
ໂດຍປະຕິບັດຕາມອານຸສັນຍາວ່າດ້ວຍການຄຸ້ມຄອງຊາຍແດນທາງບົກ ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ທີ່ໄດ້ລົງນາມ ໃນວັນທີ 16 ມີນາ 2016 ອີງຕາມບົດບັນທຶກວ່າດ້ວຍການລາດຕະເວນຮ່ວມສອງຝ່າຍ ລະຫວ່າງ ກອງບັນຊາການທະຫານແຂວງຄໍາມ່ວນ ສປປ ລາວ ແລະ ກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ສສ ຫວຽດນາມ ທີ່ໄດ້ລົງນາມ ໃນວັນທີ 29 ພຶດສະພາ 2026 ປະຕິບັດຕາມແຜນການລາດຕະເວນຮ່ວມ, ດັ່ງນັ້ນໃນວັນທີ 10 ມີຖຸນາ 2026 ຜ່ານມານີ້ ສອງກອງບັນຊາການໄດ້ຮ່ວມກັນດໍາເນີນການລາດຕະເວນຢູ່ຂອບເຂດເສັ້ນຊາຍແດນ ຫຼັກໝາຍຊາຍແດນແຫ່ງຊາດ ເລກທີ 529, 528 ແລະ 527 ເຊິ່ງຝ່າຍລາວນໍາໂດຍ ສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄໍາມ່ວນ ແລະ ສະຫາຍ ເດດສັກດາ ມະນີຄໍາ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ, ຝ່າຍຫວຽດນາມນໍາໂດຍ ສະຫາຍ ພັນເອກ ຈິ້ງ ແທງ ບິ່ງ ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນ ແຂວງ ກວາງຈິ ແລະ ສະຫາຍ ຮ່ວງ ນາມ ຮອງປະທານຄະນະກໍາມະການປະຊາຊົນແຂວງກວາງຈິ ໂດຍມີບັນດາ ສະຫາຍ ພະແນກການ, ຂະແໜງການທີ່ກ່ຽວຂ້ອງ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງຂອງທັງສອງແຂວງເຂົ້າຮ່ວມ; ການລາດຕະເວນຮ່ວມໃນຄັ້ງນີ້ ເຫັນໄດ້ວ່າສະພາບການເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະ ບັນຫາທີ່ກ່ຽວຂ້ອງ ໜ່ວຍລາດຕະເວນຮ່ວມທັງສອງຝ່າຍໄດ້ດໍາເນີນການລາດຕະເວນ ຂອບເຂດເສັ້ນຊາຍແດນ ຫຼັກໝາຍຊາຍແດນ ເລກທີ 529, 528 ແລະ 527 ແມ່ນຮັບປະກັນໄດ້ສະພາບເດີມ ບໍ່ມີຮ່ອງຮອຍການຍົກຍ້າຍ ຫຼື ເປ້ເພເສຍຫາຍ ສະພາບຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບປອດໄພທາງສັງຄົມຢູ່ລຽບຕາມຊາຍແດນ ແລະ ເຂດຊາຍແດນທັງສອງຝ່າຍ ແມ່ນມີສະຖຽນລະພາບໝັ້ນຄົງ ປະຊາຊົນສອງຝາກຊາຍແດນໄດ້ປະຕິບັດຕາມບັນດາຂໍ້ກໍານົດກົດໝາຍວ່າດ້ວຍຊາຍແດນຂອງສອງປະເທດ ລາວ-ຫວຽດນາມ ມີສະຕິໃນການປົກປັກຮັກສາຫຼັກໝາຍຊາຍແດນແຫ່ງຊາດ ໃນການຈັດຕັ້ງເຄື່ອນໄຫວລາດຕະເວນ ບໍ່ພົບເຫັນການເຄື່ອນໄຫວບຸກລຸກເນື້ອທີ່ດິນທໍາການຜະລິດ ຕັ້ງພູມລໍາເນົາແບບຊະຊາຍ ການຂຸດຄົ້ນເຄື່ອງປ່າຂອງດົງແບບຜິດກົດໝາຍ ແລະ ເຄື່ອນໄຫວລະເມິດລະບຽບຊາຍແດນໃນຂອບເຂດຄວາມຮັບຜິດຊອບ ໃນໄລຍະການລາດຕະເວນກໍາລັງຂອງທັງສອງກົມກອງໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄີການປະສານສົມທົບກັນຢ່າງກົມກຽວ ເຊີດຊູບົດບາດຄວາມຮັບຜິດຊອບ ຮັບປະກັນດ້ານເນື້ອໃນພິທີການຕາມແຜນການທີ່ໄດ້ກໍານົດຮ່ວມກັນ ຮັບປະກັນຄວາມປອດໄພຮອບດ້ານ ໜ່ວຍລາດຕະເວນໄດ້ດໍາເນີນບັນດາຂັ້ນຕອນຕາມຫຼັກການ ແລະ ຂະບວນການຢ່າງຖືກຕ້ອງ ພ້ອມທັງໄດ້ອານາໄມອ້ອມຮອບບໍລິເວນຫຼັກໝາຍ ໃຫ້ມີຄວາມສະອາດ ທັງນີ້ກໍ່ເພື່ອເຮັດໃຫ້ຊາຍແດນ ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ເປັນຊາຍແດນແຫ່ງຄວາມສາມັກຄີປອງດອງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງປະຊາຊົນທັງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ພາຍໃຕ້ການເຄົາລົບກົດລະບຽບ ແລະ ກົດໝາຍ ພ້ອມທັງຮີດຄອງປະເພນີອັນດີງາມ, ພາຍຫຼັງສໍາເລັດການລາດຕະເວນຮ່ວມກັນ ຄະນະລາດຕະເວນທັງສອງຝ່າຍກໍ່ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບຖອດຖອນບົດຮຽນ ພ້ອມທັງລົງນາມເຊັນບົດບັນທຶກຮ່ວມກັນ ໂດຍແມ່ນ ສະຫາຍ ພັນເອກ ສີສົມພູ ແກ້ວບຸນລ້ອມ ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງ ຄໍາມ່ວນ ແລະ ສະຫາຍ ພັນເອກ ຈິ້ງ ແທງ ບິ່ງ ຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງ ກວາງຈິ ໂດຍມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.
ທີ່ມາ: Khammouane News