ທ່ານ ສັນຕິພາບ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ເຂົ້າຮ່ວມ ແລະ ກ່າວຄໍາປາໄສ ໃນພິທີໄຂງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 10 ແລະ ງານວາງສະແດງການນໍາເຂົ້າ-ສົ່ງອອກສິນຄ້າຈີນ (ຄຸນມິງ) ຄັ້ງທີ 30

ໃນລະຫວ່າງວັນທີ 10 – 12 ມິຖຸນາ 2026,  ພະນະທ່ານ ສັນຕິພາບ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແຫ່ງ ສປປ ລາວ, ໃນຖານະທີ່ ສປປ ລາວ ເປັນປະເທດຄູ່ຮ່ວມງານພິເສດ (Special Partner Country), ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ກ່າວປາໄສ ໃນພິທີເປີດງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 10 ແລະ ງານວາງສະແດງການນໍາເຂົ້າ-ສົ່ງອອກສິນຄ້າຈີນ (ຄຸນມິງ) ຄັ້ງທີ 30, ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ, ພາຍໃຕ້ຫົວຂໍ້: “ຄວາມສາມັກຄີ ແລະ ການປະສານສົມທົບກັນ ເພື່ອການພັດທະນາຮ່ວມກັນ - Solidarity and Coordination for Common Development”.

ໃນໂອກາດນີ້, ພະນະທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງງານວາງສະແດງສາກົນດັ່ງກ່າວ ເພື່ອສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນຂອງປະຊາຊົນ ລະຫວ່າງ ສປ ຈີນ ແລະ ບັນດາປະເທດ ໃນພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ລວມທັງ ສປປ ລາວ, ແນໃສ່ຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ທັງເປັນເວທີໜຶ່ງທີ່ສໍາຄັນໃນການສົ່ງເສີມການຮ່ວມມື ລະຫວ່າງ ພາກລັດ ແລະ ພາກເອກະຊົນ, ລວມທັງຍັງເປັນການເປີດໂອກາດໃຫ້ແກ່ພາກທຸລະກິດ ແລະ ຜູ້ປະກອບການທີ່ມາຈາກບັນດາປະເທດຕ່າງໆ ໄດ້ຈັບຄູ່ທາງທຸລະກິດ ແລະ ຮັດແໜ້ນການຮ່ວມມື ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ຄຽງຄູ່ກັນນີ້, ພະນະທ່ານ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ເປີດຫ້ອງວາງສະແດງແຫ່ງຊາດ ຂອງ ສປປ ລາວ (Lao Pavilion) ຢ່າງເປັນທາງການ ຮ່ວມກັບບັນດາການນໍາຂັ້ນສູງຂອງແຂວງຢຸນນານ, ພ້ອມທັງຍັງໄດ້ໄປຢ້ຽມຊົມບັນດາບູດວາງສະແດງຕ່າງໆຂອງ ສປປ ລາວ, ເຊິ່ງມີຫົວຫນ່ວຍທຸລະກິດ ຈາກ ສປປ ລາວ ເຂົ້າຮ່ວມຢ່າງຫຼວງຫຼາຍ ແລະ ມີບູດວາງສະແດງຫຼາຍກວ່າ 50 ກວ່າຫ້ອງ ເພື່ອເຜີຍແຜ່ໂຄສະນາຜະລິດຕະພັນ, ສິນຄ້າ ແລະ ການບໍລິການໃນຂົງເຂດການເງິນ-ທະນາຄານ ແລະ ໂລຈິດສະຕິກ ຂອງ ສປປ ລາວ. ນອກນັ້ນ, ກໍຍັງໄດ້ຢ້ຽມຊົມບັນດາບູດວາງສະແດງຂອງ ສປ ຈີນ ແລະ ບັນດາປະເທດທີ່ເຂົ້າຮ່ວມໃນງານວາງສະແດງດັ່ງກ່າວ.

ໃນໂອກາດເຂົ້າຮ່ວມງານວາງສະແດງຄັ້ງນີ້, ພະນະທ່ານ ຮອງນາຍົກລັດຖະມົນຕີ ໄດ້ພົບປະສອງຝ່າຍ ກັບ ສະຫາຍ ເຫີ ເວີຍ, ຮອງປະທານຄະນະປະຈໍາສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ແລະ ພົບປະສອງຝ່າຍກັບ ສະຫາຍ ຫວັງ ຢຸ້ຍ ໂປ່, ຮອງເລຂາພັກແຂວງຢຸນນານ, ເຈົ້າແຂວງຢຸນນານ, ເຊິ່ງທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ມີມາຍາວນານ ແລະ ການຮ່ວມມືສອງຝ່າຍລາວ-ຈີນ ໃນຂົງເຂດຕ່າງໆ ໃນໄລຍະຜ່ານມາ ກໍຄື ປັດຈຸບັນ ໂດຍສະເພາະ ໃນ 2026 ນີ້ ແມ່ນປີຄົບຮອບ 65 ປີ ແຫ່ງ ສາຍພົວພັນການທູດລາວ-ຈີນ ແລະ ເປັນປີມິດຕະພາບລາວ-ຈີນ, ແລະ ໄດ້ຊົມເຊີຍຕໍ່ຜົນສໍາເລັດຂອງການເປັນປະເທດເພື່ອນມິດຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ, ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ແລະ ການແລກປ່ຽນພົບປະຂອງການນໍາຂັ້ນສູງຂອງສອງປະເທດ ຕະຫຼອດໄລຍະຜ່ານມາ.

ນອກຈາກນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ໄປຢ້ຽມຢາມສະຖານທີ່ສຳຄັນຕ່າງໆ ເປັນຕົ້ນ: ມະຫາວິທະຍາໄລເສດຖະກິດ ແລະ ການເງິນຢຸນນານ, ບັນດາບໍລິສັດທີ່ກຳລັງລົງທຶນ ແລະ ກຳລັງສຶກສາຄວາມເປັນໄປໄດ້ໃນການລົງທຶນ ຢູ່ ສປປ ລາວ, ແລະ ສະຖານທີ່ທ່ອງທ່ຽວທາງວັດທະນະທໍາຂອງ ແຂວງຢຸນນານ ອີກດ້ວຍ.