ນວ ສືບຕໍ່ຝຶກອົບຮົມ ພະນັກງານລົງກໍ່ສ້າງຮາກຖານການເມືອງ

ນະຄອນຫຼວງວຽງຈັນ (ນວ) ເປີດຝຶກອົບຮົມ ຫຼັກສູດສະເພາະສ້າງພະນັກງານກໍ່ໍ່ສ້າງຮາກຖານການເມືອງປະຈໍາປີ 2026, ໃນວັນທີ 16 ມິຖຸນານີ້ ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ນວ. ເປັນກຽດໃນພິທີ ພ້ອມທັງບັນລະຍາຍໂດຍ ສະຫາຍ ເຂັມເພັດ ແພງດວງຈັນ ອະດີດການນໍານະຄອນຫຼວງວຽງຈັນ, ມີບັນດາພະນັກງານລົງຮາກຖານອ້ອມຂ້າງ ນວ, ພະນັກງານ ຄູ-ອາຈານໂຮງຮຽນການເມືອງ ແລະການປົກຄອງ ນວ ພ້ອມດ້ວຍນັກສຶກສາທິດສະດີການເມືອງຂັ້ນກາງ ຮຸ່ນທີ 6.
ສະຫາຍ ເຂັມເພັດ ແພງດວງຈັນ ຍົກໃຫ້ຮູ້ໃນຫົວຂໍ້ທີ 3: ກຳແໜ້ນ ແລະ ຈັດຕັ້ງປະຕິບັດ 4 ຄາດໝາຍ 4 ເນື້ອໃນວຽກງານກໍ່ສ້າງຮາກຖານການເມືອງ ຄື: ຮັບປະກັນເຮັດໃຫ້ລະບົບການເມືອງຢູ່ຮາກຖານ ມີຄວາມເຂັ້ມແຂງເຊັ່ນ: ມີໜ່ວຍພັກໄດ້ຮັບການຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ມີອົງການປົກຄອງບ້ານ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ບັນດາອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວຕາມພາລະບົດບາດໜ້າທີ່ຂອງຕົນເປັນປົກກະຕິ, ສາມາດເຕົ້າໂຮມຄວາມສາມັກຄີ ກັບປະຊາຊົນບັນດາເຜົ່າ, ຊັ້ນຄົນພາຍໃນບ້ານ, ທັງຮູ້ປຸກລະດົມ ແລະ ນໍາພາຊາວບ້ານເຂົ້າຮ່ວມປົກປັກຮັກສາ ແລະ ພັດທະນາບ້ານຂອງຕົນ, ຮູ້ແກ້ໄຂຂໍ້ຂັດແຍ່ງຢ່າງຖືກຕ້ອງເປັນທຳ, ຊາວບ້ານທຸກຄົນມີຄວາມຕື່ນຕົວການເມືອງ, ມີຄວາມຫ້າວຫັນ ເປັນເຈົ້າການປະຕິບັດວຽກງານລວມຂອງບ້ານ ກໍຄືການດໍາລົງຊີວິດທຳມາຫາກິນສ້າງຄວາມຮັ່ງມີໃຫ້ແກ່ຄອບຄົວທີ່ຖືກຕ້ອງ.
ຈຸດປະສົງເພື່ອຜັນຂະຫຍາຍເນື້ອໃນ ຂອງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2025 ກ່ຽວກັບຕາແສງ ແລະ ຄະນະກໍາມະການປົກຄອງຕາແສງ ໃຫ້ລະອຽດ, ຈະແຈ້ງ ແນໃສ່ເຮັດໃຫ້ມີຄວາມເຂົ້າໃຈ ເປັນເອກະພາບໃນການຈັດຕັ້ງປະຕິບັດ ໃນຂອບເຂດທົ່ວປະເທດ, ເພື່ອເປັນບ່ອນອີງໃຫ້ແກ່ກະຊວງ, ອົງການຂັ້ນສູນກາງທີ່ກ່ຽວຂ້ອງ, ຄົ້ນຄວ້າອອກນິຕິກໍາ ກ່ຽວກັບ ການແບ່ງຂັ້ນຄຸ້ມຄອງ ຂອງຂະແໜງການຕົນ ຢູ່ຕາແສງ, ເພື່ອເປັນບ່ອນອີງໃຫ້ອົງການປົກຄອງທ້ອງຖິ່ນ ດໍາເນີນການຄົ້ນຄວ້າ, ກະກຽມສ້າງຕັ້ງຕາແສງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງປີ 2025 ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງ.
ໃນຕອນແລງຂອງວັນດຽວກັນ, ສະຫາຍ ພູທອນ ແກ້ວດວງມະນີ ກໍາມະການປະຈໍາພັກ ຫົວໜ້າຄະນະຈັດຕັ້ງ ນວ ໄດ້ໃຫ້ກຽດບັນລະຍາຍເອກະສານ ໃນຫົວຂໍ້ທີ 4: ທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່ ແລະ ລະບຽບການ ຂອງພະນັກງານກໍ່ສ້າງຮາກຖານການເມືອງ ພະນັການກໍ່ສ້າງຮາກຖານ ແມ່ນພະນັກ ງານງານຫຼັກແຫຼ່ງ ທີ່ໄດ້ຮັບການເລືອກເຟັ້ນດ້ວຍມາດຖານ ແລະ ເງື່ອນໄຂຈາກຂະແໜງການຕ່າງໆຂອງສູນກາງ ແລະ ທ້ອງຖິ່ນຕ່າງໆ. ພາລະບົດບາດຂອງພະນັກງານກໍ່ສ້າງຮາກຖານການເມືອງ ກ່ອນອື່ນໝົດຕ້ອງເປັນຄົນທີ່ມີຫຼັກໝັ້ນການເມືອງຢ່າງຈະແຈ້ງຖືກຕ້ອງ, ກຳແໜ້ນແນວທາງຂອງພັກ, ນະໂຍບາຍຂອງລັດ, ມີຄວາມສາມາດໂຄສະນາເຜີຍແຜ່ແນວທາງຂອງພັກ, ນະໂຍບາຍຂອງລັດ, ເປັນຄົນທີ່ມີຄຸນສົມບັດ ສິນທຳປະຕິວັດ, ມີທັດສະນະມະຫາຊົນຢ່າງຖືກຕ້ອງ, ມີແບບແຜນວິທີເຮັດວຽກ ຖືວຽກງານນີ້ເປັນປັດໃຈຕັດສິນຜົນສໍາເລັດຂອງການພັດທະນາຮາກຖານບ້ານ, ສຸມທຸກກຳລັງ, ທຸກການຊີ້ນໍາ-ນໍາພາເຂົ້າໃນການແກ້ໄຂຄວາມທຸກຍາກ ດ້ວຍການສົ່ງເສີມການຜະລິດ, ການບໍລິການ, ປັບປຸງຍົກສູງຄຸນນະພາບຊີວິດຂອງປະຊາຊົນໃຫ້ດີຂຶ້ນເລື້ອຍໆ, ພັດທະນາວັດທະນະທຳ-ສັງຄົມໃຫ້ສົມຄູ່ກັບການພັດທະນາເສດຖະກິດໂດຍສະເພາະແມ່ນການສົ່ງເສີມການສຶກສາ, ການຂະຫຍາຍຕາໜ່າງບໍລິການດ້ານສາທາລະນະສຸກໃຫ້ທົ່ວເຖິງ ແຕ່ລະບ້ານ, ຈັດຕັ້ງປະຕິບັດແນວທາງ ປກຊ-ປກສ ທົ່ງປວງຊົນຮອບດ້ານຢູ່ຮາກຖານບ້ານຢ່າງເປັນປົກກະຕິ, ສ້າງບ້ານປ້ອມໝັ້ນ ແລະກຸ່ມບ້ານສູ້ຮົບຕິດລຽນໃນບັນດາເຂດ ແລະບໍລິເວນຈຸດສຸມ, ແກ້ໄຂໄດ້ໜໍ່ແໜງ, ປັດໃຈຂອງຄວາມບໍ່ສະຫງົບປອດໄພ ແລະ ວຽກງານອື່ນໆ.
ຂ່າວ: ແສງຈັນ