ແກ່ນທ້າວ ຫາລື ການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ

ກອງປະຊຸມ ຄະນະກຳມະການປົກຄອງເມືອງແກ່ນທ້າວ ແຂວງໄຊຍະບູລີ ປະຈຳ 6 ເດືອນຕົ້ນປີ 2026 ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ 2026 ນີ້, ທີ່ເມືອງແກ່ນທ້າວ ໂດຍການເປັນປະທານຂອງ ທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງເມືອງແກ່ນທ້າວ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
 
ທ່ານ ສັນຕິພາບ ປັນຍາສີ ຫົວໜ້າຫ້ອງວ່າການເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ 2026 ເຊິ່ງໃນໄລຍະ 6 ຜ່ານມາ ສາມາດແກ້ໄຂເປົ້າໝາຍພົວພັນຢາເສບຕິດໄດ້ 13 ເລື່ອງ, ຍຶດຂອງກາງຢາບ້າໄດ້ 2,400,000 ກວ່າເມັດ ແລະ ຢາໄອ້ 120 ກວ່າກິໂລກຣາມ. ນອກນີ້, ມີອຸບັດເຫດເກີດຂຶ້ນທັງໝົດ 16 ເລື່ອງ, ບາດເຈັບ 12 ຄົນ, ເສຍຊີວິດ 1 ຄົນ, ພາຫະນະເປ່ເພ 24 ຄັນ, ມູນຄ່າເສຍຫາຍລວມ 650 ລ້ານກວ່າກີບ ແລະ ປະກອບເອກະສານເຮັດບັດປະຈຳຕົວໃຫ້ປະຊາຊົນໄດ້ 580 ກວ່າບັດ.
 
ການຜະລິດເຂົ້ານາແຊງປະຕິບັດໄດ້ 14.23 ເຮັກຕາ (ເທົ່າກັບ 56.92% ຂອງແຜນການ), ໄດ້ຮັບຜົນຜະລິດ 44.82 ໂຕນ. ພ້ອມນີ້ ໄດ້ຊຸກຍູ້ການຜະລິດນາປີໃນເນື້ອທີ່ 6,359 ເຮັກຕາ, ຕົກກ້າໄດ້ 422,800 ກວ່າກິໂລ ແລະ ປູກເຂົ້າໄຮ່ປະຕິບັດໄດ້ 70 ກວ່າເຮັກຕາ. ການປູກພືດອຸດສາຫະກຳ ປະຕິບັດໄດ້ 13,800 ກວ່າເຮັກຕາ ເທົ່າກັບ 61.40% ຂອງແຜນການປີ.
 
ການສົ່ງອອກສິນຄ້າໄປຕ່າງປະເທດທັງໝົດ 214,000 ກວ່າໂຕນ, ມູນຄ່າ 11,169,000 ກວ່າໂດລາ (ສິນຄ້າຫຼັກແມ່ນ ມັນຕົ້ນແຫ້ງ ແລະ ສາລີແຂງ). ສ່ວນສິນຄ້ານຳເຂົ້າຜ່ານດ່ານສາກົນມີມູນຄ່າ 49,780,000 ກວ່າໂດລາ (ສິນຄ້າຫຼັກແມ່ນ ນ້ຳມັນເຊື້ອໄຟ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງກໍ່ສ້າງ).
 
ການຈັດເກັບລາຍຮັບປີ 2026 ແມ່ນ 13,274 ລ້ານກີບ, ມາຮອດປັດຈຸບັນມອບເຂົ້າງົບປະມານໄດ້ 5,240 ລ້ານກີບ (ເທົ່າກັບ 39.48% ຂອງແຜນການປີ) ແລະ ລາຍຈ່າຍທັງໝົດ 4.342 ລ້ານກີບ, ປັດຈຸບັນປະຕິບັດໄປແລ້ວ 1,465 ລ້ານກີບ. ການສ້ອມແປງ, ຟື້ນຟູເສັ້ນທາງແຕ່ ບ້ານນ້ຳເຕົ່າ - ບ້ານປົ່ງແດງ - ບ້ານດົງສະຫງວນ ສຳເລັດ 20%, ກໍ່ສ້າງເສັ້ນທາງເບຕົງແຕ່ໜ້າຫ້ອງວ່າການ ຫາ ວັດສີພູມ ສຳເລັດ 100%; ກໍ່ສ້າງທາງປູຢາງ 2 ຊັ້ນໃນເທດສະບານເມືອງ ມູນຄ່າ 21 ຕື້ກວ່າກີບ ສຳເລັດ 100% ແລະ ກໍ່ສ້າງ-ສ້ອມແປງຍົກລະດັບປູຫີນທາງຜັງບ້ານນ້ຳເຕົ່າ ສຳເລັດ 100%. ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ຈຸດເໜືອຂົວມິດຕະພາບນ້ຳເຫືອງ (ຍາວ 2,042 ແມັດ) ປະຕິບັດໄດ້ 55%, ຈຸດບ້ານພວນ (ຍາວ 590 ແມັດ) ປະຕິບັດໄດ້ 91%, ຈຸດບ້ານຄອນຕາປູ່ (ຍາວ 2,300 ແມັດ) ປະຕິບັດໄດ້ 73%, ຈຸດປໍ້າສູບນ້ຳນາຮົ່ມ ບ້ານຈອມແກ້ວ (ຍາວ 2,500 ແມັດ) ປະຕິບັດໄດ້ 12% ແລະ ຈຸດເໜືອບ້ານຄອນຕາປູ່ - ບ້ານໂພນສະຫວ່າງ (ຍາວ 3,025 ແມັດ) ປະຕິບັດໄດ້ 30% ແລະ ວຽກງານອື່ນໆອີກ.
ຂ່າວ: ແກ່ນທ້າວ.