
ກອງປະຊຸມສຳມະນາວິທະຍາສາດ ສື່ມວນຊົນ ພາຍໃຕ້ຫົວຂໍ້: “ພັດທະນາວຽກງານສື່ມວນຊົນ ໄປສູ່ຄຸນນະ ພາບໃໝ່ ຢ່າງແຂງແຮງ” ໄດ້ຈັດຂຶ້ນໃນວັນທີ 16 ມິຖຸນາ 2026 ນີ້, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາບັນ ດາກຳມະການສົມບູນ ແລະ ສຳຮອງສູນກາງພັກ, ພ້ອມດ້ວຍຄະນະພັກ-ຄະນະນຳຈາກບັນດາກະຊວງ,ອົງການ, ແລະ ບັນນາທິການ,ນັກຂຽນ,ນັກຂ່າວ ເຂົ້າຮ່ວມ.
ໃນພິທີ, ທ່ານ ປອ ຄຳມອນ ຈັນທະຈິດ ກຳມະການສຳ ຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ ໄດ້ຜ່ານບົດສະຫຼຸບວຽກງານສື່ມວນຊົນ, ເຊິ່ງບາງຕອນ ທ່ານໄດ້ກ່າວ ວ່າ: ຕະຫຼອດໄລຍະ 76 ປີ ພາຍໃຕ້ການນໍາພາ ຂອງພັກ, ສື່ມວນຊົນທຸກປະເພດໄດ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ, ຄຸນນະພາບ, ຮູບແບບການນໍາສະເໜີ ແລະ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງໃນແຕ່ລະໄລຍະ ລວມທັງສື່ສິ່ງພິມ, ສື່ເອເລັກໂຕຣນິກ ແລະ ສື່ອອນລາຍ...ສື່ມວນຊົນ ໄດ້ປະກອບສ່ວນເປັນກະບອກສຽງອັນແຫຼມຄົມຂອງພັກ ເປັນເຄື່ອງມືໃນການໂຄສະນາ, ປຸກລະດົມ, ສຶກສາອົບຮົມ, ຂົນຂວາຍ ແລະ ຈັດຕັ້ງເຕົ້າ ໂຮມຄວາມສາມັກຄີ ທົ່ວປວງຊົນ,ທັງເປັນເຄື່ອງມືໃນການຕໍ່ສູ້ ທັດສະນະທີ່ຜິດເຂວ, ຕີຖອຍຖ້ອຍທຳນອງບິດເບືອນ, ໃສ່ຮ້າຍປ້າຍສີ ຂອງຄົນບໍ່ດີ ນັບມື້ວ່ອງໄວ ທັນການ ແລະ ຈະແຈ້ງຂຶ້ນ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໄຊຊະນະ ຂອງການປະຕິວັດ ໃນແຕ່ລະໄລຍະ.
ໃນໂອກາດນີ້, ທ່ານ ປອ ຄຳພັນ ເຜີຍຍະວົງ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ການພັດທະນາວຽກງານສື່ມວນຊົນ ຕ້ອງດໍາເນີນໄປຄຽງຄູ່ກັບການຄຸ້ມຄອງ ແລະ ນໍາໃຊ້ຕາມ ທິດປະຕິວັດ, ເປັນມືອາຊີບ, ທັນສະໄໝ, ມີຄຸນນະພາບ, ມີປະສິດທິພາບ, ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດ ໝາຍ ຂອງລັດ, ປຸກລະດົມເຕົ້າໂຮມຄວາມສາມັກຄີທົ່ວປວງຊົນ, ສ້າງຄວາມເປັນເອກະພາບພາຍໃນຊາດ, ຍົກສູງຈິດໃຈເອກະລາດ ເປັນເຈົ້າຕົນເອງ, ປະກອບສ່ວນເຂົ້າໃນການສ້າງຄວາມຮັບຮູ້ເຂົ້າໃຈ, ຍົກລະດັບສະຕິປັນຍາໃຫ້ປະຊາຊົນ ແນໃສ່ພັດທະນາປະເທດຊາດເຮົາ ໄຫ້ມີຄວາມຈະເລີນຮຸ່ງເຮືອງ, ສີວິໄລຂຶ້ນ.
ພ້ອມກັນນັ້ນ,ຕ້ອງເປັນເຈົ້າການໃນການຕອບສະ ໜອງຂໍ້ມູນ-ຂ່າວສານທີ່ຖືກຕ້ອງ, ຊັດເຈນ ໃຫ້ໄດ້ຢ່າງກວ້າງ ຂວາງ ແລະ ທົ່ວເຖິງຢູ່ທັງພາຍໃນ ແລະ ຕ່າງປະ ເທດ; ຕັ້ງໜ້າພັດທະນາສື່ມວນຊົນລາວ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ກ້າວເຂົ້າສູ່ຄຸນນະພາບໃໝ່ ແລະ ໜ້າເຊື່ອຖືໄດ້; ຕັ້ງໜ້າປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອປະຕິວັດອັນດີງາມ ຂອງສື່ມວນຊົນ ໃນການເປັນຜູ້ໂຄສະນາ, ເຜີຍແຜ່, ແນະນໍາ, ນໍາພາຫາງສຽງ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງແກ່ສັງຄົມ ທັງເປັນເຈົ້າການພັດ ທະນາຕົນເອງ ໃຫ້ມີຄວາມຮູ້, ຄວາມສາມາດໃນທຸກດ້ານ, ມີທັດສະນະຫຼັກໝັ້ນໜັກແໜ້ນ, ມີຈັນຍາບັນ, ຈັນຍາທໍາ ແລະ ເປັນມືອາຊີບ.
ເພີ່ມທະວີໃນການນໍາພາ-ຊີ້ນໍາວຽກງານຄຸ້ມຄອງ ແລະ ວຽກງານນໍາໃຊ້ສື່ມວນຊົນ, ຮັບປະກັນໃຫ້ສື່ມວນຊົນສາ ມາດປະຕິບັດໜ້າທີ່ໃນນາມເປັນເຄື່ອງມື, ເປັນກະບອກສຽງອັນແຫຼມຄົມ ໃນການໂຄສະນາ, ເຜີຍແຜ່ແນວທາງແຜນນະໂຍບາຍຂອງພັກ,ກົດໝາຍ-ລະບຽບການ ຂອງລັດ ກໍຄື ຜົນສໍາເລັດໃນການສ້າງສາພັດທະນາປະເທດຊາດ ໃຫ້ສັງຄົມໄດ້ຮັບຮູ້,ເຂົ້າໃຈ, ປຸກລະດົມຄວາມສາມັກຄີປອງ ດອງ ແລະ ສ້າງຄວາມ ເຊື່ອໝັ້ນ ຂອງມະຫາຊົນ ຕໍ່ການນໍາພາຂອງພັກ, ພ້ອມທັງປະຕິບັດບົດບາດເປັນອາວຸດອັນສໍາຄັນໃນ ການປົກປ້ອງແນວທາງ, ການຕອບໂຕ້ ຖ້ອຍທຳ ນອງບິດເບືອນ,ໃສ່ຮ້າຍປ້າຍສີຂອງຄົນບໍ່ດີ ທີ່ຫວັງມ້າງເພທຳລາຍລະບອບປະຊາທິປະໄຕ ປະຊາຊົນ ຂອງພວກເຮົາຢ່າງເດັດດ່ຽວໜຽວແໜ້ນ.