ເຈົ້າໜ້າທີ່ທຳລາຍປາມຶກແຊ່ ສານຟໍມາລີນ ຈໍານວນ 620 ກິໂລກຣາມ

ຂ່າວ ປກສ ນະຄອນຫຼວງວຽງຈັນ ລາຍງານວ່າ: ວັນທີ 16 ມິຖຸນາ 2026 ພະແນກຕໍາຫຼວດສິ່ງແວດລ້ອມ ຮ່ວມກັບ ຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ຈັດພິທີທຳລາຍປາມຶກມີສານຕົກຄ້າງ ແລະ #ປົນເປື້ອນ 620 ກິໂລກຣາມ.
 
ພັນໂທ ຈັນສະໝຸດ ຈັນທະລັງສອນ ຮອງຫົວໜ້າພະແນກຕຳຫຼວດສິ່ງແວດລ້ອມ ປກສ ນະຄອນຫຼວງວຽງຈັນ ລາຍງານວ່າ: ປາມຶກທີ່ນຳມາທຳລາຍຄັ້ງນີ້ ແມ່ນຢຶດໄດ້ຢູ່ບ້ານໂພນໄຮຄໍາ ເມືອງໄຊທານີ ຕາມການແຈ້ງເບາະແສຈາກພົນລະເມືອງດີ, ພົບປາມຶກທີ່ແຊ່ແລ້ວກຽມສົ່ງອອກຂາຍ 220 ກິໂລ, #ປາມຶກພວມແຊ່ຢູ່ຊາມ 400 ກິໂລ, ສານຟໍມາລີນ 4 ຕຸກ ແລະ ໂຊດາໄຟ 9 ກິໂລ ພ້ອມນຳຕົວຜູ້ກ່ຽວມາໃຫ້ຂໍ້ມູນ.