ເຊກອງ ສະຫລຸບວຽກງານຄຸ້ມຄອງທຸລະກິດການທ່ອງທ່ຽວ

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງເຊກອງ ຈັດກອງປະຊຸມສະຫລຸບວຽກງານຄະນະກຳມະການຄຸ້ມຄອງທຸລະກິດການທ່ອງທ່ຽວ ປີ 2025 ແລະ ວາງທິດທາງແຜນການປີ 2026 ໃນວັນທີ 16 ມິຖຸນາ 20026 ໂດຍເປັນປະທານຂອງ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີທ່ານ ຈັນໄທ ຄຳມະນີວົງ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ ພ້ອມດ້ວຍຄະນະກຳມະການ ເຂົ້າຮ່ວມ.
 
ທ່ານ ສົມພອນ ສີລາສັກ ຮອງຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ຄະນະກຳມະການຄຸ້ມຄອງທຸລະກິດທ່ອງທ່ຽວ ລາຍງານວ່າ: ປັດຈຸບັນການທ່ອງທ່ຽວຂອງແຂວງເຊກອງ ໄດ້ມີທ່າແຮງ ແລະ ໄດ້ຮັບການພັດທະນາມີທ່ວງທ່າຂະຫຍາຍຕົວຂຶ້ນ ຊຶ່ງທົ່ວແຂວງ ມີສະຖານທີ່ທ່ອງທ່ຽວທັງໝົດ 54 ແຫ່ງ ໃນນັ້ນ, ແຫລ່ງທ່ອງທ່ຽວທາງທຳມະຊາດ 29 ແຫ່ງ, ທາງ ວັດທະນະທໍາ 10 ແຫ່ງ, ທາງປະຫວັດສາດ 11 ແຫ່ງ ແລະ ແຫລ່ງທ່ອງທ່ຽວທາງດ້ານກະສິກຳ 4 ແຫ່ງ ໂດຍທັງໝົດນັ້ນ ໄດ້ຮັບການພັດທະນາແລ້ວ 10 ແຫ່ງ, ມີບໍລິສັດນຳທ່ຽວ 1 ຫົວໜ່ວຍ ແລະ ເພີ່ມໃໝ່ 2 ຫົວໜ່ວຍ, ມີໂຮງແຮມ 12 ແຫ່ງ ມີ 223 ຫ້ອງນອນ, 412 ຕຽງນອນ, ເຮືອນພັກ 39 ແຫ່ງ, ມີ 495 ຫ້ອງນອນ, ມີ 633 ຕຽງນອນ; ຣີສອດ 2 ແຫ່ງ, ມີ 42 ຫ້ອງນອນ, ມີ 69 ຕຽງນອນ; ຫ້ອງແຖວ 17 ແຫ່ງ ມີ 44 ຫ້ອງນອນ, ມີ 44 ຕຽງນອນ; ຮ້ານອາຫານ 63 ຮ້ານ, ສວນອາຫານ 6 ແຫ່ງ; ຮ້ານກິນດື່ມ 47 ແຫ່ງ, ຮ້ານບັນເທີງ 1 ແຫ່ງ, ຮ້ານຄາຣາໂອເກະ 14 ແຫ່ງ. ໃນປີ 2025 ຜ່ານມາ, ຄະນະກຳມະການຄຸ້ມຄອງທຸລະກິດການທ່ອງທ່ຽວແຂວງ ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ຕາມພາລະບົດບາດ ໂດຍໄດ້ລົງຕິດຕາມກວດກາ ການເຄື່ອນໄຫວຂອງທຸລະກິດບໍລິການທ່ອງທ່ຽວ ເພື່ອໃຫ້ຈັດຕັ້ງປະຕິບັດສອດຄ່ອງກັບລະບຽບກົດໝາຍທີ່ກຳນົດໄວ້; ໄດ້ມີການຜັນຂະຫຍາຍກົດໝາຍວ່າດ້ວຍການທ່ອງທ່ຽວ, ລະບຽບຫລັກການ 2 ຄັ້ງ, ອົບຮົມຍົກລະດັບໃຫ້ພະນັກງານລັດດ້ານການທ່ອງທ່ຽວ 5 ຄັ້ງ, ເຄື່ອນໄຫວປະເມີນທຸລະກິດບໍລິການ ການທ່ອງທ່ຽວ ເພື່ອຈັດລະດັບໃຫ້ໄດ້ມາດຕະຖານ ມີໂຮງແຮມ 2 ຫົວໜ່ວຍ, ເຮືອນພັກ 2 ຫົວໜ່ວຍ, ຣີສອດ 1 ຫົວໜ່ວຍ, ໄດ້ອອກແຈ້ງການບໍລິການໃຫ້ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນວັນສຳຄັນຕ່າງໆ 3 ຄັ້ງ, ເຄື່ອນໄຫວຕິດຕາມ, ກວດກາການບໍລິການຂອງທຸລະກິດທ່ອງທ່ຽວ 5 ຄັ້ງ ເພື່ອແກ້ໄຂປະກົດການຫຍໍ້ທໍ້ ໂດຍສະເພາະ ການເປີດສຽງດັງ, ການເປີດ-ປິດກາຍໂມງເວລາ ພ້ອມສຶກສາອົບຮົມ, ສ້າງບົດບັນທຶກ ແລະ ມີການປັບໃໝຕາມລະບຽບການຢ່າງເຂັ້ມງວດ. ພ້ອມນີ້, ໄດ້ວາງທິດທາງແຜນການຈັດຕັ້ງປະຕິບັດ ຂອງຄະນະກຳມະການຄຸ້ມຄອງການທ່ອງທ່ຽວ ປີ 2026 ເພື່ອພ້ອມກັນເຮັດໃຫ້ສໍາເລັດຕາມແຜນການ.
 
ໃນກອງປະຊຸມ ຍັງໄດ້ຜ່ານຂໍ້ຕົກລົງ ຂອງປະທານຄະນະກຳມະການປົກຄອງແຂວງ ສະບັບເລກທີ 67/ຄປຂ, ວ່າດ້ວຍແຕ່ງຕັ້ງຄະນະກຳມະການຄຸ້ມຄອງທຸລະກິດການທ່ອງທ່ຽວຂັ້ນແຂວງ ໃນປີ 2026, ຂໍ້ຕົກລົງ ຂອງຄະນະກຳມະການຄຸ້ມຄອງທຸລະກິດການທ່ອງທ່ຽວຂັ້ນແຂວງ ວ່າດ້ວຍແບ່ງງານ-ແບ່ງຄວາມຮັບຜິດຊອບພາຍໃນຄະນະ.
 
ໂອກາດນີ້, ທ່ານ ນາງ ສີສະຫງ່າ ແກ້ວດວງດີ ໄດ້ມີຄຳເຫັນຊີ້ນຳໃຫ້ເອົາໃຈໃສ່ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ເພື່ອສືບຕໍ່ປະຕິບັດວຽກງານໃຫ້ໄປຕາມແຜນການ ກໍຄືແຜນພັດທະນາວຽກງານທຸລະກິດທ່ອງທ່ຽວ ໃຫ້ຂະຫຍາຍຕົວດີຂຶ້ນ, ພ້ອມກັນເປັນເຈົ້າການເຄື່ອນໄຫວເກັບກຳຂໍ້ມູນສິ່ງທ້າທາຍຕ່າງໆ ແລະ ຊອກຫາວິທີແກ້ໄຂ. ພ້ອມນີ້, ກໍໃຫ້ເອົາໃຈໃສ່ຄຸ້ມຄອງການເຄື່ອນໄຫວດຳເນີນທຸລະກິດການທ່ອງທ່ຽວ ໃຫ້ເຂົ້າສູ່ລະບຽບຫລັກການ, ຫລັກການບໍລິການທີ່ດີ ເພື່ອໃຫ້ແຂກ ແລະ ນັກທ່ອງທ່ຽວ ປະທັບໃຈ ຮູ້ສຶກປອດໄພ ເຂົ້າມາທ່ອງທ່ຽວຫລາຍຂຶ້ນ ໂດຍສະເພາະ ຕ້ອງກຽມຄວາມພ້ອມຮອງຮັບແຂກ, ນັກທ່ອງທ່ຽວ ໃນໂອກາດທີ່ແຂວງເຊກອງ ຈະເປັນເຈົ້າພາບຈັດມະຫະກຳກິລານັກຮຽນທົ່ວປະເທດ ຄັ້ງທີ 8 ໃນປີ 2027.
ຂ່າວ: ອັດສະວິນ