ປກສ ແຂວງວຽງຈັນ ກວດລ້າງກຸ່ມແກ້ງຄໍເຊັນເຕີ 40 ຄົນ ມີ 4 ສັນຊາດ

ໃນຄັ້ງວັນທີ 15 ມິຖຸນາ 2026 ຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະ ກອງບັນຊາການ ປກສ ແຂວງວຽງຈັນ ສົມທົບກັບເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງທຸລະຄົມ ເຂົ້້າກວດກາເປົ້າໝາຍຄົນຕ່າງປະເທດ ທີ່ເຂົ້າມາເຊົ່າຫ້ອງແຖວຂອງປະຊາຊົນ ເພື່ອເປັນບ່ອນເຄື່ອນໄຫວກໍ່ອາຊະຍາກຳທາງລະບົບອິນເຕີເນັດ ຫຼື ຄໍເຊັນເຕີ ຢູ່ເຂດບ້ານໂພນງາມນາຝ້າຍ ເມືອງທຸລະຄົມ ແຂວງວຽງຈັນ.
 
ຜ່ານການກວດກາຕົວຈິງ ພົບເຫັນຄົນຕ່າງປະເທດ ແລະ ຄົນລາວ ທັງໝົດ ຈຳນວນ 40 ຄົນ, ຍິງ 6 ຄົນ, ມີ 4 ສັນຊາດ ຄື: ຈີນ ຈຳນວນ 33 ຄົນ, ກຳປູເຈຍ 4 ຄົນ, ຍິງ 4 ຄົນ, ມາເລເຊຍ ຈຳນວນ 1 ຄົນ, ລາວ ຈຳນວນ 2 ຄົນ, ຍິງ 2 ຄົນ, ພ້ອມນັ້ນຍັງກວດພົບເຫັນເອກະສານໜັງສືຜ່ານແດນ (PASSPORT) ທັງໝົດ ຈຳນວນ 18 ຫົວ, ກວດພົບເຄື່ອງມືອີເລັກໂຕນິກ ແລະ ເຄື່ອງມືອື່ນໆ ມີໂທລະສັບຈຳນວນ 2196 ໜ່ວຍ, ຄວາມພິວເຕີ່ຕັ້ງໂຕະ ຈຳນວນ 109 ໜ່ວຍ ທີ່ນຳໃຊ້ເຂົ້າໃນການເຄື່ອນໄຫວກະທຳຜິດ.
 
ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ກັກຕົວພວກກ່ຽວ ພ້ອມດ້ວຍເອກະສານ ແລະ ເຄື່ອງມືອີເລັກໂຕນິກຕ່າງໆ ເພື່ອໄປດຳເນີນການສືບສວນ-ສອບສວນ ຕາມລະບຽບການ ແລະ ກົດໝາຍພາຍຫຼັງສົມທົບກັນກວດກາສໍາເລັດ ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ມອບຕົວຜູ້ຕ້ອງຫາ ເອກະສານໜັງສືຜ່ານແດນ (PASSPORT) ແລະ ເຄື່ອງມືອີເລັກໂຕນິກ ຈຳນວນດັ່ງກ່າວໃຫ້ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ເພື່ອສືບຕໍ່ດໍາເນີນຄະດີຕໍ່ພວກກ່ຽວ ຕາມລະບຽບກົດໝາຍໃນຂັ້ນຕໍ່ໄດ້.
ຂ່າວ Viengchan Police news