ລັດຖະມົນຕີກະຊວງ ກຕ ຊຸກຍູ້ເຮັດວຽກ ຢູ່ແຂວງບໍລິຄໍາໄຊ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ນສານ (ກຕ) ພ້ອມດ້ວຍຄະນະລົງເຄື່ອນໄຫວ ເຮັດວຽກຢູ່ທີ່ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໃນວັນທີ 12 ມິຖຸນາ 2026 ໂດຍມີ ທ່ານ ບຸນລ້ຽງ ດວງສະເພົາທອງ ຮອງປະທານຄະນະກຳມະການປົກຄອງ ແຂວງບໍລິຄໍາໄຊ ພ້ອມດ້ວຍພະແນກການຂອງແຂວງ ແລະ ເມືອງ ໃຫ້ການຕ້ອນຮັບ.
ຈຸດປະສົງໃນການລົງເຄື່ອນໄຫວວຽກງານຄັ້ງນີ້, ກໍເພື່ອເປັນການລົງສໍາຫລວດພື້ນທີ່ຕົວຈິງ ເພື່ອເປັນການເກັບກໍາຂໍ້ມູນ ທີ່ຈໍາເປັນ ແລະສໍາຄັນ ນໍາໄປລາຍງານຕໍ່ກັບຄະນະພັກຂັ້ນເທິງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຊອກຫາຊ່ອງທາງແກ້ໄຂວຽກງານໃນແຕ່ລະດ້ານ ໃຫ້ບັນລຸຕາມທິດທາງແຜນການ ແລະ ມີຄວາມຖືກຕ້ອງສອດຄ່ອງ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ທັງນີ້ກໍເພື່ອແນໃສ່ເຮັດໃຫ້ພື້ນທີ່ຂອບເຂດ-ບໍລິເວນຊາຍແດນ ໃຫ້ໄດ້ຮັບການພັດທະນາດີຂຶ້ນ ເປັນຕົ້ນ ການປັບປຸງລະບົບໄຟຟ້າ, ນໍ້າປະປາ, ສັນຍານໂທລະສັບ-ສັນຍານອິນເຕີເນັດ ແລະອື່ນໆ.
ໂອກາດນີ້, ຄະນະດັ່ງກ່າວ ໄດ້ລົງເຄື່ອນໄຫວຕິດຕາມ ເບິ່ງການຈັດຕັ້ງປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ທີ່ປະຈໍາຢູ່ດ່ານສາກົນ ນໍ້າອ້ອນ-ແທ໋ງຖຸຍ; ຢ້ຽມຢາມເຂດເຊື່ອມຕໍ່ຊາຍແດນ ລະຫວ່າງ ແຂວງບໍລິຄຳໄຊ ແລະ ແຂວງຮ່າຕິ່ງ ສສ ຫວຽດນາມ ແລະ ຈຸດເຊື່ອມຕໍ່ ແຜນການກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ ທີ່ຂອບເຂດບໍລິເວນຊາຍແດນແຫ່ງດັ່ງກ່າວ. ພ້ອມນີ້, ຍັງຢ້ຽມຊົມການພັດທະນາເສດຖະກິດ-ສັງຄົມ ພາຍໃນເມືອງໄຊຈໍາພອນ ເປັນຕົ້ນ ຖະໜົນຫົນທາງ, ສໍານັກງານຫ້ອງການ-ອາຄານບ້ານເຮືອນຂອງພໍ່ແມ່ປະຊາຊົນ ລວມເຖິງບັນດາໂຄງການພະລັງງານລົມເຈື່ອງເຊີນ ທີ່ພວມຈັດຕັ້ງປະຕິບັດວຽກງານໃນປັດຈຸບັນຕື່ມອີກ.