ບໍ່ແກ້ວ ຈັດພິທີສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7)

ວັນທີ 17 ມິຖຸນາ 2026ນີ້; ແຂວງບໍ່ແກ້ວ ຈັດພິທີສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ເອກະພາບທົ່ວປະເທດ ສົກຮຽນ 2025-2026 ທີ່ ສູນສອບເສັງ ມ.ສ ສັນຕິພາບ. ໂດຍການເຂົ້າຮ່ວມຂອງ ທ່ານ ຄຳແສງ ສຸລິຍະວົງ ຮອງປະທານຄະ ນະກຳມະການປົກຄອງແຂວງບໍ່ແກ້ວ ປະທານຄະນະຮັບຜິດຊອບຊີ້ນຳ ແລະ ຕັດສິນການສອບເສັງຈົບຊັ້ນມັດທະຍົມສຶກສາ, ທ່ານ ວັນດີ ທຳມະວົງ ຫົວໜ້າ ພະແນກ ສຶກສາທະການ ແລະ ກິລາແຂວງ ຮອງປະທານຄະນະຮັບຜິດຊອບຊີ້ນຳ ແລະ ຕັດສິນການສອບເສັງຈົບຊັ້ນມັດທະຍົມສຶກສາ ແລະ ທ່ານ ໄມຊຳ ມີນາວົງ ຮອງຫົວໜ້າພະແນກຝຶກອົບຮົບສະຖາບັນພັດທະນາການບໍລິຫານ ການສຶກສາ, ມີບັນດາ ຮອງຫົວໜ້າພະແນກ, ປະທານສູນສອບເສັງ, ຄະນະອຳນວຍການຈາກ 2 ໂຮງຮຽນ, ເຈົ້າໜ້າທີກ່ຽວຂ້ອງ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ໃນນີ້, ຄະນະຮັບຜິດຊອບໄດ້ຜ່ານບົດລາຍງານໃນການຈັດສອບເສັງຈົບຊັ້ນມັດທະຍົມສຶກສາເອກະພາບທົ່ວປະເທດ; ສຳລັບແຂວງບໍ່ແກ້ວ ມີໂຮງຮຽນມັດທະຍົມສົມບູນ ແລະ ມັດທະຍົມຕອນປາຍທັງໝົດ 19 ແຫ່ງຈັດເປັນ 16 ສູນສອບເສັງ ແບ່ງເປັນ 52 ຫ້ອງ; ນັກຮຽນສອບເສັງ 1,048 ນ້ອງ, ສູນສອບເສັງໂຮງຮຽນ ມ.ສ ສັນຕິພາບ ເປັນສູນສອບເສັງໃຫຍ່ ແລະໄດ້ໂຮມເອົາ 2 ໂຮງຮຽນຄື ມ.ສ ສັນຕິພາບ ແລະ ມປຫ້ວຍຊາຍ ແບ່ງອອກເປັນ 10 ຫ້ອງສອບເສັງ ສະເລ່ຍ ນັກສອບເສັງຕໍ່ຫ້ອງ ແມ່ນ 21 ຫາ 22 ນ້ອງຕໍ່ຫ້ອງ. ສູນສອບເສັງ ມ.ສ ສັນຕິພາບ ມີຈຳນວນ ນັກສອບເສັງທັງ ໝົດ 212 ນ້ອງ ຍິງ 117 ນ້ອງ. ໃນນີ້; ມ.ສ ສັນຕິພາບ ມີຈຳນວນນັກສອບເສັງຕາມບັນຊີລາຍຊື່ເຂົ້າຫ້ອງ ຈຳນວນ 125 ນ້ອງ, ຍິງ 62 ນ້ອງ. ມ.ປາຍຫ້ວຍຊາຍ ມີຈຳນວນ18 ນ້ອງ, ຍິງ 55 ນ້ອງ.
ວິຊາທີ່ນຳມາສອບເສັງມີ ວິຊາພາສາລາວ-ວັນນະຄະດີ, ກຸ່ມວິຊາວິທະຍາສາດສັງຄົມ, ກຸ່ມວິຊາວິທະຍາສາດທຳມະຊາດ, ພາສາອັງກິດ ແລະ ຄະນິດສາດ.
ຈາກນັ້ນ, ທ່ານ ຄຳແສງ ສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງ ແຂວງບໍ່ແກ້ວ ປະທານຄະນະຮັບຜິດຊອບຊີ້ນຳ ແລະ ຕັດສິນການສອບເສັງຈົບຊັ້ນມັດທະຍົມສຶກສາ ໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບທຸກຂັ້ນ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ຍົກສູງຄວາມຮັບຜິດຊອບທາງການເມືອງ, ເອົາໃຈໃສ່ຄຸ້ມຄອງ, ຕິດຕາມ, ປ້ອງການການຮົ່ວໄຫຼຂອງຫົວບົດສອບເສັງຢ່າງເຂັ້ມງວດ ນັບແຕ່ຂັ້ນຕອນການອັດສຳເນົາ ຈົນເຖິງການສົ່ງຫົວບົດ-ຍາມຫ້ອງສອບເສັງ, ຕ້ອງປະຕິບັດໜ້າທີ່ດ້ວຍຄວາມຊື່ສັດບໍລິສຸດ, ມີຄວາມເຂັ້ມງວດຕາມກົດລະບຽບ ກຳນົດ 2 ຄົນຕໍ່ຫ້ອງ ຮັບປະກັນຄວາມສະຫງົບ, ຄວາມເປັນທຳໃຫ້ແກ່ນັກສອບເສັງທຸກຄົນຢ່າງສະເໝີພາບ, ສຳລັບນ້ອງນັກຮຽນ ຈົ່ງເກັບກ່ຽວຄວາມຮູ້, ບົດຮຽນທີ່ໄດ້ສຶກສາຮ່ຳຮຽນມາທັງໝົດ ໃຫ້ນຳມາໝູນໃຊ້ເຂົ້າໃນການຕອບຫົວບົດຊອບເສັງຢ່າງເຕັມທີ່ ທີ່ໄດ້ຄົ້ນຄວ້າຮ່ຳຮຽນມາ ສຳຄັນຕ້ອງມີຄວາມເຊື່ອໝັ້ນໃນຕົນເອງ ແລະ ມີຄວາມຊື່ສັດບໍລິສຸດ ບໍ່ຄັດລອກບົດຮຽນ ຄຳຕອບຈາກໝູ່, ບໍ່ນຳເອົາເອກະສານ ຫຼືອຸປະກອນສື່ສານໃດໆເຂົ້າຫ້ອງສອບເສັງຢ່າງເດັດຂາດ. ພ້ອມນັ້ນ, ບັນດາທ່ານຄະນະປະທານ ໄດ້ພ້ອມກັນລົງຕິດ ຕາມ, ຊຸກຍູ້ການສອບເສັງຢູ່ສູນສອບເສັງແຫ່ງຕ່າງໆອີກດ້ວຍ.
ຂ່າວ; ຄູນໄຊຄຳ ວົງປະເສີດ.