ເມືອງສາມັກຄີໄຊ ທຳລາຍສິນຄ້າໝົດອາຍຸ ແລະເສື່ອມຄຸນນະພາບຫຼາຍລາຍການ

ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງສາມັກຄີໄຊ ແຂວງອັດຕະປື, ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງ, ໄດ້ຈັດພິທີທຳລາຍສິນຄ້າອຸ ປະໂພກ-ບໍລິໂພກ ທີ່ໝົດອາຍຸການນຳໃຊ້ ແລະ ເສື່ອມຄຸນນະພາບ ໃນວັນທີ 18 ມິຖຸນາ 2026 ທີ່ຍຶດມາໄດ້ຈາກການລົງກວດກາ ຕາມທ້ອງຕະຫຼາດ ແລະ ບັນດາຫ້າງຮ້ານພາຍໃນເມືອງ, ເຂົ້າຮ່ວມໃນພິທີທໍາລາຍສິນຄ້າດັ່ງກ່າວມີທ່ານ ລັດສະໝີ ບຸດຕະວົງ ຮອງປະທານຄະນະກຳມະການປົກຄອງເມືອງສາມັກຄີໄຊ, ມີ ທ່ານ ພູໄຊ ວໍລະລາດ ຮອງຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າແຂວງ.
 
ທ່ານ ຄຳສະຫວ່າງ ທອງປະເສີດ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະການຄ້າເມືອງ ໄດ້ລາຍງານວ່າ: ສິນຄ້າທີ່ນຳມາທຳລາຍໃນຄັ້ງນີ້ແມ່ນໄດ້ມາຈາກການລົງເຄື່ອນໄຫວຕິດຕາມ, ກວດກາຂອງເຈົ້າໜ້າທີ່ກວດກາການຄ້າຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ຢູ່ຕາມຮ້ານຄ້າຂາຍຍົກ-ຂາຍຍ່ອຍ ແລະ ຕະຫຼາດທົ່ວເມືອງສາມັກຄີໄຊ. ເຊິ່ງປະເພດສິນຄ້າທີ່ນຳມາທຳລາຍນີ້ ປະກອບມີ: ສິນຄ້າໝົດອາຍຸ, ສິນຄ້າເສື່ອມຄຸນນະພາບ, ສິນຄ້າເກືອດຫ້າມ ແລະ ສິນຄ້ານອກລະບົບ ເປັນຕົ້ນແມ່ນ ເຂົ້າໜົມ, ເຄື່ອງສຳອາງ, ເບຍ, ເຄື່ອງດື່ມຊູກຳລັງ, ໝີ່ສຳເລັດຮູບ, ເຄື່ອງປຸງລົດຊາດ, ເຄື່ອງໃຊ້ປະຈຳວັນ, ແຊມພູ, ຄີມບຳລຸງຜິວ, ໝື້ແກັບ, ໂສ້-ບາ-ຝາດຶງສະຕາດຈັກສະຕິນ, ຊິງຊັ່ງ, ໄພ້ຢາງໄພ້ເຈ້ຍ, ຢາສູບອີຊີ, ຢາສູບຈີນ ແລະ ເຄື່ອງໃຊ້ທີ່ເສື່ອມຄຸນນະພາບອື່ນໆລວມທັງໝົດ ມີ 115 ລາຍການ, ຄິດເປັນມູນຄ່າຄວາມເສຍຫາຍຫຼາຍກວ່າ 114 ລ້ານກີບ.
 
ວິທີການທຳລາຍແມ່ນໄດ້ປະຕິບັດຕາມຫຼັກການຮັກສາສິ່ງແວດລ້ອມໂດຍການຈູດທຳລາຍຢູ່ທີ່ສະໜາມຂີ້ເຫຍື້ອຂອງເມືອງເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ສະພາບແວດລ້ອມ ແລະຊຸມຊົນອ້ອມຂ້າງ.
ຂ່າວ-ພາບ: ຂາວພອນ