ສສຂ ປະຈຳເຂດເລືອກຕັ້ງເມືອງໄຊເສດຖາ ລົງພົບປະຜູ້ມີສິດເລືອກຕັ້ງ ບ້ານສະປວນ

ວັນທີ 16 ມີຖຸນາ 2026 ນີ້, ສະມາຊິກສະພາປະຊາຊົນແຂວງ (ສສຂ) ເຂດເລືອກຕັ້ງເມືອງໄຊເສດຖາ ແຂວງອັດຕະປື ໄດ້ລົງພົບປະຢ້ຽມຢາມ ປະຊາຊົນ ບ້ານສະປວນ ຕາແສງໂພນສະອາດ, ເຊິ່ງນຳໂດຍທ່ານ ສົມໄຊ ແກ້ວມະນີວັນ ກຳມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໄຊເສດຖາ ພ້ອມຄະນະ, ມີອຳນາດການປົກຄອງບ້ານ ຕະຫຼອດຮອດປະຊາຊົນພາຍໃນບ້ານເຂົ້າຮ່ວມ.
ໂອກາດນີ້, ບັນດາທ່ານ ສະມາຊິກສະພາປະຊາຊົນແຂວງ ໄດ້ນຳເອົາເນື້ອໃນບັນດາມະຕິຂອງກອງປະ ຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງອັດຕະປື ຊຸດທີ V, ໂດຍສະເພາະແມ່ນບັນດາມະຕິ, ກົດໝາຍ ແລະລະບຽບການການຕ່າງທີ່ຕິດພັນກັບແນວທາງນະ ໂຍບາຍຂອງພັກ ເຜີຍແຜ່ໃຫ້ປະຊາຊົນຮັບຮູ້, ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງ. ໃນໂອກາດດຽວນີ້, ຄະນະຜູ້ແທນຍັງໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຈາກອຳນາດການປົກຄອງບ້ານ ແລະ ຮັບຟັງຄຳຄິດ, ຄຳເຫັນ, ຄຳສະເໜີຂອງພໍ່ແມ່ປະຊາຊົນພາຍໃນບ້ານດັ່ງກ່າວ ທີ່ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ແລະ ການທຳມາຫາກິນຂອງພໍ່ແມ່ປະຊາຊົນ. ໃນນັ້ນ, ປະຊາຊົນໄດ້ຍົກຂຶ້ນມາສະເໜີໂດຍສະເພາະແມ່ນ ບັນຫາການປັບປຸງພື້ນຖານໂຄງລ່າງ, ການກໍ່ສ້າງຕັດຕາຜ້າພາຍໃນບ້ານ, ການສ້ອມແປງໂຮງຮຽນປະຖົມ, ຂົວຂ້າມນ້ຳຫວຍ, ການອອກໃບຕາດີນຖາວອນແລະບັນຫາອື່ນໆ, ທີ່ປິ່ນອ້ອມຊີວິດການເປັນຢູ່. ຈາກນັ້ນ, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ກໍ່ໄດ້ມີຄຳເຫັນອະທິບາຍ-ຊີ້ແຈງ ຕໍ່ກັບບາງບັນຫາທີ່ປະຊາຊົນສົນໃຈ ແລະ ມີຄຳສະເໜີ, ພ້ອມທັງໄດ້ລວບລວມເອົາຂໍ້ສະເໜີທີ່ຈຳເປັນຕ່າງໆ ເພື່ອແຈ້ງຕໍ່ພາກສ່ວນກ່ຽວຂ້ອງພິຈາ ລະນາແກ້ໄຂຕາມຂັ້ນຕອນໃນຕໍ່ໜ້າ.
ສະມາຊິກສະພາປະຊາຊົນແຂວງ ຍັງໄດ້ໄດ້ເນັ້ນໜັກໃຫ້ຄະນະພັກ, ອຳນາດການປົກຄອງບ້ານ ເອົາ ໃຈໃສ່ນຳພາປະຊາຊົນ ແລະ ຄອບຄົວສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ດ້ວຍການຊຸກຍູ້ການຜະລິດເປັນສິນຄ້າ, ນຳໃຊ້ທ່າແຮງບົ່ມຊ້ອນຂອງທ້ອງຖິ່ນເຂົ້າໃນການປູກ-ການລ້ຽງ, ສ້າງອາຊີບທີ່ໝັ້ນຄົງ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ໂອກາດດັ່ງກ່າວຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໄດ້ນຳເອົາເຄື່ອງຊ່ວຍເຫຼືອໄປມອບໃຫ້ແກ່ຄອບຄົວທຸກຍາກ 17 ຄອບຄົວ, ມີເຂົ້າສານຈ້າວ 27 ສອບ, ຜ້າຫົ່ມ 17 ຜືນ, ກ່ອງຊຸດຄອບຄົວອາຊຽນ 2 ກ່ອງ, ທີ່ໄດ້ຮັບການສະໜັບສະໜູນ ຈາກລັດຖະບານ ໂດຍຜ່ານພະແນກແຮງ ງານ ແລະ ສະຫວັດດີການສັງຄົມແຂວງ ແລະ ເບ້ຍໄມ້ໃຫ້ໝາກອີກຈຳວນໜຶ່ງ ໂດຍໄດ້ຮັບການສະໜັບສະໝູນຈາກອົງການປົກຄອງເມືອງ.