ຂະແໜງກະສິກຳ ແລະສິ່ງແວດລ້ອມ ສປປ ລາວ ແລະຂະແໜງກະສິກຳ ສະຫະພັັນຣັດເຊຍ ສ້າງສາຍພົວພັນການຮ່ວມມື

ເນື່ອງໃນໂອກາດ ຕິດຕາມ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຄື່ອນໄຫວວຽກງານ ທາງລັດຖະການ ຢູ່ ສະຫະພັນຣັດເຊຍ, ໃນວັນທີ 16 ມິຖຸນາ 2026 ທ່ານ ປອ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ປະຊຸມພົບປະຢ່າງເປັນທາງການ ກັບ ທ່ານ ນາງ Oksana Nikolaevna ລັດຖະມົນຕີ ກະຊວງກະສິກໍາ ແຫ່ງ ສະຫະພັນຣັດເຊຍ ທີ່ນະຄອນຫຼວງມົດສະກູ.
 
ການພົບປະລະຫວ່າງ ສອງກະຊວງ ໃນຄັ້ງນີ້ ຖືເປັນນິມິດໝາຍອັນດີ ແລະ ສຸດທີ່ມີຄວາມສໍາຄັນ ເປັນຢ່າງຍິ່ງ ເພື່ອເສີມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ເພີ່ມທະວີການຮ່ວມມື ແລະ ແລກປ່ຽນບົດຮຽນໃນຂະແໜງກະສິກຳ ແລະ ສິ່ງແວດລ້ອມ, ການຄົ້ນຄວ້າ, ການສຶກສາ ແລະ ການລົງທຶນ, ເຊິ່ງເປັນຂະແໜງການທີ່ມີບົດບາດສຳຄັນ ໃນການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທຳ ແລະ ເປີດໂອກາດການຮ່ວມມືຕົວຈິງ ລະຫວ່າງ ສອງກະຊວງ ໃນຕໍ່ໜ້າ.
 
ໃນໂອກາດດັ່ງກ່າວ, ທ່ານ ປອ. ລິນຄຳ ດວງສະຫວັນ ໄດ້ຕີລາຄາສູງ ຕໍ່ຄວາມກ້າວໜ້າດ້ານເຕັກໂນໂລຊີກະສິກຳ ຂອງສະຫະພັນຣັດເຊຍ, ໂດຍສະເພາະ ຄວາມກ້າວໜ້າ ດ້າານລະບົບຊົນລະປະທານ, ການປັບປຸງສະມັດຕະພາບພັນພືດ, ການຜະລິດຝຸ່ນ ແລະ ວິທະຍາສາດ ການສັດຕະວະແພດຂອງຣັດເຊຍ, ເຊິ່ງສິ່ງເຫຼົ່ານີ້ ຈະຊ່ວຍໃຫ້ ສປປ ລາວ ສາມາດຖອດຖອນບົດຮຽນຕົວຈິງ ເພື່ອນຳມາພັດທະນານະໂຍບາຍ ແລະ ຍົກລະດັບຂະແໜງກະສິກຳຂອງລາວ ໃຫ້ມີປະສິດທິພາບຍິ່ງຂຶ້ນ.
 
ສຳລັບທິດທາງການຮ່ວມມືໃນຕໍ່ໜ້າ ຂອງທັງສອງກະຊວງ ແມ່ນ ຈະສືບຕໍ່ຊຸກຍູ້ ສະໜັບສະໜູນ ການຄ້າສິນຄ້າກະສິກຳ, ໂດຍສະເພາະ ການສ້າງກົນໄກຮ່ວມມືດ້ານສຸຂານາໄມ ແລະ ສຸຂານາໄມພືດ (SPS) ເພື່ອຍົກລະດັບຄຸນນະພາບຜະລິດຕະພັນລາວ, ລວມທັງການສົ່ງເສີມການລົງທຶນດ້ານອຸດສາຫະກຳປຸງແຕ່ງ ເພື່ອເພີ່ມມູນຄ່າຜະລິດຕະພັນກະສິກຳ ໃຫ້ມີຄວາມຍືນຍົງ. ນອກຈາກນັ້ນ, ຣັດເຊຍ ຈະໃຫ້ການສະໜັບສະໜູນດ້ານເຕັກໂນໂລຊີ, ການຖ່າຍທອດຄວາມຮູ້ ຜ່ານການແລກປ່ຽນ ຜູ້ຊ່ຽວຊານ, ນັກຄົ້ນຄວ້າ ແລະ ນັກສຶກສາ ແລະ ມີຄວາມສົນໃຈໃນການຂະຫຍາຍການຮ່ວມມື ໄປສູ່ການຄົ້ນຄວ້າດ້ານການປັບປຸງພັນເຂົ້າ, ການພັດທະນາການລ້ຽງສັດ, ການປະມົງ ແລະ ການຄຸ້ມຄອງຊັບພະຍາກອນປ່າໄມ້ຢ່າງຮອບດ້ານ. ທັງສອງຝ່າຍ ເຫັນດີ ແຕ່ງຕັ້ງຈຸດປະສານງານ ຂອງກະຊວງ ເພື່ອເຮັດວຽກຮ່ວມກັນ ໃນການກະກຽມ ຮ່າງ ບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອເປັນຂອບການຮ່ວມມືໄລຍະຍາວ, ເຊິ່ງຈະເປັນພື້ນຖານສຳຄັນ ໃນການສົ່ງເສີມການລົງທຶນ, ນະວັດຕະກຳ ແລະ ການພັດທະນາກະສິກຳ ທີ່ປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນທັງສອງປະເທດ.
ຂ່າວ:ກະສິກຳແລະສິ່ງແວດລ້ອມ