ອອສເຕຣຍ ເອົາຊະນະ ຈໍແດນ ເກັບໄປ 3 ຄະແນນ

ອອສເຕຣຍ ລົງສະໜາມນັດທຳອິດ ເອົາຊະນະ ຈໍແດນ 3-1 ປະຕູ ເກັບ 3 ຄະແນນ ໃນການແຂ່ງຂັນບານໂລກ 2026.
 
ການແຂ່ງຂັນນັດດັ່ງກ່າວມີຂຶ້ນໃນຕອນເຊົ້າຂອງມື້ນີ້ ເລີ່ມການແຂ່ງຂັນ ອອສເຕຣຍ ກຽມມາດີ ການຄອງບານເປັນຕໍ ຈົນມາຮອດນາທີ ທີ 21 ໂຣມາໂນ ຊະມິດ ຍິງປະຕູທຳອິດໃຫ້ ຈົບເຄິ່ງເວລາທຳອິດ ອອສເຕຣຍ ຂຶ້ນນຳ 1-0.
 
ເລີ່ມເຄິ່ງເວລາທີ 2 ຈໍແດນ ມີໂອກາດ ອາລີ ໂອແວນ ໃນນາທີ ທີ 50 ຍິງປະຕູທຳອິດໃຫ້ທີມຕີສະເໝີ 1-1.
 
ອອສເຕຣຍ ກໍພະຍາຍາມຂຶ້ນນຳເພື່ອເກັບ 3 ຄະແນນ ຈົນມາຮອດໃນນາທີ ທີ 76 ຢາຊັນ ຍິງປະຕູຂຶ້ນນຳ 2-1 ແລະ ທ້າຍເກມ ມາໂກ້ ຍິງປະຕູຢ້ຳໄຊໃຫ້ທີມເອົາຊະນະ 3-1 ປະຕູ.
 
ສຳລັບການແຂ່ງຂັນນັດນີ້ ຖືວ່າ ອອສເຕຣຍ ເປັນຕໍ່ ຕາມສະຖິຕິ ການຄອງບານ 62% ຕໍ່ 38% ຈຳນວນການສົ່ງບານ 579 ຕໍ່ 325 ຄັ້ງ ຄວາມແມ້ນຢຳໃນການສົ່ງບານ 88% ຕໍ່ 77%.