ລາວ-ຍີ່ປຸ່ນ ຈັບມືເດີນໜ້າ "ຄູ່ຮ່ວມຍຸດທະສາດຮອບດ້ານ" ເນັ້ນລົງທຶນພະລັງງານສະອາດ ແລະ ກະສິກໍາທັນສະໄໝ

ໃນວັນທີ 10 ມິຖຸນາ 2026 ທີ່ ສໍານັກງານນາຍົກລັດຖະມົນຕີຍີ່ປຸ່ນ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ນ. ທະກະອິຈິ ຊະນາເອະ (Ms. TAKAICHI Sanae), ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ໃນໂອກາດນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງ​ປະຊຸມ​ສາກົນ ວ່າດ້ວຍ ອະນາຄົດ​ຂອງ​ອາຊີ ຄັ້ງ​ທີ 31 ພາຍໃຕ້ຫົວຂໍ້: ການເຮັດວຽກຮ່ວມກັນ ເພື່ອຄວາມເຂັ້ມແຂງທົນທານ ແລະ ຈະເລີນຮຸ່ງເຮືອງຍິ່ງຂຶ້ນຂອງອາຊີ (Working together for more resilient and prosperous Asia), ເຊິ່ງຈັດຂຶ້ນ​ໃນລະຫວ່າງ​ວັນ​ທີ 10-11 ມິຖຸນາ 2026 ທີ່ ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ທະກະອິຈິ ຊະນາເອະ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍ ທ່ານ ສອນໄຊ ສີພັນດອນ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອີກສະໄໝໜຶ່ງ ໃນເດືອນມີນາ 2026 ຜ່ານມາ, ພ້ອມທັງໄດ້ສະແດງຄວາມຂອບໃຈ ມາຍັງ ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແກ່ ການຢ້ຽມຢາມທາງການ ຢູ່ ສປປ ລາວ ຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໃນເດືອນພະຈິກ 2025 ຜ່ານມາ, ເຊິ່ງ ສປປ ລາວ ແມ່ນປະເທດທໍາອິດທີ່ພະອົງ ສະເດັດຢ້ຽມຢາມທາງການ ແລະ ຍັງໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງການຈັດງານບຸນລາວ ປະຈໍາປີ 2026 ຢູ່ ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ ໃນທ້າຍເດືອນພຶດສະພາ 2026 ຜ່ານມາ, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ແລະ ທ່ານ ທອງສະຫວັນ ພົມວິຫານ,​ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍ ທ່ານ ນ. ທະກະອິຈິ ຊະນາເອະ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ອີກຄັ້ງ ໃນເດືອນກຸມພາ 2026 ຜ່ານມາ, ພ້ອມທັງໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງ ກອງປະຊຸມສຸດຍອດ ກ່ຽວກັບຄວາມເຂັ້ມແຂງດ້ານພະລັງງານ ໃນເດືອນເມສາ 2026 ຜ່ານມາ ແລະ ສະໜັບສະໜູນຂອບການຮ່ວມມື POWERR Asia (Partnership On Wide Energy and Resources) ທີ່ຍີ່ປຸ່ນໄດ້ສະເໜີໃນກອງປະຊຸມສຸດຍອດ AZEC Plus ດັ່ງກ່າວ. ພ້ອມນັ້ນ, ຍັງໄດ້ຢືນຢັນທັດສະນະອັນສະເໜີຕົ້ນສະເໜີປາຍ ຕໍ່ການຮ່ວມມືໃນຂອບສອງຝ່າຍ ລາວ-ຍີ່ປຸ່ນ ທີ່ມີມູນເຊື້ອມາແຕ່ດົນນານ ແລະ ຂອບການຮ່ວມມືຫຼາຍຝ່າຍ ກໍ່ຄືຂອບການຮ່ວມມື ອາຊຽນ-ຍີ່ປຸ່ນ ອີກດ້ວຍ ໃນຖານະທີ່ຍີ່ປຸ່ນເປັນຄູ່ຮ່ວມມືທີ່ສໍາຄັນຂອງອາຊຽນ ແລະ ໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອທີ່ມີປະສິດທິພາບ ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ເປັນຕົ້ນແມ່ນ ການພັດທະນາຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານ, ສາທາລະນະສຸກ, ກະສິກໍາ-ປ່າໄມ້, ການສົ່ງຊ່ຽວຊານ ແລະ ອາສາສະໝັກຂອງອົງການ JICA ໄປປະຕິບັດໜ້າທີ່ຢູ່ບັນດາຂະແໜງການຂອງລາວ ທັງໃນສູນກາງ ແລະ ທ້ອງຖິ່ນ. ພິເສດ ແມ່ນການຊ່ວຍເຫຼືອໃນໂຄງການມະນຸດສະທໍາເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ (UXO) ຢູ່ ສປປ ລາວ. ພ້ອມນັ້ນ, ຍັງໄດ້ສະເໜີ ທ່ານ ນາຍົກລັດຖະມົນຕີ ທະກະອິຈິ ຊະນາເອະ ພິຈາລະນາມອບໝາຍໃຫ້ການນໍາຂັ້ນສູງຂອງຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC CCM) ພາຍໃຕ້ການເປັນປະທານຂອງ ສປປ ລາວ ໃນເດືອນກັນຍາ 2026 ທີ່ຈະມາເຖິງນີ້ ທີ່ ນະຄອນຫຼວງວຽງຈັນ ແລະ ເຊື້ອເຊີນຄູ່ຮ່ວມຕໍາແໜ່ງຝ່າຍຍີ່ປຸ່ນ ຢ້ຽມຢາມ ສປປ ລາວ ໃນເວລາທີ່ສອງຝ່າຍມີຄວາມສະດວກ.

ສອງຝ່າຍ ຍັງໄດ້ເຫັນດີເປັນເອະພາບໃນການສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນ ແລະ ການຮ່ວມມື ລາວ-ຍີ່ປຸ່ນ ໃນຖານະ ຄູ່ຮ່ວມຍຸດທະສາດຮອບດ້ານ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ, ໂດຍສະເພາະ ການສົ່ງເສີມການຮ່ວມມືດ້ານເສດຖະກິດ ກໍຄືການຄ້າ ແລະ ການລົງທຶນ ໃນຂະແໜງການທີ່ສອງຝ່າຍມີທ່າແຮງໃນການຮ່ວມມື ເປັນຕົ້ນແມ່ນ ກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງທີ່ທັນສະໄໝ, ພະລັງງານສະອາດ, ພະລັງງານທາງເລືອກ, ຂະແໜງບໍ່ແຮ່, ການທ່ອງທ່ຽວ, ເຕັກໂນໂລຊີ ແລະ ອື່ນໆ. ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບສະພາບການໃນພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນອີກດ້ວຍ.

ໃນໂອກາດຢ້ຽມຢາມປະເທດຍີ່ປຸ່ນຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ພົບປະກັບ ສະມາຄົມມິດຕະພາບ ລັດຖະສະພາ ຍີ່ປຸ່ນ-ລາວ, ພົບປະກັບ ອົງການສະພາແລກປ່ຽນມິດຕະພາບສາກົນ (ອົງການ FEC), ພາກທຸລະກິດຂອງຍີ່ປຸ່ນ ຈໍານວນໜຶ່ງ, ຕາມລໍາດັບ ແລະ ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນ ລະຫວ່າງ ພາກທຸລະກິດຂອງລາວ ແລະ ຍີ່ປຸ່ນ ອີກດ້ວຍ.