ຫາລື ຕິດຕາມ ກວດກາ ໂຄງການຂຸດຄົ້ນ-ປຸງແຕ່ງແຮ່ທາດ ຢູ່ແຂວງບໍລິຄຳໄຊ

ກອງປະຊຸມປຶກສາຫາລື ການຕິດຕາມ ກວດກາ ການຈັດຕັ້ງປະຕິບັດໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ-ເງິນ, ແຮ່ເຫລັກ, ແຮ່ນິແກນ ແລະ ແຮ່ໂກບານ ຂອງບໍລິສັດ ກາລີໂກລາວບໍ່ແຮ່ ຈຳກັດ ຈັດຂຶ້ນໃນວັນທີ 12 ມິຖຸນາ ຜ່ານມາທີ່ແຂວງບໍລິຄຳໄຊ ໂດຍມີທ່ານ ອາຄົມ ປຣະເສີດ ຮອງປະທານກຳມາທິການເສດຖະກິດ ແລະ ການເງິນ ສະພາແຫ່ງຊາດ, ທ່ານ ໄຊອຳພອນ ສີຫາວົງ ຮອງປະທານສະພາປະຊາຊົນແຂວງບໍລິຄຳໄຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
 
ກອງປະຊຸມໄດ້ຮ່ວມກັນທົບທວນ, ປະເມີນຜົນ ແລະ ປຶກສາຫາລື ຂໍ້ສະດວກ-ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດໂຄງການ ພ້ອມທັງແລກປ່ຽນຄຳຄິດຄຳເຫັນ ເພື່ອຮັບປະກັນໃຫ້ການດຳເນີນງານຂອງບໍລິສັດຖືກຕ້ອງຕາມລະບຽບກົດໝາຍ, ມີປະສິດທິຜົນສູງ ທາງດ້ານເສດຖະກິດ-ສັງຄົມ ແລະ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ໃຫ້ໜ້ອຍທີ່ສຸດ ແນໃສ່ສ້າງຜົນປະໂຫຍດສູງສຸດ ໃຫ້ແກ່ປະເທດຊາດ ແລະ ທ້ອງຖິ່ນ.
 
ພ້ອມນີ້, ທ່ານ ອາຄົມ ປຣະເສີດ ໄດ້ເນັ້ນໜັກໃຫ້ບໍລິສັດຜູ້ລົງທຶນ ເອົາໃຈໃສ່ປະຕິບັດພັນທະຕ່າງໆ ໃຫ້ຄົບຖ້ວນ ປະສານງານກັບອຳນາດການປົກຄອງທ້ອງຖິ່ນຢ່າງໃກ້ຊິດ ແລະ ຫັນເປັນອຸດສາຫະກຳບໍ່ແຮ່ທີ່ທັນສະໄໝ, ປອດໄພ ແລະ ຍືນຍົງ.