອງເຈີ້ງຕິ້ງ ໄດ້ປະກາດລາຍຊື່ຕົ້ນໄມ້ບູຮານ ແລະ ຕົ້ນໄມ້ທີ່ມີຊື່ສຽງ, ໃນນີ້ ຕົ້ນໄມ້ເກົ່າແກ່ທີ່ສຸດມີອາຍຸເຖິງ 1.400 ກວ່າປີແລ້ວ. ຕັ້ງແຕ່ນັ້ນມາ, ຕົ້ນໄມ້ບູຮານຂອງເມືອງເຈີ້ງຕິ້ງໄດ້ມີ “ບັດປະຈຳຕົວ” ແລະ ມີຄົນບົວລະບັດເປັນການສະເພາະ.
ທ່ານ ສີຈິ້ນຜິງ ເຫັນວ່າ ເມືອງເຈີ້ງຕິ້ງມີປະຫວັດສາດອັນຍາວນານ ເປັນໜ້າສຶກສາຄົ້ນຄວ້າທີ່ສຸດ. ເພິ່ນໄດ້ອ່ານປະຫວັດຂອງເມືອງ ແລະ ຂໍ້ມູນປະຫວັດສາດໃຫ້ເຂົ້າໃຈດີ, ໄປຍ່າງຕາມຖະໜົນທາງຮ່ອມຕ່າງໆເພື່ອສຳຫຼວດຮ່ອງຮອຍບູຮານສະຖານ. ຂໍພຽງແຕ່ເປັນສິ່ງທີ່ກ່ຽວຂ້ອງກັບການອະນຸລັກຮັກສາວັດຖຸບູຮານໃນເມືອງບູຮານ, ເພິ່ນກໍໄດ້ຈັດເຂົ້າໃນວາລະວຽກງານທັງໝົດ.
ທ່ານ ສີຈິ້ນຜິງ ເວົ້າວ່າ: “ຖ້າພວກເຮົາບໍ່ອະນຸລັກວັດຖຸບູຮານໃຫ້ດີ, ພວກເຮົາກໍມີຄວາມຜິດ, ກໍຈະລະອາຍໃຈຕໍ່ຄົນຮຸ່ນຫຼັງ.” ດ້ວຍຄວາມຮັບຜິດຊອບຕໍ່ປະຫວັດສາດແບບນີ້, ທ່ານ ສີຈິ້ນຜິງ ໄດ້ຄົ້ນຄິດຢ່າງເລິກເຊິ່ງກວ່າເກົ່າຕໍ່ການສ້າງ ແລະ ຈັດຕັ້ງປະຕິບັດທັດສະນະອັນຖືກຕ້ອງກ່ຽວກັບຜົນງານການບໍລິຫານ, ສ້າງຜົນງານເພື່ອປະຊາຊົນ.
ປີ 2002, ທ່ານ ສີຈິ້ນຜິງ ເຈົ້າແຂວງແຂວງຟູຈ້ຽນໃນເວລານັ້ນ ໄດ້ຂຽນຄຳນຳໃຫ້ປຶ້ມ “ເຮືອນບູຮານຟູໂຈ່ວ” ໂດຍມີເນື້ອໃນບາງຕອນລະບຸວ່າ: “ການພັດທະນາເສດຖະກິດຄືໜ້າທີ່ສຳຄັນຂອງຜູ້ເປັນການນຳ, ຂະນະທີ່ການອະນຸລັກຮັກສາສະຖາປັດຕະຍະກຳບູຮານ, ເຂດຖະໜົນດັ້ງເດີມ, ວັດຖຸບູຮານ, ເມືອງບູຮານໃຫ້ດີ ກໍເປັນໜ້າທີ່ສຳຄັນຂອງຜູ້ເປັນການນຳເຊັ່ນກັນ, ທັງສອງຢ່າງນີ້ມີຄວາມສຳຄັນເທົ່າທຽມກັນ.”
ຕາມທ່ານ ສີຈິ້ນຜິງ ເຫັນວ່າ: ການສ້າງທັດສະນະອັນຖືກຕ້ອງກ່ຽວກັບຜົນງານການບໍລິຫານກໍຄື “ບໍ່ພຽງແຕ່ຕ້ອງເຮັດວຽກຕົວຈິງທີ່ປະຊາຊົນເຫັນໄດ້, ຈັບບາຍໄດ້ ແລະ ໄດ້ຮັບຜົນປະໂຫຍດຕົວຈິງເທົ່ານັ້ນ, ຍັງຕ້ອງເຮັດເລື່ອງດີທີ່ສ້າງພື້ນຖານ ແລະ ມີຜົນດີຕໍ່ການພັດທະນາທີ່ຍາວນານໃຫ້ແກ່ຄົນຮຸ່ນຫຼັງ”.
ບໍ່ວ່າຈະເປັນການປະຕິເສດສຽງຄັດຄ້ານທັງຫຼາຍຢ່າງສຸດຂີດ ເພື່ອສັ່ງໂຈະການພັດທະນາດ້ານການຄ້າຢູ່ເຮືອນເກົ່າຂອງທ່ານ ຫຼິນເຈມິນ ນັກປະຕິວັດປະຊາທິປະໄຕທີ່ມີຊື່ສຽງຂອງຈີນ, ຊຸກຍູ້ການປະຕິບັດໂຄງການອະນຸສອນສະຖານເຮືອນເກົ່າ ຂອງທ່ານ ຫຼິນເຈມິນ ໂດຍແຂວນປ້າຍອະນຸລັກຢ່າງເປັນທາງການ ຢູ່ນະຄອນຟູໂຈ່ວ ແຂວງຟູຈ້ຽນ ຫຼື ການໄປສຳຫຼວດຄົ້ນຄວ້າເພື່ອເກັບກຳຂໍ້ມູນ ຢູ່ຮ່ອງຮອຍບູຮານສະຖານຫຼຽງຈູ ແຂວງເຈີ້ຈ່ຽງ, ໂດຍໄດ້ສັ່ງປິດບໍ່ຫີນຢູ່ບໍລິເວນອ້ອມຂ້າງ ແລະ ຊຸກຍູ້ການຮ້ອງຂໍສະເໜີເອົາຮ່ອງຮອຍບູຮານສະຖານດັ່ງກ່າວເຂົ້າເປັນມໍລະດົກໂລກ. ຕອນເຮັດວຽກຢູ່ແຂວງຟູຈ້ຽນ ແລະ ແຂວງເຈີ້ຈ່ຽງ, ທ່ານ ສີຈິ້ນຜິງ ລ້ວນແຕ່ໄດ້ອອກແຮງສຸດຂີດເພື່ອຊຸກຍູ້ການປົກປັກຮັກສາວັດຖຸບູຮານປະຫວັດສາດຢ່າງສະເໝີຕົ້ນສະເໝີປາຍ.
ປີ 2016, ທ່ານ ສີຈິ້ນຜິງ ທີ່ຂຶ້ນເປັນຜູ້ນຳສູງສຸດຂອງພັກ ແລະ ລັດແລ້ວນັ້ນ ໄດ້ມີຄຳຊີ້ນຳສຳຄັນຕໍ່ວຽກງານວັດຖຸບູຮານ, ທ່ານໄດ້ຮຽກຮ້ອງຢ່າງຈະແຈ້ງວ່າ: “ຄະນະພັກແລະ ອົງການປົກຄອງທຸກຂັ້ນ ຕ້ອງເພີ່ມຄວາມເຄົາລົບຢຳເກງຕໍ່ວັດຖຸບູຮານທາງປະຫວັດສາດ, ສ້າງແນວຄິດວິທະຍາສາດທີ່ວ່າ ການອະນຸລັກວັດຖຸບູຮານກໍແມ່ນຜົນງານການບໍລິຫານ.”
ຫຼາຍປີຜ່ານມານີ້, ຈີນໄດ້ຊຸກຍູ້ການປະຕິບັດໂຄງການອະນຸລັກວັດຖຸບູຮານສຳຄັນຕ່າງໆເຊັ່ນ: ການອະນຸລັກຮູບແຕ້ມຝາພະໜັງເມືອງຕຸ່ນຫວງ ແຂວງກ່ານຊູ້ດ້ວຍເຕັກນິກດິຈິຕອນ, ການປະຕິສັງຂອນກຳແພງເມືອງບູຮານນະຄອນຊີ່ອ່ານ ແຂວງສ້ານຊີ, ຜົນການຂຸດຄົ້ນບູຮານນະຄະດີຢ່າງຕໍ່ເນື່ອງ ຢູ່ຮ່ອງຮອຍບູຮານສະຖານຢິ່ນຊວີ່ ນະຄອນອ່ານຢາງ ແຂວງເຫີນານ, ຜົນການຄົ້ນພົບທີ່ໜ້າອັດສະຈັນຢູ່ຂຸມຝັງເຄື່ອງບູຊາ ຂອງຮ່ອງຮອຍບູຮານສະຖານສ່ານຊິງຕຸ່ຍ ແຂວງເສສວນ ແລະອື່ນໆ ຜົນງານການຂຸດຄົ້ນບູຮານຄະດີທຸກຄັ້ງຜ່ານມານີ້ຕ່າງກໍເປັນສິ່ງອັດຈະຈັນ ແລະ ປະຈັກຕາຕໍ່ຊາວໂລກ.
ການຕັ້ງຄຳຖາມຢູ່ກ້ອງຮົ່ມຕົ້ນຫວຍບູຮານເມືອງເຈີ້ງຕິ້ງ ເມື່ອ 40 ກວ່າປີກ່ອນ ໄດ້ສະທ້ອນໃຫ້ເຫັນວ່າ ທ່ານ ສີຈິ້ນຜິງ ໃນໄວໜຸ່ມທີ່ມີຄວາມເຄົາລົບຢຳເກງຕໍ່ປະຫວັດສາດ ແລະ ມີຄວາມຖະໜອມຮັກຕໍ່ວັດຖຸບູຮານ.