ປກສ ຫລວງນໍ້າທາ ທໍາລາຍອາວຸດລ່າເນື້ອ ແລະອາວຸດເສິກ 495 ກະບອກ ທີ່ເກັບກູ້ໄດ້ຈາກປະຊາຊົນ

ວັນທີ 11 ມິຖຸນາ 2026 ກອງບັນຊາການ ປກສ ເມືອງນາແລ ແຂວງຫຼວງນໍ້າທາ ໄດ້ຈັດພິທີທໍາລາຍອາວຸດລ່າເນື້ອ ແລະ ເຄື່ອງຂອງກາງຄະດີ ປະຈໍາປີ 2026, ໂດຍການເຂົ້າຮ່ວມຂອງ ທ່ານ ສຸລິຕານ ຈອມສະຫວັນ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດ ເມືອງນາແລ, ມີ ພັທ ຕິບແກ້ວ ໄຊປະເສີດ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາແລ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
 
ພັທ ຕິບແກ້ວ ໄຊປະເສີດ ໄດ້ລາຍງານວ່າ: ເພື່ອປະຕິບັດຄໍາສັ່ງເລກທີ 11/ນຍ ແລະ ຄໍາສັ່ງຂອງທ່ານເຈົ້າເມືອງ ສະບັບເລກທີ 05/ຈມ, ລົງວັນທີ 06 ກັນຍາ 2024 ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດໃຫ້ປະກົດຜົນເປັນຈີງ; ດັ່ງນັ້ນກອງບັນຊາການ ປກສ ເມືອງນາແລ ໄດ້ອອກບົດແນະນໍາເລກທີ 452/ປກສ,ມນລ, ລົງວັນທີ 26 ພຶດສະພາ 2025 ກ່ຽວກັບການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 05/ຈມ ຂອງທ່ານເຈົ້າເມືອງ, ມອບໃຫ້ບັນດາຫ້ອງການສໍານັກງານ, ບັນດາປກສ ກຸ່ມບ້ານ ແລະ ບັນດາບ້ານທົ່ວເມືອງ ຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ພໍ່ແມ່ປະຊາຊົນໃຫ້ຮັບຮູ້ເຂົ້າໃຈ ແລະ ໃຫ້ການຮ່ວມມືກັບເຈົ້າໜ້າທີນໍາເອົາອາວຸດດັ່ງກ່າວມາມອບໃຫ້ເຈົ້າໜ້າທີ່ຕຳຫລວດ ດ້ວຍຄວາມສະໝັກໃຈ.
 
ຜ່ານການຈັດຕັ້ງປະຕິບັດສາມາດເກັບກູ້ອາວຸດເສີກ, ອາວຸດລ່າເນື້ອ ໄດ້ທັງໝົດ 495 ກະບອກ, ອາວຸດເສີກ 3 ກະບອກ, ເຄື່ອງຊ໋ອດປາ 4 ເຄື່ອງ ແລະ ເຄື່ອງຂອງກາງຄະດີຈໍານວນໜຶ່ງ ມາທຳລາ