ວັນທີ 18 ມິຖຸນາ 2026, ອົງການພຸດທະສາສະໜາສັມພັນລາວ (ອພສ) ແຂວງຈໍາປາສັກ ຮ່ວມກັບ ຄະນະພັກ - ຄະນະກໍາມະການປົກຄອງແຂວງຈໍາປາສັກ, ຄະນະພັກ - ຄະນະກຳມະການປົກຄອງເມືອງໂພນທອງ ພ້ອມດ້ວຍນັກທຸລະກິດຫ້າງຮ້ານບໍລິສັດ ຜູ້ປະກອບການ, ເຖົ້າແກ່ມົນໂທ ຕະຫຼອດຮອດພໍ່ແມ່ ປະຊາຊົນບັນດາເຜົ່າ ຜູ້ທີ່ມີຈິດສັດມາ ໄດ້ເປັນເຄົ້າເຈົ້າມູນລະສັດທາ ພ້ອມພຽງສາມັກຄີກັນຕັ້ງບຸນທັກຂີນານຸປະທານຂື້ນ ເພື່ອອຸທິດເຖິງດວງຈິດວິນຍານຂອງພະອາຈານໃຫຍ່ ອະນາວິໂຣ ບຸນທອງ ວິປະໄຊ (ຊາໂງນ) ຢູ່ວັດພູສ່າເຫຼົ້າ (ພັກເທີງ) ບ້ານຄັນແຍງ ເມືອງໂພນທອງ ແຂວງຈຳປາສັກ.
ຝ່າຍສົງ, ໄດ້ຮັບຄວາມເມດຕາເຂົ້າຮ່ວມຂອງພະອາຈານໃຫຍ່ ປອ.ພວງປະເສີດ ພູມາວົງ ຮອງປະທານ ສູນກາງ ອພສ, ພະອາຈານໃຫຍ່ ມະຫາສຸວັນ ຈັນທະລາດ ປະທານ ອພສ ແຂວງ ພ້ອມດ້ວຍຄະນະ ອພສ ແຂວງ, ຄະນະ ອພສ ເມືອງໂພນທອງ; ເຈົ້າພາບເຈົ້າສັດທາ ມີທ່ານ ຍາປ້າ ນາລີ ສີສຸລິດ ພັນລະຍາທ່ານປະທານປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ວຽງສະໄໝ ສູນນະລາດ ພັນລະຍາທ່ານເລຂາຄະນະບໍລິຫານງານພັກແຂວງ, ທ່ານ ນາງ ວິໄລພອນ ວິໄລວົງ ພັນລະຍາປະທານຄະນະກໍາມະການປົກຄອງແຂວງ; ຝ່າຍການນໍາາແຂວງ ເຂົ້າຮ່ວມມີທ່ານ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຄະນະປະຈໍາພັກແຂວງ ເລຂາອົງຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ທ່ານ ບຸນທັນ ໄຊຍະແສງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂພນທອງ, ທ່ານ ນາງ ຕະ ເຟືອງ ຢຸ້ງ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ ພ້ອມດ້ວຍພັນລະຍາການນໍາ, ພະນັກງານອາວຸໂສບໍານານ, ນັກທຸລະກິດ, ຜູ້ປະກອບການ, ບໍລິສັດ, ຫ້າງຮ້ານຕ່າງໆ, ເຖົ້າແກ່ມົນໂທ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຜູ້ທີ່ມີຈິດສັດທາ ໃນພະພູດທະສາສະໜາ ເຂົ້າຮ່ວມ.
ງານບຸນຄັ້ງນີ້ ໄດ້ມີພິທີໄຫວ້ພະ, ຮັບສິນ, ກ່າວຄໍາຖວາຍກອງບຸນ, ຖວາຍປັດໄຈເຄື່ອງໄຊຍະທານ ແລະຟັງທໍາມະເທດສະໜາ. ຕໍ່ມາ, ກໍຖວາຍຜ້າໄກ, ປັດໄຈ ແລະ ເຄື່ອງໄຊຍະທານແກ່ພະສົງ, ຮັບພອນ ແລະ ຢາດນໍ້າ ເພື່ອອຸທິດສ່ວນບຸນກຸສົນເຖິງດວງວິນຍານພະອາຈານໃຫຍ່ ອະນາວິໂຣ ບຸນທອງ ວິປະໄຊ (ຊາໂງນ) ທີ່ໄດ້ລ່ວງລັບໄປແລ້ວນັ້ນ. ນອກນີ້, ກໍເພື່ອເປັນການປະກອບສ່ວນອຸ້ມຊູຍູ້ໜູນພະພຸດທະສາສະໜາ ໃຫ້ຍືນຍົງຄົງຢູ່ຄຽງຄູ່ຄົນລາວຕະຫຼອດໄປ ແລະ ທັງເປັນການປະກອບສ່ວນທຶນຮອນໃນການບູລະນະປະຕິສັງຂອນວັດວາອາຮາມໃຫ້ມີຄວາມຈະເລີນຮຸ່ງເຮືອງ. ຕອນທ້າຍກໍມີການໃສ່ບາດ ຕື່ມອີກ.
ຂ່າວ-ພາບ: ທູນທອງໃຈ