ຄະນະນຳ ແຂວງອັດຕະປື ລົງສຳຫລວດ ແລະ ເກັບກຳຂໍ້ມູນເຂດແດນເຊື່ອມຕໍ່ລະຫວ່າງແຂວງອັດຕະປື-ຈຳປາສັກ

ທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກຳມະການປົກຄອງແຂວງອັດຕະປື ພ້ອມດ້ວຍຄະນະວິຊາການ ແລະ ພາກສ່ວນກ່ຽວຂ້ອງ ລົງສຳຫລວດ ແລະ ເກັບກຳຂໍ້ມູນຕົວຈິງກ່ຽວກັບເຂດແດນເຊື່ອມຕໍ່ ລະຫວ່າງ ເມືອງສະໜາມໄຊ ແຂວງອັດຕະປື ກັບ ເມືອງປະທຸມພອນ ແລະ ເມືອງປາກຊ່ອງ ແຂວງຈຳປາສັກ ໃນວັນທີ 12 ມິຖຸນາ 2026.
ການລົງເຄື່ອນໄຫວໃນຄັ້ງນີ້ ໄດ້ດຳເນີນຂຶ້ນຕາມໜັງສືຊີ້ນຳຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກ່ຽວກັບການລົງເກັບກຳຂໍ້ມູນພື້ນທີ່ຕົວຈິງ ຫລັງຈາກມີມະຕິຮັບຮອງຈາກຄະນະປະຈຳສະພາແຫ່ງຊາດ ໂດຍມີຄະນະວິຊາການຈາກກົມແຜນທີ່ແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຄະນະນຳຈາກແຂວງຈຳປາສັກ ເຂົ້າຮ່ວມສຳຫລວດຕາມຈຸດພິກັດຕ່າງໆ ຢ່າງລະອຽດ.
ການສຳຫລວດ ແລະ ເກັບກຳຂໍ້ມູນໃນຄັ້ງນີ້ ມີຈຸດປະສົງເພື່ອສ້າງຄວາມເປັນເອກະພາບລະຫວ່າງແຂວງອັດຕະປື ແລະ ແຂວງຈຳປາສັກ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານເຂດແດນເຊື່ອມຕໍ່ ຕາມມະຕິຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 343/ຄປຈ, ລົງວັນທີ 12 ທັນວາ 2025.
ນອກຈາກນັ້ນ, ຍັງເປັນການອຳນວຍຄວາມສະດວກໃຫ້ປະຊາຊົນໃນສອງແຂວງ ສາມາດນຳໃຊ້ທີ່ດິນ ແລະ ດຳເນີນການຜະລິດຢ່າງຖືກຕ້ອງ ສອດຄ່ອງກັບລະບຽບກົດໝາຍ ອັນຈະຊ່ວຍສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຕີບໂຕ, ຍືນຍົງ ແລະ ສ້າງຄວາມສະຫງົບຮຽບຮ້ອຍໃນພື້ນທີ່ເຂດແດນເຊື່ອມຕໍ່ຂອງທັງສອງແຂວງ.