ຈັບແກ້ງ 10 K ໃຊ້ງ້າວໄລ່ຟັນປະຊາຊົນ ມີສະມາຊິກແກ້ງປະມານ 20 ຄົນ ເຄີຍກໍ່ເຫດມາແລ້ວຫຼາຍຄັ້ງ

ໃນວັນທີ 16 ມິຖຸນາ 2026, ເຈົ້າໜ້າທີ່ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຮັບເເຈ້ງຄວາມຈາກຜູ້ຖືກເຄາະຮ້າຍ ວ່າ: ມີກຸ່ມຄົນຮ້າຍຂັບຂີ່ລົດຈັກ ມີປະມານ 8-9 ຄົນ ເລາະຕາມເສັ້ນທາງເຂດແຄມຂອງ-ປະຕູໄຊ - ທາດຂາວ ແລ້ວກໍ່ເຫດໃຊ້ງ້າວໄລ່ຟັນປະຊາຊົນ.

 ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະໄດ້ສອບຂໍ້ມູນ ເຫັນວ່າມີມູນຄວາມຈິງ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງສືບຄົ້ນຫາຕົວເປົ້າໝາຍທີ່ກໍ່ເຫດ, ມາຮອດວັນທີ 30 ພຶດສະພາ 2026 ຈຶ່ງຮູ້ໄດ້ວ່າກຸ່ມໄວລຸ້ນທີ່ກໍ່ເຫດມີຊື່ແກ້ງວ່າ 10 K ແລະ ສາມາດກັກຕົວບຸກຄົນທີ່ຮ່ວມກັນກໍ່ເຫດໄດ້ທັງໝົດ 7 ຄົນ ຄື: ທ້າວ ເຮຄໍາ 17 ປີ ແລະ ທ້າວ ໄມ ອາຍຸ 15 ປີ ປັດຈຸບັນ ຢູ່ບ້ານ ສະພານທອງເໜືອ ເມືອງສີສັດຕະນາກ, ທ້າວ ລອຍ ອາຍຸ 17 ປີ ແລະ ທ້າວ ສົມສີ ອາຍຸ 16 ປີ ທັງສອງຢູ່ບ້ານຊຽງດາ ເມືອງໄຊເສດຖາ, ທ້າວບຸນທຽນ ອາຍຸ 17 ປີ,ທ້າວໂບ້ ອາຍຸ 17 ປີ ແລະທ້າວ ມະນີໄຊ ອາຍຸ 17 ປີ ທັງ 3 ຄົນ ຢູ່ບ້ານຂົວຫຼວງ ເມືອງຈັນທະບູລີ.

 ພວກກ່ຽວໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ພວກຕົນແມ່ນມີ ຊື່ກຸ່ມ 10K ມີສະມາຊິກທັງໝົດປະມານ 20 ກວ່າ ຄົນ ແຕ່ລະມື້ແມ່ນຈັບກຸ່ມກັນຂັບຂີ່ລົດຈັກ 8-10 ຄັນ ເລາະກາງຄືນຢູ່ເສັ້ນທາງແຄມຂອງ, ເຂດອານຸສາວະລີ (ປະຕູໄຊ) ໃນນະຄອນຫຼວງວຽງຈັນ ພົບເຫັນໄວລຸ້ນຍ່າງຕາມແຄມທາງແມ່ນໃຊ້ມີດ, ງ້າວ, ດືກແກ້ວເບຍໃສ່, ຂີ້ລົດເລາະຊອກກຸ່ມໄວລຸ້ນຕາມສາຍທາງ. ຜ່ານມາກໍ່ເຫດມາແລ້ວຫຼາຍຄັ້ງຄື: ວັນທີ 5 ພຶດສະພາ 2026 ເຄື່ອນໄຫວກໍ່ເຫດໃຊ້ງ້າວໄລ່ຟັນ ກັບໄວລຸ້ນຢູ່ເຂດເສັ້ນທາງປະຕູໄຊເມືອງຈັນທະບູລີ, ວັນທີ 6 ພຶດສະພາ 2026 ກໍ່ເຫດໄລ່ຟັນກັບກຸ່ມໄວລຸ້ນ ຢູ່ເຂດເສັ້ນທາງ ແຄມຂອງຫຼັງໂຮງແຮມດອນຈັນ ເມືອງສີສັດຕະນາກ ບາດເຈັບ 2 ຄົນ, ວັນທີ 13 ພຶດສະພາ 2026 ກໍ່ເຫດໄລ່ຟັນກັບກຸ່ມໄວລຸ້ນ ຢູ່ເຂດເສັ້ນທາງປະຕູໄຊ ເມືອງຈັນທະບູລີ, ວັນທີ 30 ພຶດສະພາ 2026 ໃຊ້ງ້າວໄລ່ຟັນກັບກຸ່ມໄວລຸ້ນ ຢູ່ເຂດບ້ານທາດຂາວ ເມືອງສີສັດຕະນາກ ບາດເຈັບ 1 ຄົນ.

 ປັດຈຸບັນ, ເຈົ້າາໜ້າທີ່ພວມເລັ່ງສືບສວນ-ສອບສວນຂະຫຍາຍຜົນຫາກຸ້ມແກ້ງພັກພວກທີ່ຮ່ວມກັນກໍ່ເຫດເພື່ອນໍາຕົວມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຂໍຮຽກຮ້ອງມາຍັງພໍ່ແມ່ຜູ້ປົກຄອງໃນໄລຍະພັກເທີມຮຽນໃຫ້ເອົາໃຈໃສ່ສຶກສາອົບຮົມພ້ອມທັງຕິດຕາມລູກຫຼານຂອງຕົນບໍ່ໃຫ້ເຄື່ອນໄຫວສີ່ງທີ່ບໍ່ຖືກຕ້ອງ ແລະຜິດລະບຽບກົດໝາຍຂອງບ້ານເມືອງ.