ໃນລະຫວ່າງວັນທີ 4 - 6 ມິຖຸນາ 2026 ຜ່ານມາ, ພະນັກງານຂອງບໍລິສັດ ພູເບ້ຍ ມາຍນິງ ແລະ ຊຸມຊົນທ້ອງຖິ່ນ ໄດ້ຮ່ວມກັນສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ) ແລະ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ (5 ມິຖຸນາ). ຫົວຂໍ້ຂອງອົງການສະຫະປະຊາຊາດສຳລັບວັນສິ່ງແວດລ້ອມໂລກ ປີ 2026 ຄື “ໄດ້ຮັບແຮງບັນດານໃຈຈາກທຳມະຊາດ ເພື່ອດິນຟ້າອາກາດ ເພື່ອອະນາຄົດຂອງພວກເຮົາ”.
ກິດຈະກຳສະຫຼອງໄດ້ຈັດຂຶ້ນຢູ່ຊຸມຊົນຕ່າງໆທີ່ຕັ້ງຢູ່ໃກ້ກັບໂຄງການຂຸດຄົ້ນ-ປຸງແຕ່ງ ທອງ-ຄຳ ພູຄຳ ແລະ ໂຄງການຂຸດຄົ້ນ-ປຸງແຕ່ງ ຄຳ-ເງິນ ບ້ານຫ້ວຍຊາຍ ໃນແຂວງໄຊສົມບູນ. ພະນັກງານຂອງບໍລິສັດ ພູເບ້ຍ ມາຍນິງ, ຊຸມຊົນທ້ອງຖິ່ນ ແລະ ນັກຮຽນ ໄດ້ຮ່ວມກິດຈະກຳປູກຕົ້ນໄມ້ຢູ່ໂຮງຮຽນໃນທ້ອງຖິ່ນດັ່ງກ່າວ.
ນອກຈາກນັ້ນ ຍັງໄດ້ແຍກຈັດກິດຈະກຳຕ່າງຫາກຢູ່ເຂດພາກສະໜາມບ້ານຫ້ວຍຊາຍ ແລະ ພູຄຳ ໂດຍມີພະນັກງານຂອງບໍລິສັດ ພູເບ້ຍ ມາຍນິງ ແລະ ພະນັກງານບໍລິສັດຮັບເໝົາເຂົ້າຮ່ວມ. ທີມງານພະແນກສິ່ງແວດລ້ອມ ແລະ ຜູ້ຕາງໜ້າຈາກພະແນກຕ່າງໆຂອງບໍລິສັດ ໄດ້ຮ່ວມກັນເກັບຂີ້ເຫຍື້ອ, ປູກຕົ້ນໄມ້ໃນເຂດຟື້ນຟູຂອງບໍລິສັດ ພູເບ້ຍ ມາຍນິງ, ຈັດການແຂ່ງຂັນນະວັດຕະກຳການນຳວັດຖຸກັບຄືນມາໃຊ້ໃໝ່ ແລະ ສະທ້ອນເຖິງຄວາມມຸ້ງໝັ້ນຂອງພວກເຂົາໃນການເບິ່ງແຍງຮັກສາສິ່ງແວດລ້ອມ.
ຜູ້ຕາງໜ້າຈາກພະແນກສິ່ງແວດລ້ອມຂອງບໍລິສັດ ພູເບ້ຍ ມາຍນິງ ໄດ້ກ່າວໃນກິດຈະກຳຢູ່ພູຄຳ ໂດຍສຸມໃສ່ຄວາມມຸ້ງໝັ້ນຂອງແພນອອສ໌ ແລະ ກວ່າງຕົງ ຣາຍຊິງ ໂຮລດິງ ກຼຸບ (GDRH) ໃນການປົກປັກຮັກສາສິ່ງແວດລ້ອມບ່ອນທີ່ບໍລິສັດເຂົ້າໄປດຳເນີນງານ, ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ໂດຍປະຕິບັດຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາດ້ານສິ່ງແວດລ້ອມຂອງໂຄງການ ລວມທັງໂຄງການຟື້ນຟູພື້ນທີ່ຢ່າງຕໍ່ເນື່ອງໃນເຂດດໍາເນີນງານຂອງບໍລິສັດ.
ນັບແຕ່ເລີ່ມໂຄງການພູຄຳ ແລະ ໂຄງການບ້ານຫ້ວຍຊາຍເປັນຕົ້ນມາ, ບໍລິສັດ ພູເບ້ຍ ມາຍນິງ ໄດ້ດຳເນີນການຟື້ນຟູທີ່ດິນເທື່ອລະກ້າວຕາມລໍາດັບ ໃນລະຫວ່າງດຳເນີນງານ ແລະ ຕະຫຼອດອາຍຸໂຄງການ ເພື່ອຮັບປະກັນວ່າໄດ້ປະຕິບັດຕາມພັນທະດ້ານສິ່ງແວດລ້ອມທັງໃນລະດັບຊາດ ແລະ ສາກົນ. ຮອດທ້າຍປີ 2025, ໂຄງການພູຄຳ ແລະ ບ້ານຫ້ວຍຊາຍ ໄດ້ດຳເນີນການຟື້ນຟູສຳເລັດແລ້ວປະມານ 372 ເຮັກຕາ.
ການຄຸ້ມຄອງດ້ານສິ່ງແວດລ້ອມເປັນຫົວໃຈສຳຄັນຂອງວິທີການດຳເນີນທຸລະກິດຂອງ ພູເບ້ຍ ມາຍນິງ ຢູ່ລາວ. ນັບຕັ້ງແຕ່ການສຳຫຼວດໄປຈົນເຖິງການພັດທະນາ ແລະ ຕະຫຼອດໄລຍະການຜະລິດ, ບໍລິສັດພະຍາຍາມຢ່າງຕໍ່ເນື່ອງໃນການຫຼຸດຜ່ອນຜົນກະທົບຈາກການດຳເນີນງານຕໍ່ສິ່ງແວດລ້ອມທາງທຳມະຊາດຂອງລາວ.