ເລຂາທິການໃຫຍ່ສູນກາງພັກ ໃຫ້ຂະໜານນາມ ຕາແສງຕາເວັນອອກລອຍເມກ

ປັດຈຸບັນ, ແຂວງເຊກອງ ມີ 4 ເມືອງຄື: ລະມາມ, ທ່າແຕງ, ກະລຶມ, ດາກຈຶງ ມີ 16 ຕາແສງ ( ເມືອງລະ 4 ຕາແສງ ), ໃນນັ້ນ, ຕາແສງຕາເວັນອອກລອຍເມກ ແມ່ນໜຶ່ງ ໃນ 4 ຕາແສງ ຂອງເມືອງດາກຈຶງ, ມີສໍານັກງານປົກຄອງ ຕັ້ງຢູ່ບ້ານຊຽງຫຼວງ ເຊິ່ງເປັນສໍານັກງານ ຂອງແຂວງຕາເວັນອອກໃນເມື່ອກ່ອນ ໂດຍລວມສະພາບອາກາດຂອງເມືອງ ເປັນອາກາດເຢັນ ມີເມກລອຍ ສວຍງາມ ຕາມຮ່ອມພູຮ່ອມຜາ, ດັ່ງນັ້ນ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ຈຶ່ງໃຫ້ຂະໜານນາມວ່າ: “ ຕາແສງຕາເວັນອອກລອຍເມກ ”, ເຊິ່ງປ່ຽນຊື່ຈາກອົງການປົກຄອງຕາແສງຊຽງຫຼວງ ທີ່ເປັນເຂດມູນເຊື້ອປະຕິວັດ, ເປັນເຂດທີ່ໝັ້ນທີ່ເຄີຍເສຍສະຫຼະຢ່າງໃຫຍ່ຫຼວງໃນປາງສົງຄາມ ຈຶ່ງມີຄວາມໝາຍ, ຄວາມສໍາຄັນຢ່າງຍິ່ງທາງດ້ານປະຫວັດສາດ ຂອງຊາດລາວເຮົາ.
 
ໃນໂອກາດທີ່ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີປະກາດຕາແສງຕາເວັນອອກລອຍເມກ ໄດ້ໃຫ້ຄວາມໝາຍ ຄວາມສໍາຄັນເລິກເຊິ່ງ ຂອງຕາແສງຕາເວັນອອກລອຍເມກ ໃນແງ່ຂອງພູມສາດ, ການເມືອງ, ການພັດທະນາເສດຖະກິດ-ສັງຄົມ ເຊິ່ງຄໍາວ່າ: ຕາເວັນອອກ ແລະ ຄໍາວ່າ ລອຍເມກ ທັງສອງນັ້ນສ່ອງແສງໃຫ້ເຫັນທໍາມະຊາດທີ່ສວຍງາມ, ຍາມພະອາທິດຂຶ້ນ ໃນທິດຕາເວັນອອກ ຈະເຫັນແສງຕາເວັນສ່ອງແສງສະຫວ່າງ ຕັດຜ່ານທະເລໝອກ, ປຽບເໝືອນແສງສະຫວ່າງຂອງການເລີ່ມຕົ້ນໃໝ່ ທີ່ສາດສ່ອງລົງມາໃຫ້ແກ່ປະຊາຊົນບັນດາເຜົ່າ ຊາວຕາແສງຕາເວັນອອກລອຍເມກ; ເພື່ອໃຫ້ສອດຄ່ອງກັບສະພາບການໃໝ່ ເວົ້າສະເພາະ ກໍແມ່ນເນື້ອແທ້ຂອງການສ້າງຕັ້ງຕາແສງແມ່ນ “ການສືບຕໍ່ຜັນຂະຫຍາຍຜົນຂອງການລົງກໍ່ສ້າງຮາກຖານການເມືອງ ໂດຍຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 03 ສ້າງ” ແລະ ເປັນບາດກ້າວສໍາຄັນໃນການ “ສືບຕໍ່ບູລະນະການປົກຄອງໃນລະບອບປະຊາທິປະໄຕ ປະຊາຊົນ” ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ໃຫ້ເຂັ້ມແຂງຍິ່ງຂຶ້ນ ໂດຍແນໃສ່ການຮັບປະກັນໃຫ້ປະຊາຊົນ ເຂດຫ່າງໄກສອກຫຼີກ ໄດ້ເຂົ້າເຖິງການບໍລິການຂອງລັດ ຢ່າງທົ່ວເຖິງ, ສະດວກ, ວ່ອງໄວ ແລະ ຍຸຕິທໍາ.
 
ຕາແສງຕາເວັນອອກເມກລອຍ ແມ່ນເປັນຕາແສງທີ່ມີລັກສະນະພິເສດ, ເຖິງແມ່ນວ່າ ເນື້ອທີ່ສ່ວນໃຫຍ່ ຈະເປັນເຂດພູດອຍ-ພູສູງ ກວມເອົາ 95% ແລະ ພູພຽງ ກວມເອົາພຽງແຕ່ 5%. ປະຊາຊົນຫລາຍກວ່າ 88% ເຮັດການຜະລິດກະສິກໍາເປັນອາຊີບ; ແຕ່ຄວາມພິເສດຂອງຕາແສງ ແມ່ນມີທ່າແຮງຫລາຍດ້ານ ໃນການພັດທະນາເສດຖະກິດ-ສັງຄົມ ເຊັ່ນ: ມີຊັບພະຍາກອນ ທີ່ດິນອຸດົມສົມບູນ, ມີແຫຼ່ງທ່ອງທ່ຽວທໍາມະຊາດ ທີ່ງົດງາມ, ມີມູນເຊື້ອ ແລະ ມີວັດທະນະທໍາຂອງຖິ່ນ ທີ່ເປັນເອກະລັກ, ມີທີ່ຕັ້ງຢູ່ຈຸດໃຈກາງ ທີ່ມີເສັ້ນທາງ 16B ເປັນແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ຈາກທ່າເຮືອຣາຊະອານາຈັກໄທ-ທ່າເຮືອນະຄອນດານັງ ສສ ຫວຽດນາມ ໂດຍຜ່ານດ່ານສາກົນດາກຕະອອກ, ມີທ່າແຮງດ້ານອຸດສະຫະກຳພະລັງງານ, ແຮ່ທາດ ເປັນຕົ້ນ: ພະລັງງານໄຟຟ້າແຮງລົມ, ຂຸດຄົ້ນແຮ່ບົກຊິດ ແລະ ອື່ນໆອີກຢ່າງຫຼວງຫຼາຍ.
 
ເພື່ອເປັນທິດ ແລະ ສ້າງເງື່ອນໄຂຕ່າງໆ ໃຫ້ແກ່ການພັດທະນາ ຕາແສງ ໃຫ້ມີການພັດທະນາ ສາມາດກາຍເປັນເຂດປົກຄອງທີ່ຕອບສະໜອງໄດ້ທາງດ້ານການຄ້າ, ການບໍລິການ ແລະ ກາຍເປັນຕົວເມືອງໃໝ່ໃນອະນາຄົດ; ເລຂາທິການໃຫຍ່ສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ສະຫາຍ ທອງລຸນ ສີສຸລິດ ຮຽກຮ້ອງໃຫ້ຄະນະພັກ-ຄະນະກໍາມະການປົກຄອງແຂວງ, ເມືອງ ແລະ ອົງການປົກຄອງຕາແສງ, ຂະແໜງການອ້ອມຂ້າງແຂວງ ແລະ ເມືອງ ຈົ່ງພ້ອມກັນສຸມໃສ່ເຜີຍແຜ່, ເຊື່ອມຊຶມບັນດານິຕິກຳ ທີ່ຕິດພັນກັບວຽກງານຢູ່ຂັ້ນຕາແສງ ໂດຍໄວ, ຮີບຮ້ອນແບ່ງຄວາມຮັບຜິດຊອບ ລະຫວ່າງເມືອງ ແລະ ຕາແສງ ເພື່ອໃຫ້ການປະຕິບັດວຽກງານ ໃນການບໍລິການ ຮັບໃຊ້ປະຊາຊົນ ສະດວກວ່ອງໄວຂຶ້ນ, ຕ້ອງສ້າງຕາແສງ ໃຫ້ເປັນຫົວໜ່ວຍຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກຢູ່ຂັ້ນບ້ານ ໃຫ້ໄດ້ຢ່າງແທ້ຈິງ, ຕ້ອງຫັນເອົາພະນັກງານນໍາພາ ແລະ ວິຊາການລົງສູ່ຕາແສງ ໂດຍຕິດພັນກັບການຍູ້ຂະບວນການວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ; ພ້ອມນີ້ ພໍ່ແມ່ປະຊາຊົນ ກໍຈົ່ງສະໜັບສະໜູນ ຮ່ວມແຮງຮ່ວມໃຈ ໃນການພັດທະນາຕາແສງຕາເວັນອອກລອຍເມກ ດ້ວຍການສ້າງອາຊີບ, ເຮັດການຜະລິດກະສິກໍາ, ການຜະລິດເປັນສິນຄ້າ, ປູກຝັງ, ລ້ຽງສັດ ໃຫ້ເປັນທຸລະກິດ ເພື່ອປັບປຸງຄຸນນະພາບຊີວິດຂອງຕົນ ເອງ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ທີ່ສໍາຄັນອີກ ອົງການຈັດຕັ້ງຊາວໜຸມ, ແມ່ຍິງ ກໍຕ້ອງເປັນເຈົ້າການສ້າງຂະບວນການຢ່າງແຂງແຮງຕາມພາລະບົດບາດຂອງຕົນ ໄປພ້ອມກັບການປະຕິບັດ 3 ສ ຄື: ສະຫງົບ, ສະອາດ ແລະ ສີຂຽວ.
ຂ່າວ : ພຸດທະສອນ